Skip to main content

ປິດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ແລະ ວຽກງານບໍລິຫານລັດ ແກ່ຄະນະພັກ-ຄະນະນໍາ ສສກ

04/03/2026
ພິທີປິດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ໄລຍະ 5 ວັນ ຊຸດທີ I ແລະ ວຽກງານບໍລິຫານລັດ ໃຫ້ແກ່ຄະນະພັກ-ຄະນະນໍາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຂຶ້ນເມື່ອວັນທີ 26 ກຸມພາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະປະຈໍາ, ຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານທີ່ຂຶ້ນກັບ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ສສກ ໄດ້ຜ່ານຮ່າງບົດສະຫຼຸບວຽກຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ວ່າ: ສະພາບລວມການຝຶກອົບຮົມຄັ້ງນີ້ ເຫັນວ່າມີຄວາມສໍາຄັນຫຼາຍ ແລະ ສໍາມະນາກອນກໍມາຈາກຫຼາຍພາກສ່ວນ. ແຕ່ເຖິງຢ່າງໃດກໍຕາມ ວິທະຍາກອນ ແລະ ສໍາມະນາກອນ ແມ່ນມີຄວາມສາມັກຄີ ແລະ ມີຄວາມຮ່ວມມືເປັນເອກະພາບກັນຢ່າງພ້ອມພຽງ, ໂດຍຈຸດປະສົງຂອງການຝຶກອົບຄົມເພື່ອສ້າງຄວາມເຂັ້ມແຂງວຽກງານກໍ່ສ້າງພັກໃຫ້ແກ່ບັນດາສະຫາຍເລຂາຮາກຖານພັກ ແລະ ຜູ້ເຮັດວຽກງານກວດກາພັກແຕ່ລະຊັ້ນທີ່ຂຶ້ນກັບອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ; ເພື່ອໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມຮັບຮູ້ມີຄວາມເຂົ້າໃຈ ຕໍ່ເນື້ອໃນບົດຮຽນວຽກງານກໍ່ສ້າງພັກ, ກຳໄດ້ແນວທາງ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ມາຈັດຕັ້ງຜັນຂະຫຍາຍວຽກງານຂອງຕົນ ແລະ ເນື້ອໃນຫຼັກສູດຊຸດຝຶກອົບຮົ່ມປະກອບມີ 9 ວິຊາ.
ສັງລວມແລ້ວ ຜົນໄດ້ຮັບລວມຂອງການຝຶກອົບຮົມໃນຄັ້ງນີ້ ທັງ 3 ຕົວຊີ້ວັດ ຄື: ດ້ານຄວາມສອດຄ່ອງເນື້ອໃນຫຼັກສູດ ແລະ ຜູ້ບັນຍາຍ ແມ່ນຢູ່ໃນລະດັບດີຫຼາຍ ກວມເອົາ 55.93%, ລະດັບດີ ກວມເອົາ 38,04% ແລະ ລະດັບກາງ ກວມເອົາ 6,37% ສ່ວນລະດັບອ່ອນ ແລະ ອ່ອນຫຼາຍ (ບໍ່ມີ); ຄວາມຄ່ອງຕົວດ້ານພິທີການ ແມ່ນຢູ່ໃນລະດັບດີຫຼາຍ ກວມເອົາ 54.82%, ລະດັບດີ ກວມເອົາ 41,45% ແລະ ລະດັບກາງ ກວມເອົາ 3,73%, ສ່ວນລະດັບອ່ອນ ແລະ ອ່ອນຫຼາຍ (ບໍ່ມີ) ແລະ ຄວາມເຂົ້າໃຈຂອງຜູ້ເຂົ້າຮຽນຕໍ່ພື້ນຖານທິດສະດີຂອງວຽກງານກໍ່ສ້າງພັກ ແມ່ນຢູ່ໃນລະດັບດີຫຼາຍ ກວມເອົາ 43.75%, ລະດັບດີ ກວມເອົາ 45% ແລະ ລະດັບກາງ ກວມເອົາ 11.25% ສ່ວນລະດັບອ່ອນ ແລະ ອ່ອນຫຼາຍ (ບໍ່ມີ). ສັງເກດລວມແລ້ວເຫັນວ່າ ຜູ້ເຂົ້າຝຶກອົບຮົມທີ່ໃດ້ຜ່ານຄົບ 9 ວິຊາ ແມ່ນມີຄວາມເຂົ້າໃຈຕໍ່ດ້ານເນື້ອໃນບົດຮຽນ ແລະ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ສາມາດເຊື່ອມຊຶມ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ການເມືອງຂອງຕົນ ກໍຄື ການຍາດແຍ່ງເອົາຄວາມຮູ້ ແລະ ປະສົບການ ຈາກວິທະຍາກອນ, ມີຄວາມເຊື່ອໝັ້ນຕໍ່ກຳລັງແຮງ ແລະ ສະຕິປັນຍາ ຂອງວິທະຍາກອນ, ກ້າຄິດ, ກ້າຕັ້ງບັນຫາ, ກ້າຮັບຜິດຊອບຕໍ່ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຮັດໃຫ້ມີບັນຍາກາດຂອງການຝຶກອົບຮົມ.
ຈາກນັ້ນ, ສະຫາຍ ຮສ.ປອ ຫຼ້າວັນ ວົງຄໍາສານ ກຳມະການປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງ ສສກ ກໍໄດ້ຜ່ານຮ່າງບົດສະຫຼຸບຊຸດຝຶກອົບຮົມຫຼັກສູດການບໍລິຫານລັດ ວ່າ: ຈຸດປະສົງຂອງການຝຶກອົບຮົມຫຼັດສູດດັ່ງກ່າວ ເພື່ອເພີ່ມຂີດຄວາມສາມາດທາງດ້ານການບໍລິຫານຄຸ້ມຄອງລັດໃຫ້ແກ່ຜູ້ບໍລິຫານລະດັບສູງ ຂອງກະຊວງ ສຶກສາທິການ ແລະ ກິລາ; ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ທົບທວນ ແລະ ແລກປ່ຽນບາງເນື້ອບົດຮຽນໃນພາກທິດສະດີ ແລະ ພຶດຕິກຳຕົວ ຈິງໃຫ້ມີຄວາມກົມກຽວ ຕາມຫຼັກການ, ນິຕິກຳ, ກົດໝາຍ ແລະ ລະບຽບການວາງອອກ ແລະ ເພື່ອເຮັດໃຫ້ການບໍລິຫານພາກລັດ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ໂດຍເນື້ອໃນການຝຶກອົບຮົມໄດ້ຈັດຕັ້ງຕາມ 12 ຫົວຂໍ້, ຊຶ່ງຜົນໄດ້ຮັບຂອງການຝຶກອົບຮົມຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍສະເພາະທິດສະດີ ແລະ ພຶດຕິກຳຕົວຈິງ ໃນວຽກງານການບໍລິຫານຄຸ້ມຄອງລັດ; ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບພື້ນຖານໃນການຈັດຕັ້ງປະຕິບັດບັນດານິຕິກຳຂອງພັກ, ລັດຖະທຳມະນູນ, ກົດໝາຍ ລັດຖະກອນ, ກົດໝາຍການປົກຄອງທ້ອງຖິ່ນ, ດໍາລົດ 300/ລບ, ດໍາລັດ 294/ລບ, ດໍາລັດ 461; 439 ແລະ ນິຕິກຳອື່ນໆ ແລະ ຮັບຮູ້ເຖິງເນື້ອໃນຫົວຂໍ້ສໍາຄັນຕ່າງໆໃນບົດຮຽນ.
ໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກສະຫາຍທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ເຫັນວ່າເປັນເນື້ອໃນທີ່ສຳຄັນທີ່ຕິດພັນກັບວຽກງານທີ່ພວກເຮົາຈັດຕັ້ງປະຕິບັດ ແລະ ຊີ້ນໍາ ແລະ ສ້າງຄວາມຮັບຮູ້ໃໝ່, ຊຶ່ງພາຍຫຼັງໄດ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ແລ້ວຂໍໃຫ້ຜູ້ທີ່ໄດ້ຜ່ານການຝຶກອົບຮົມຈົ່ງນໍາເອົາບົດຮຽນທີ່ໄດ້ຮຽນມາໄປປັບປຸງເຂົ້າໃນວຽກງານຂອງຕົນເອງ ໝູນໃຊ້ໃຫ້ເປັນຮູບປະທຳ; ຜູ້ບໍລິຫານແຕ່ລະຫະຫາຍຕ້ອງໄດ້ປະດິດຄິດສ້າງນໍາພາຂອງພັກ, ເຄົາລົບຫຼັກການ, ເປັນແບບຢ່າງນໍາໜ້າ, ສ້າງຄວາມເປັນເອກະພາບທັງພາຍໃນ ແລະ ພາຍນອກ; ຍົກບົດບາດການນໍາພາຂອງພັກ ຫຼື ບົດບາດການບໍລິຫານລັດ ແລະ ການຄຸ້ມຄອງຂອງລັດໃຫ້ສູງຂຶ້ນ ແລະ ເບິ່ງກົນໄກການປະສານງານຂອງແຕ່ລະພາກສ່ວນ ຫຼັງຈາກຝຶກອົບຮົມແລ້ວກໍ່ຂໍໃຫ້ມີການຫັນປ່ຽນຢ່າງເລິກເຊິ່ງ ແຂງແຮງ ແລະ ເຮັດໃຫ້ບົດບາດຂອງກະຊວງໃຫ້ນັບມື້ນັບພົ້ນເດັ່ນຂຶ້ນ.
ຂ່າວໂດຍ: ບົວລະພາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ