Skip to main content

ຄໍາມ່ວນ ສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງລະດັບແຂວງ ປະຈໍາສົກຮຽນ 2025-2026

04/03/2026
ພິທີເປີດການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງລະດັບແຂວງສາຍສາມັນສຶກສາ (ປ.5, ມ.4 ແລະ ມ.7) ປະຈໍາສົກຮຽນ 2025 – 2026 ທົ່ວແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ກຸມພາ 2026 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ( ຫຼັກ4 ) ໂດຍການເຂົ້າຮ່ວມເປັນປະທານມີຄໍາເຫັນກ່າວເປີດ ແລະ ຕັດຫົວບົດສອບເສັງຂອງ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງຄໍາມ່ວນ, ມີທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງພ້ອມຄະນະ, ມີບັນດາແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ, ຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 10 ຕົວເມືອງ, ຄະນະອໍານວຍການໂຮງຮຽນ, ຜູ້ປົກຄອງນັກຮຽນ ແລະ ນັກຮຽນເກັ່ງທີ່ຕາງໜ້າບັນດາເມືອງໃນທົ່ວແຂວງເຂົ້າຮ່ວມ.
ທ່ານ ນາງ ສຸກຂະເສີມ ສິດທິເດດ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງ ສາຍສາມັນ ສຶກສາ ລະດັບແຂວງ ປະຈໍາສົກຮຽນ 2025-2026 ບັນລຸຕາມຈຸດປະສົງຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ກ່ອນດໍາເນີນການສອບເສັງ ແມ່ນໄດ້ຈັດກອງປະຊຸມຂຶ້ນ ລະຫວ່າງ ຄະນະປະທານ, ຄະນະກໍາມະການດ້ານຕ່າງໆ ເພື່ອແບ່ງຄວາມຮັບຜິດຊອບ ແລະ ອອກຂໍ້ສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງລະດັບແຂວງ ໃນຄັ້ງວັນທີ 16 ກຸມພາ 2026 ທີ່ ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງ ພ້ອມທັງໄດ້ອອກແຈ້ງການເຖິງເມືອງ ແລະ ໂຮງຮຽນອ້ອມຂ້າງພະແນກໃຫ້ກະກຽມເຂົ້າຮ່ວມທັນຕາມກຳນົດເວລາ.
ຜົນການສອບເສັງ ແລະ ການຄັດເລືອກຕົວແທນແຂວງ ມີດັ່ງນີ້: ຊັ້ນປະຖົມສຶກສາ (ປ.5) ອັນດັບທີ 1 ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ທ້າວ ທະນາກຸນ ແພງນວນຕາ ໂຮງຮຽນ ປະຖົມສຶກສາ ນ້ຳເທີນ2, ອັນດັບທີ 2 ນາງ ສຸຕິມາ ກິນດາວົງ ໂຮງຮຽນປະຖົມສຶກສາດົງຂວາງ ແລະ ອັນດັບທີ 3 ນາງ ເຟີນນີ ຈັນທະວົງ ໂຮງຮຽນປະຖົມສຶກສາເທີນ-ຫີນບູນ; ອັນດັບທີ 1 ວິຊາພາສາລາວ ນາງ ອຸທິຍານ ພຸດທະຍອດຟ້າ ໂຮງຮຽນປະຖົມສຶກສາເທີນ-ຫີນບູນ, ອັນດັບທີ 2 ນາງ ປານິຕາ ແກ້ວມະຫາວົງສາ ໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວາງບິ່ງ ແລະ ອັນດັບທີ 3 ນາງ ວັນ ຫຼວງຫາບໍລິບູນ ໂຮງຮຽນປະຖົມສຶກສາສີໂຄດ.
ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ້າວ ທິດຕາວັນ ແກ້ວມະຫາວົງສາ ໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວາງບິ່ງ ແລະ ອັນດັບທີ 2 ນາງ ສຸລັນດາ ທຳມະວົງ ໂຮງຮຽນມັດທະຍົມສຶກສາສີວິໄລ; ອັນດັບທີ 1 ວິຊາຄະນິດສາດ ນາງ ລິນດາ ວັນວິໄລ ໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວາງບິ່ງ; ອັນດັບທີ 1 ພາສາອັງກິດ ທ້າວ ຄຳສະຫະລັດ ຄຳປະເສີດ ມສ ເທີນ-ຫີນບູນ; ອັນດັບທີ 1 ຟິຊິກສາດ ທ້າວ ແສງພອນໄຊ ສາຍຈຸນລະມະນີ ໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວາງບິ່ງ
ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ນ້ຳໃສ ຄຳວົງສາ ໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວາງບິ່ງ, ອັນດັບທີ 2 ທ້າວ ນິກອນ ແສງທໍາມະວົງ ມສ ນາວາງ; ອັນດັບທີ 1 ພາສາອັງກິດ ທ້າວ ທະນິດສອນ ແສງດາລາ ໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວາງບິ່ງ; ອັນດັບທີ 1 ຟິຊິກສາດ ນາງ ມີລີນ ເກດສຸຍາ ໂຮງຮຽນມັດທະຍົມສຶກສາຕອນປາຍ ທ່າແຂກ ແລະ ອັນດັບທີ 2 ທ້າວ ເພັດນຳໂຊກ ສຸວັນນີ.
ໃນຕອນທ້າຍ, ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງຄໍາມ່ວນ ກໍໄດ້ມີຄໍາເຫັນບາງຕອນສໍາຄັນຕໍ່ບັ້ນສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງ ລະດັບແຂວງ ປະຈຳສົກຮຽນ 2025-2026 ວ່າ : ການສອບເສັງນັກຮຽນເກັ່ງໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການແຂ່ງຂັນເພື່ອຊອກຫາຜູ້ທີ່ໄດ້ທີ 1, ທີ 2 ຫຼື ທີ 3 ເທົ່ານັ້ນ, ແຕ່ມັນແມ່ນການວັດແທກຄຸນນະພາບ, ການສ້າງແຮງຈູງໃຈ,ການຄັດເລືອກຕົວແທນ. ສໍາລັບນັກຮຽນທຸກຄົນ ພວກລູກຫຼານແມ່ນຄວາມຫວັງຂອງຄອບຄົວ ແລະ ຂອງແຂວງເຮົາ. ຂໍໃຫ້ທຸກຄົນຈົ່ງມີຄວາມເຊື່ອໝັ້ນໃນຕົນເອງ, ໃຊ້ຄວາມຮູ້ທີ່ໄດ້ສະສົມມາຢ່າງເຕັມສ່ວນ ແລະ ມີສະຕິ. ຈົ່ງຖືເອົາສະໜາມສອບເສັງນີ້ເປັນບ່ອນຝຶກຝົນຫຼໍ່ຫຼອມຄວາມອົດທົນ ແລະ ໄຫວພິບ ເພື່ອໃຫ້ຜົນການສອບເສັງສະທ້ອນເຖິງຄວາມສາມາດທີ່ແທ້ຈິງຂອງນັກຮຽນ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ