Skip to main content

Author: Mitlandone Thepninhom

ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ເຂົ້າຮ່ວມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ໃນຕອນເຊົ້າຂອງວັນທີ 22 ກຸມພາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ທ່ານ ນາງ ນາລີ ສີສຸລິດ ໄດ້ໃຫ້ກຽດເດີນທາງມາໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສປຂ) ຊຸດທີ V ທີ່ໜ່ວຍປ່ອນບັດເລືອກຕັ້ງທີ 40, ຫ້ອງການບ້ານທ່າພະລານໄຊ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ເມື່ອເດີນທາງມາເຖິງໜ່ວຍປ່ອນບັດ, ທ່ານປະທານປະເທດ ແລະ ພັນລະຍາ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ໂດຍ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ...

Continue reading

ການນໍາພັກ-ລັດ ແລະປະຊາຊົນຕ່າງກໍ່ອອກມາໃຊ້ສິດຂອງຕົນຢ່າງເຕັມສ່ວນປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງເປັນຂະບວນຟົດຟື້ນ

ວັນທີ 22 ມີນາ 2026 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຄັ້ງທີ X ແລະເລືອກຕັ້ງເອົາສະມາຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ V ຊຶ່ງບັນຍາກາດການປ່ອນບັດເລືອກຕັ້ງຕາມຈຸດຕ່າງໆໃນທົ່ວແຂວງສະຫວັນນະເຂດ ແມ່ນເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນ, ປະຊາຊົນຕື່ນຕົວອອກມາໃຊ້ສິດຂອງຕົນຢ່າງຫຼວງຫຼາຍ, ການນຳພັກ-ລັດແຕ່ລະຂັ້ນ, ລວມທັງຜູ້ອອກສະໝັກຮັບເລືອກຕັ້ງ ສສຊ ແລະ ສສຂ ປະຈຳເມືອງ-ນະຄອນ, ກໍ່ໄດ້ອອກມາປ່ອນບັດເລືອກຕັ້ງເຊັ່ນກັນ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ການນໍາແຂວງ ນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ, ທ່ານ ຄຳຜຸຍ ສີບຸນເຮືອງ, ທ່ານ ວາລິຍະ ສີຈັນທອງທິບ...

Continue reading

ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ປ່ອນບັດເລືອກຕັ້ງ ສສຊ-ສສ ນວ ຢູ່ໜ່ວຍເລືອກຕັ້ງຫ້ອງການບ້ານໂພນສີນວນ

ໃນຕອນເຊົ້າວັນທີ 22 ກຸມພາ 2026 ຢູ່ໜ່ວຍເລືອກຕັ້ງຫ້ອງ ການ ບ້ານໂພນສີນວນ ເມືອງສີສັດຕະນາ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກສະມາຊິກສະ ພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນ ນະຄອນຫຼວຽງຈັນ (ສສ ນວ) ຢ່າງຄຶກຄື້ນ. ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ: ມື້ນີ້ເປັນມື້ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ປະເທດຊາດ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ...

Continue reading

ທ່ານ ປອ ອານຸພາບ ຕຸນາລົມ ພ້ອມພັນລະຍາ ບ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະພາປະຊາຊົນ ນວ ຊຸດທີ V

ຕອນເຊົ້າວັນທີ 22 ກຸມພາ 2026, ທ່ານ ປອ ອານຸພາບ ຕຸນາລົມ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຫ່ງຊາດ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍພັນລະຍາ ໄດ້ໄປບ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະ ພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ຢູ່ຈຸດໜ່ວຍເລືອກຕັ້ງບ້ານຊຽງຍືນ (ວັດຊຽງຍືນ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການຂອງຮັບຂອງທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກນະຄອນຫຼວງວຽງຈັນ ເລຂາຄະນະພັກເມືອງຈັນທະບູລີ ພ້ອມຄະນະກຳມະການປະຈຳໜ່ວຍເລືອກຕັ້ງ ເລຂາພັກບ້ານ-ນາຍບ້ານ ຕະຫຼອດຮອດພໍ່ແມ່ປະຊາ...

Continue reading

ມສ ເກົ່າເກິ່ງ ຄອງແຊ໋ມເຕະບານ ຈີເອັດ ແບັດເຕີຣີ ຄັບ 2026 ຮຸ່ນນັກຮຽນມັດທະຍົມທົ່ວແຂວງຈຳປາສັກ

ໃນລະຫວ່າງວັນທີ 20-21 ກຸມພາ 2026 ທີ່ສະໜາມກິລາແຂວງຈຳປາສັກ ໄດ້ມີການແຂ່ງຂັນກິລາເຕະບານ 7 ຄົນ ລາຍການ ຈີເອັດ ແບັດເຕີຣີ ຄັບ 2026 ຫຼື “GS BATTETRY CUP 2026” ຮຸ່ນນັກຮຽນມັດທະຍົມສຶກສາ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ການແຂ່ງຂັນກິລາເຕະບານໃນຄັ້ງນີ້ ມີທັງໝົດ 10 ທີມເຂົ້າຮ່ວມ ທີ່ມາຈາກໂຮງຮຽນມັດທະຍົມສຶກສາ ໃນ 9 ເມືອງ ແລະ 1 ນະຄອນຂອງແຂວງຈຳປາສັກ ປະກອບມີ: ມສ ເຊລະບຳ, ມສ ຈຳປາສັກ, ມສ ເກົ່າເກິ່ງ, ມສ ໂພນໄຊ, ມສ ປະທຸມພອນ, ມສ ພູບາຈຽງ, ມສ ຂົວຕະພານ, ມສ ສຸກສຳພັນ, ມສ ປາກຊ່ອງ ແລະ ມສ ດົງຍາງ....

Continue reading

ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ຝຶກອົບຮົມສ້າງວິດີໂອການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ສ້າງວິດີໂອປູກຈິດສຳນຶກ ເພື່ອຍົກລະດັບການປົກປ້ອງເດັກໃນໂຮງຮຽນໃນທົ່ວປະເທດ ເພື່ອຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນຫົວຂໍ້ “ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ” ໃນວັນທີ 16 ກຸມພາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງ ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີຜູ້ຊ່ຽວຊານຈາກສະຖານທູດອົດສະຕາລີ, ພ້ອມດ້ວຍພະນັກງານຈາກພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກນ້ອຍ,...

Continue reading

ຫຼານນ້ອຍນັກຮຽນຜູ້ທີ່ຄອບຄົວທຸກຍາກ ໄດ້ຮັບລົດຖີບ ຈາກ ສສຂ ປະຈຳເຂດເລືອກຕັ້ງເມືອງວາປີ

ໃນໂອກາດທີ່ຜູ້ສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງສາລະວັນ ຊຸດທີ V ເຂດເລືອກຕັ້ງເມືອງວາປີ ເຄື່ອນໄຫວໂຄສະນາຫາສຽງຢູ່ເຂດຈຸດສຸມບ້ານນາລັນ (ເຂດພູດອຍ) ໃນວັນທີ 15 ກຸມພາ 2026 ນຳໂດຍທ່ານ ບຸນຍູ້ ຈັນທະລັງສີ ເລຂາຄະນະບໍລິຫານງານພັກເມືອງວາປີ ທັງແມ່ນຜູ້ລົງສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍຜູ້ລົງສະໝັກເລືອກຕັ້ງ ໄດ້ນຳເອົາລົດຖີບຈຳນວນ 4 ຄັນ ໄປມອບໃຫ້ຫຼານນ້ອຍນັກຮຽນປະຖົມ ແລະມັດທະຍົມຢູ່ຈຸດສຸມນາລັນທີ່ສະພາບຄອບຄົວຍັງທຸກຍາກຂາດເຂີນແຕ່ເຂົາເຈົ້າຍັງບຸກບືນສູ້ຊົນໃນການຮ່ຳຮຽນ, ທັງນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ແບ່ງເບົາພາລາການໃຊ້ຈ່າຍເຂົ້າໃນການສຶກສາຮ່ຳຮຽນຂອງຫຼານນ້ອຍນັກຮຽນ ໃນໂຮງຮຽນເຂດດັ່ງກ່າວ...

Continue reading

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 10 ແລະ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງແກ້ວອຸດົມ ລົງໂຄສະນາຫາສຽງ ຢູ່ເມືອງແກ້ວອຸດົມ

ໃນຕອນບ່າຍວັນທີ 17 ກຸມພາ 2026 ນີ້, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍຄະນະຂັ້ນແຂວງ, ຂັ້ນເມືອງ ໄດ້ນຳພາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 10 ຈຳນວນ 5 ທ່ານ, ຍິງ 2 ທ່ານ ໃນນັ້ນມີ: ຜູ້ສະໝັກເລືອກຕັ້ງນໍ້າເບີ 1 ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ນໍ້າເບີ 4 ທ່ານ ສີທົນ ແສງພະຈັນ ກຳມະການປະຈຳພັກແຂວງວຽງຈັນ, ນໍ້າເບີ 5 ທ່ານ ນາງ ເພັດສະໝອນ ສອນ ກຳມະການປະຈຳພັກກະຊວງ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ, ນໍ້າເບີ 7 ທ່ານ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ນໍ້າເບີ 11 ທ່ານ...

Continue reading