ສະຫະພັນແມ່ຍິງ ສສກ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ
ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ໃນວັນທີ 26 ກຸມພາ 2026 ທີ່ວິທະຍາໄລເຕັກນິກປາກປ່າສັກ ໂດຍການເປັນປະທານຂອງ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງ ສສກ, ມີບັນດາສະຫາຍເລຂາພັກ, ຄະນະພັກຮາກຖານອ້ອມຂ້າງ ແລະ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍ 2 ອົງການຈັດຕັ້ງພາຄີ ກໍຄື ສະຫະພັນກຳມະບານ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະບໍລິຫານງານສະຫະພັນແມ່ຍິງ ສສກ ແລະ ບັນດາສະມາຊິກແມ່ຍິງຮາກຖານອ້ອມຂ້າງກະຊວງ ແລະ...








