ສະຫະພັນແມ່ຍິງ ສສກ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ
04/03/2026

ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ໃນວັນທີ 26 ກຸມພາ 2026 ທີ່ວິທະຍາໄລເຕັກນິກປາກປ່າສັກ ໂດຍການເປັນປະທານຂອງ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງ ສສກ, ມີບັນດາສະຫາຍເລຂາພັກ, ຄະນະພັກຮາກຖານອ້ອມຂ້າງ ແລະ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍ 2 ອົງການຈັດຕັ້ງພາຄີ ກໍຄື ສະຫະພັນກຳມະບານ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະບໍລິຫານງານສະຫະພັນແມ່ຍິງ ສສກ ແລະ ບັນດາສະມາຊິກແມ່ຍິງຮາກຖານອ້ອມຂ້າງກະຊວງ ແລະ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮວ່ມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ໄດ້ໃຫ້ຄຳເຫັນ ແລະ ກ່າວເປີດພິທີວ່າ: ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ແມ່ນສະແດງເຖິງມູນເຊື້ອ, ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ຈະສະທ້ອນໃຫ້ເຫັນຫຼາຍຂະບວນການວິວັດທະນາການຈົນຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026 ) ແລະ ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງ ສສກ ປະຈຳປີ 2025. ໃນໄລຍະຜ່ານມາພາຍຫຼັງສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ຄັ້ງທີ XI ໃນ ເດືອນມີນາ 2025 ຄະນະບໍລິຫານງານສະຫະພັນແມ່ຍິງ ສສກ ປະກອບມີ 19 ສະຫາຍ ແລະ ມີ 41 ຮາກຖານ ແລະ 1 ສະຫະພັນແມ່ຍິງ ມະຫາວິທະຍາໄລແຫ່ງຊາດ, ມີ 2 ສະຫາຍໄດ້ປະກອບເປັນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ). ປັດຈຸບັນ ສະຫະພັນແມ່ຍິງມີທັງໝົດ 6 ພັນກວ່າສະຫາຍ ແລະ ສະມາຊິກເປັນນັກສຶກສາ 4 ພັນກວ່າສະຫາຍ. ສະຫະພັັນແມ່ຍິງກະຊວງແມ່ນໄດ້ປະຕິບັດຕາມບົດບາດ ແລະ ໜ້າທີຂອງຕົນຕາມລະບຽບກົດໝາຍຂອງ (ສສຍລ) ແລະ ສາຍຕັ້ງຂຶ້ນກັບສູນກາງສະຫະພັນແມ່ຍິງລາວ ແລະ ຄ່ຽງຄູ່ກັນນັ້ນ ຍັງໄດ້ຮັບການນຳພາ-ຊີ້ນຳຢ່າງໃກ້ສິດ ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຕະຫຼອດມາ.
ໂອກາດນີ້, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ກໍໄດ້ກ່າວໃຫ້ຄຳເຫັນວ່າ: ວັນແມ່ຍິງສາກົນ 8 ມີນາ ເປັນວັນປະຫວັດສາດໜຶ່ງ ທີ່ສໍາຄັນໜຶ່ງຂອງສາກົນເວົ້າລວມ, ເວົ້າສະເພາະແມ່ນແມ່ຍິງລາວທັງຊາດ; ດັ່ງທີ່ບັນດາສະຫາຍໄດ້ຮັບຊາບນໍາກັນແລ້ວວ່າ: ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນ ປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກ ແຮງງານໃນທົ່ວໂລກ, ວັນລະນຶກເຖິງການ ຕໍ່ສູ້ຂອງແມ່ຍິງ ເພື່ອປົດປອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບເພດຊາຍ. ພ້ອມກັນນີ້, ຍັງເປັນການລະລຶກເຖິງບົດບາດທີ່ສຳຄັນຂອງແມ່ຍິງໃນໂລກ ກໍຄື ແມ່ຍິງລາວ ເຊິ່ງຍາມໃດກໍໄດ້ເປັນກໍາລັງແຮງໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ ໂດຍສະເພາະໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ສະມາຊິກແມ່ຍິງຫຼາຍສະຫາຍ ໄດ້ມີບົດບາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ສໍາຄັນໃນຫຼາຍຂົງເຂດວຽກງານວິຊາສະເພາະ, ເປັນກໍາລັງແຮງໃນການປູກຝັງແນວຄິດ-ຄ່ານິຍົມ, ການຮຽນຮູ້, ການສົ່ງເສີມຄວາມຄິດສ້າງສັນ, ການຖ່າຍທອດຄວາມຮູ້ໃຫ້ແກ່ຊັບພະຍາກອນມະນຸດຂອງຊາດ; ສົ່ງເສີມ ແລະ ຮັກສາມູນເຊື້ອທາງດ້ານວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຄົງຢູ່ຄູ່ຊາດຕະຫຼອດມາ. ການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ. ໃນຄັ້ງນີ້ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນກໍາລັງສ້າງຂະບວນການຊົມເຊີຍ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X; ພ້ອມທັງການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ແຂວງ/ນະຄອນຫຼວງ ຊຸດທີ V ທີ່ຫາກໍສໍາເລັດໄປໃນວັນທີ 22 ກຸມພາ 2026. ສະນັ້ນ, ຕໍ່ກັບການສະເຫຼີມສະຫຼອງວັນແມ່ຍິງສາກົນໃນມື້ນີ້ ໂດຍຕິດພັນກັບຜົນງານການເຄື່ອນໄຫວຕົວຈິງ ຂອງສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ຜ່ານມາ; ໂດຍສະແດງອອກຜ່ານການລາຍງານຂອງສະຫາຍ ປະທານສະຫະພັນແມ່ຍິງກະຊວງ ສຶກສາທິການ ແລະ ກິລາ ເຫັນໄດ້ຜົນສໍາເລັດຫຼາຍດ້ານ ທີ່ພົ້ນເດັ່ນ ທີ່ບັນດາສະຫາຍຍາດມາໄດ້. ຄຽງຄູ່ກັບຜົນສໍາເລັດທີ່ໄດ້ກ່າວມານັ້ນ; ໃນການເຄື່ອນໄຫວວຽກງານຕົວຈິງຂອງ ສະຫະພັນແມ່ຍິງແຕ່ລະຂັ້ນ ເຫັນວ່າຍັງມີຂໍ້ຫຍຸ້ງຍາກ ໃນບາງດ້ານທີ່ບໍ່ທັນບັນລຸຕາມ ແຜນທີ່ວາງໄວ້ ແຕ່ເຖິງຢ່າງໃດກໍຕາມຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງໃກ້ ຊິດຕິດແທດຂອງຄະນະພັກແຕ່ລະຂັ້ນ ແລະ ການປະສານສົມທົບຢ່າງກົມກຽວກັບ ອົງການຈັດຕັ້ງພາຄີ ກໍຄື ຊາວໜຸ່ມ ແລະ ກໍາມະບານຈະເຮັດໃຫ້ການເຄື່ອນໄຫວວຽກງານຂອງ ອົງການຈັດຕັ້ງມະຫາຊົນຕິດພັນກັບຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າມີຜົນສໍາເລັດເປັນຢ່າງດີ.
ພ້ອມນັ້ນ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຍັງໄດ້ຮຽກຮ້ອງມາຍັງ ບັນດາສະຫາຍ ທີ່ເປັນຄະນະບໍລິຫານງານຂັ້ນກະຊວງ, ຮາກຖານ ແລະ ສະມາຊິກສະຫະພັນແມ່ຍິງທັງໝົດ ເພື່ອເປັນແນວທາງໃນການເຄື່ອນໄຫວ ແລະ ພ້ອມກັນຈັດຕັ້ງປະຕິບັດດັ່ງນີ້:
1. ໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນຖືເອົາ ວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມຊິກເປັນບັນຫາສໍາຄັນຕົ້ນຕໍ, ຍົກສູງຄວາມສາມັກຄີພາຍໃນ ຢ່າງແໜ້ນແຟ້ນ ແລະ ມີສະຕິເຄົາລົບລະບຽບກົດໝາຍ ທີ່ວາງອອກຢ່າງເຂັ້ມງວດ; ພ້ອມທັງເອົາໃຈໃສ່ ເຜີຍແຜ່ເຊື່ອມຊຶມບັນດາເອກະສານທີ່ສໍາຄັນຂອງພັກ, ລັດ ແລະ ອົງການ ຈັດຕັ້ງມະຫາຊົນ ໃຫ້ສະມາຊິກຢ່າງເປັນເຈົ້າການ ແລະ ຕໍ່ເນື່ອງ;
2. ດ້ານແບບແຜນການນໍາພາ ແລະ ວິທີການເຮັດວຽກ ໃຫ້ເຮັດວຽກ ແລະ ເຄື່ອນໄຫວວຽກງານ ບົນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ເປັນລະບົບ, ມີການວາງແຜນທີ່ຊັດເຈນ ແລະ ປະຕິບັດລະບອບປະຊຸມສ່ອງແສງ, ການຮ່ວມຊີວິດການເມືອງ, ການລາຍງານໃຫ້ເປັນປົກກະຕິ;
3. ເອົາໃຈໃສ່ໃນການຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວິຊາສະເພາະ, ວຽກອົງການຈັດຕັ້ງ, ຍົກລະດັບດ້ານທິດສະດີການເມືອງ, ເຕັກໂນໂລຊີທີ່ທັນສະໄໝ ແລະ ພາສາຕ່າງປະເທດເພື່ອສ້າງໂອກາດໃຫ້ແກ່ການກໍ່ສ້າງເປັນພະນັກງານສືບທອດປ່ຽນແທນໃນແຕ່ລະຂັ້ນ ໃຫ້ບັນລຸຕາມແຜນ ທີ່ກໍານົດໄວ້;
4. ເປັນເຈົ້າການໃນການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືລະບຽບການແມ່ຍິງລາວ ເປັນຕົ້ນແມ່ນດ້ານກິລິຍາ, ມາລະຍາດ ແລະ ການແຕ່ງກາຍທີ່ສຸພາບຮຽບຮ້ອຍ ໃຫ້ຖືກຕາມລະບຽບລັດຖະກອນກໍຄືວັດທະນະທໍາຂອງລາວ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ















