ຄະນະຜູ້ແທນສຶກສາ ສປປ ລາວ ແລກປ່ຽນບົດຮຽນ ແລະ ເສີມສ້າງ ເຄືອຂ່າຍການຮ່ວມມືລະດັບພາກພື້ນ ເພື່ອພັດທະນາການສຶກສາ ທີ່ ອິນໂດເນເຊຍ
04/03/2026

ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ລາວ 13 ທ່ານ ເຊິ່ງນຳໂດຍ ທ່ານ ຮສ.ປອ ນ ສີລິນທອນ ສັກລໍຄຳ, ຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຫຼື ຊີເມວ, ໄດ້ເຂົ້າຮ່ວມກອງປະຊຸມພາກພື້ນ ທີ່ ນະຄອນຈາກາຕາ ປະເທດອິນໂດເນເຊຍ ໃນລະຫວ່າງ ວັນທີ 2–3 ມີນາ 2026 ນີ້
ເພື່ອແລກປ່ຽນບົດຮຽນ ແລະ ເສີມສ້າງເຄືອຂ່າຍຄວາມຮ່ວມມື ກັບບັນດາປະເທດຢູ່ພາກພື້ນ, ຄູ່ຮ່ວມພັດທະນາດ້ານການສຶກສາ ແລະ ຜູ້ໃຫ້ທືນ ເພື່ອນຳມາປັບໃຊ້ໃນການພັດທະນາການສຶກສາຂອງ ສປປ ລາວ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.
ກອງປະຊຸມ ໃນຫົວຂໍ້ “ການຮຽນຮູ້ເພື່ອອານາຄົດ: ເວທີແລກປ່ຽນຫຼັກຖານ ແລະ ຂໍ້ມູນໃນຂອບການຮ່ວມມືອາຊຽນ-ສະຫະລາຊະອານາຈັກອັງກິດ ເພື່ອຄວາມກ້າວຫນ້າດ້ານການສຶກສາຂອງເດັກຍີງ (Learning for the Future: ASEAN-UK SAGE Evidence and Insights Forum)” ແນໃສ່ເພື່ອເຜີຍແຜ່ຜົນການຈັດຕັ້ງປະຕິບັດ ແຜນງານການຮ່ວມມືອາຊຽນ-ສະຫະລາຊະອານາຈັກອັງກິດ ຊື່ງຈັດຕັ້ງປະຕິບັດໂດຍອົງການຊີເມວ ແລະ British Council ໂດຍມີຜູ້ແທນຈາກ 7 ປະເທດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາສູນພາກພື້ນຂອງອົງການຊີແມວ ເຂົ້າຮ່ວມ.
ໃນເວທີ ກອງປະຊຸມ, ແຕ່ລະປະເທດໄດ້ຜັດປ່ຽນກັນນຳສະເໜີ ກ່ຽວກັບຜົນສຳເລັດ, ບັນຫາ ແລະ ສີ່ງທ້າທາຍ ແລະ ມາດຕະການແກ້ໄຂ ໃນການພັດທະນາການສຶກສາ ໂດຍເນັ້ນໃສ່ການນຳຂໍ້ມູນຫຼັກຖານມາປະກອບການກຳນົດນະໂຍບາຍ (Evidence-Based Policy) ເພື່ອຍົກລະດັບຄຸນນະພາບການຮຽນ-ການສອນ.
ສຳລັບແຜນງານອາຊຽນ-ສະຫະລາຊະອານາຈັກອັງກິດ ເພື່ອຄວາມກ້າວຫນ້າດ້ານການສຶກສາຂອງເດັກຍີງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ກະຊວງສຶກສາທິການ ແລະ ກິລາຂອງ ສປປ ລາວ ແມ່ນໄດ້ຈັດຕັ້ງປະຕິບັດໂຄງການເຊັ່ນ ປະເມີນການຮຽນຂອງນັກຮຽນປະຖົມປີທີ 5 (SEA PLM), ໂຄງການທົດສອບວິທີການສອນໃນລະດັບທີ່ເຫມາະສົມຂອງຜູ້ຮຽນ (Teaching at the Right level) ໃນລະບົບການສຶກສານອກໂຮງຮຽນ, ໂຄງການຄົ້ນຄວ້າກໍລະນີສຶກສາກ່ຽວກັບເດັກນ້ອຍປະລະການຮຽນ ຢູ່ ສປປ ລາວ (Case Study on Out of School Children and Youth in Lao PDR) .
ການເຂົ້າຮ່ວມຂອງຄະນະຜູ້ແທນສຶກສາລາວໃນຄັ້ງນີ້ ເຊິ່ງນອກຈາກສູນຊີເມວແລ້ວ ຍັງປະກອບດ້ວຍກົມສາມັນສຶກສາ, ກົມການສຶກສາເດັກກ່ອນໄວຮຽນ, ກົມສ້າງຄູ, ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ, ກົມຮ່ວມມືກັບຕ່າງປະເທດ ແລະ ຫົວໜ້າພະແນກສຶກສາທິການ ແລະກິລາ ແຂວງສະຫວັນນະເຂດ ໄດ້ນຳສະເໜີຜົນໄດ້ຮັບຂອງໂຄງການຢູ່ ສປປ ລາວ ແລ້ວ ຍັງໄດ້ແລກປ່ຽນຮຽນຮູ້ ແລະ ເສີມສ້າງເຄືອຂ່າຍຄວາມຮ່ວມມື ກັບບັນດາປະເທດຢູ່ພາກພື້ນ, ຄູ່ຮ່ວມພັດທະນາດ້ານການສຶກສາ ແລະ ຜູ້ໃຫ້ທືນ ເພື່ອນຳມາປັບໃຊ້ໃນການພັດທະນາການສຶກສາຂອງ ສປປ ລາວ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.
ນອກຈາກນີ້ ໃນຕອນບ່າຍຂອງວັນທີ 03 ມີນາ 2026 ຄະນະຜູ້ແທນລາວ ຍັງໄດ້ຮັບການຕ້ອນຮັບຈາກສຳນັກງານຜູ້ຕາງຫນ້າ ສປປ ລາວ ປະຈຳອາຊຽນ ທີ່ຈາກາຕາ ຊື່ງຄະນະຝ່າຍລາວໄດ້ລາຍງານຈຸດປະສົງ ແລະ ຜົນໄດ້ຮັບຂອງການເຂົ້າຮ່ວມໃນຄັ້ງນີ້ໃຫ້ສຳນັກງານໄດ້ຮັບຊາບ ເພື່ອສືບຕໍ່ລະດົມເອົາການຮ່ວມມື ແລະ ສະຫນັບສະຫນູນ ຈາກກອງເລຂາອາຊຽນ ແລະ ສຳນັກງານຂອງປະເທດຕ່າງໆປະຈຳອາຊຽນ ມາພັດທະນາການສຶກສາຂອງ ສປປ ລາວ ໃນໄລຍະຕໍ່ໄປ.














