Skip to main content

ສສກ ຕີລາຄາຄືນວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາພາກຮຽນ I ສົກຮຽນ 2025-2026

04/03/2026
ກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາພາກຮຽນທີ I ສົກຮຽນ 2025-2026 ໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2026 ທີ່ຕຶກໄອຊີທີ (ICT) ກະຊວງສຶກສາທິການ ແລະ ກິລາ, ໂດຍການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານຮອງລັດຖະມົນຕີ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.
ໃນກອງປະຊຸມ, ໄດ້ຮັບຟັງການລາຍງານສະພາບການຈັດຕັງປະຕິບັດວຽກງານບູລິມະສິດ ປະຈໍາພາກຮຽນທີ I ແລະ ທິດທາງແຜນການສໍາລັບພາກຮຽນທີ II ຂອງສົກຮຽນ 2025-2026; ລາຍງານຄວາມຄືບໜ້າໃນການຜັນຂະຫຍາຍມະຕິຂອງກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2024-2025; ລາຍງານກ່ຽວກັບຜົນສໍາເລັດໃນການຈັດຕັ້ງປະຕິບັດຫຼັກສູດສາມັນວິຊາຊີບຢູ່ໂຮງຮຽນກິນນອນຊົນເຜົ່າ ແລະ ທິດທາງໃນການຜັນຂະຫຍາຍຫຼັກສູດດັ່ງກ່າວໄປສູ່ໂຮງຮຽນມັດທະຍົມຕອນປາຍ; ສະພາບການກໍ່ສ້າງ, ພັດທະນາຄູ, ການຮັບນັກສຶກສາໃນວິທະຍາໄລຄູ ແລະ ທິດທາງການປັບປຸງສະຖານການສຶກສາຄູໃນຕໍ່ໜ້າ; ເຜີຍແຜ່ເຊື່ອມຊຶມ ຄໍາແນະນໍາ ກ່ຽວກັບການປັບປຸງກົງຈັກກາຈັດຕັ້ງກະຊວງ, ຄໍາແນະນໍາ ວ່າດ້ວຍການແກ້ໄຂການສອນຫ້ອງຄວບ ແລະ ຄໍາແນະນໍາກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງວິທະຍາໄລຄູ.
ນອກຈາກນັ້ນ, ບັນດາພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ຍັງໄດ້ປະກອບຄໍາເຫັນຕໍ່ບັນຫາຕ່າງໆ ເພື່ອເປັນທິດທາງ ໃນການປັບປຸງວຽກງານສຶກສາ ໃນພາກຮຽນທີ II ຂອງສົກຮຽນ 2025-2026.
ໂອກາດດຽວກັນ, ກອງປະຊຸມຍັງໄດ້ຜ່ານການຄົ້ນຄວ້າປະກອບຄໍາເຫັນ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ຂອງຜູ້ບໍລິຫານການສຶກສາ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ກອງປະຊຸມ ໄດ້ມີຄວາມເປັນເອກະພາບ ແລະ ຕົກລົງບາງບັນຫາເຂົ້າເປັນມະຕິກອງປະຊຸມ ເປັນຕົ້ນແມ່ນ ມອບໃຫ້ບັນດາກົມວິຊາການຊີ້ນໍາບັນດາພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ແລະ ຫ້ອງການສຶກສາທິິການ ແລະ ກິລາເມືອງ/ນະຄອນ ໂດຍສະເພາະແມ່ນຂະແໜງ ແລະ
ໜ່ວຍງານທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ລົງຕິດຕາມ ແລະ ຊຸກຍູ້ການຮຽນການສອນ ໃຫ້ທົ່ວເຖິງທຸກໂຮງຮຽນໃນຂອບເຂດຮັບຜິດຊອບຂອງຕົນ, ສູ້ຊົນເພື່ອໃຫ້ບັນລຸຄາດໝາຍຕົວຊີ້ບອກການຂອງຂະແໜງການສຶກສາ ທີ່ກໍານົດໄວ້ໃນສົກຮຽນ 2025-2026; ນອກນັ້ນ ໃຫ້ຊີ້ນໍາບັນດາອໍານວຍການໂຮງຮຽນ ແລະ ຄູສອນ ໃນການທົບທວນບົດຮຽນ ເພື່ອກະກຽມສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນ ໃຫ້ມີຜົນສໍາເລັດສູງ; ໃຫ້ຫ້ອງການກະຊວງ ສົມທົບກັບສະມາຄົມການສຶກສາພາກເອກະຊົນ ແລະ ບັນດາກົມວິຊາການທີ່ກ່ຽວຂ້ອງ ກະກຽມຈັດກອງປະຊຸມການສຶກສາພາກເອກະຊົນທົ່ວປະເທດປະຈໍາປີ ເພື່ອແລກປ່ຽນ ແລະ ຖອດບົດຮຽນຮ່ວມກັນ ໃນການສົ່ງເສີມ ແລະ ຄຸ້ມຄອງການສຶກສາພາກເອກະຊົນ; ໃຫ້ກົມຈັດຕັ້ງ ສົມທົບກັບ ບັນດາກົມ, ສູນ ແລະ ສະຖາບັນເປົ້າໝາຍ ເພື່ອສືບຕໍ່ການປັບປຸງກົງຈັກການຈັດຕັ້ງໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້; ໃຫ້ກົມຈັດຕັ້ງ ສົມທົບກັບກົມສ້າງຄູ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຄໍາແນະນໍາ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງຂອງວິທະຍາໄລຄູ ສະບັບ ເລກທີ 15/ສສກ, ລົງວັນທີ 23 ກຸມພາ 2026; ໃຫ້ກົມສາມັນສຶກສາ ສົມທົບກັບກົມອາຊີວະສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຂະຫຍາຍການຈັດຕັ້ງປະຕິບັດຫຼັກສູດສາມັນວິຊາຊີບໃນໂຮງຮຽນສາມັນ ໃຫ້ໄດ້ຮັບຜົນດີ; ໃຫ້ກົມຈັດຕັ້ງ ສົມທົບ ກັບກົມສາມັນ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ/ແຂວງ ເກັບກໍາຂໍ້ມູນເພີ່ມເຕີມ ເພື່ອເປັນເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາແນະນໍາວ່າດ້ວຍການແກ້ໄຂການສອນຫ້ອງຄວບໃນຊັ້ນປະຖົມສຶກສາ ສະບັບເລກທີ 414/ສສກ, ລົງວັນທີ 30 ມັງກອນ 2026 ໃຫ້ໄດ້ຮັບຜົນດີ; ໃຫ້ກົມແຜນການ ສົມທົບກັບ ກົມສາມັນສຶກສາ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ສ້າງແຜນດໍາເນີນງານ 5 ປີ (2026-2030) ແລະ ເລີ່ມດໍາເນີນການປັບປຸງຫຼັກສູດຊັ້ນປະຖົມສຶກສາ ຕາມໂຄງການປັບປຸງຫຼັກສູດສາຍສາມັນສຶກສາ 6+3+3; ໃຫ້ກົມແຜນການ ແລະ ກົມການເງິນ ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງໂຄງການລົງທຶນຂອງລັດ, ລວມທັງໂຄງການຊ່ວຍເຫຼືອທາງການພັດທະນາ ທັງໂຄງການສືບຕໍ່ ແລະ ໂຄງການທີ່ໄດ້ຮັບອະນຸມັດໃໝ່ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ພ້ອມນັັ້ນ, ຍັງໄດ້ຮຽກຮ້ອງໃຫ້ກົມການເງິນ ຮີບຮ້ອນຈັດສັນງົບປະມານເຂົ້າໃສ່ໜ້າວຽກທີ່ເປັນບູລິມະສິດຂອງວຽກງານສຶກສາ, ລວມທັງຄົ້ນຄວ້າ ແລະ ຈັດແບ່ງງົບປະມານໃຫ້ບັນດາແຂວງ ແລະ ເມືອງ ເພື່ອນໍາໃຊ້ເຂົ້າໃນການຕິດຕາມ ແລະ ຊຸກຍູ້ການຮຽນການສອນຂອງຄູ ໂດຍສະເພາະສືບຕໍ່ແກ້ໄຂບັນຫາການປະລະການຮຽນ, ການສົ່ງເສີມການເຂົ້າຮຽນໃນທຸກຊັ້ນ ທຸກສາຍ, ຖອດຖອນບົດຮຽນໃນການຄຸ້ມຄອງບໍລິຫານໂຮງຮຽນພາຍໃນແຂວງ, ການບໍາລຸງຍົກລະດັບຄູຍາມພັກແລ້ງ; ໃຫ້ຄະນະກໍາມະການແຜນການ ແລະ ການເງິນ ຊີ້ນໍາກົມສ້າງຄູ ແລະ ກົມອາຊີວະສຶກສາ ເພື່ອແບ່ງງົົບປະມານ ແລະ ແບ່ງຄວາມຮັັບຜິດຊອບໃຫ້ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ພາຍໃຕ້ເງື່ອນໄຂງົບປະມານສະໜັບສະໜູນຂອງສະຫະພາບເອີຣົບ ແລະ ຄວາມຕ້ອງການຂອງທ້ອງຖິ່ນ; ໃຫ້ກົມສ້າງຄູ, ກົມອາຊີວະສຶກສາ ແລະ ກົມການສຶກສາຊັ້ນສູງ ສືບຕໍ່ລະດົມການເຂົ້າຮຽນ, ຖອດຖອນບົດຮຽນວຽກງານສອບເສັງເຂົ້າຮຽນ ແລະ ກຳນົດວິທີການຄັດເລືອກນັກສຶກສາ ທີ່ເໝາະສົມ ສຳລັບສົກຮຽນຕໍ່ໄປ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ