ການນໍາພັກ-ລັດ ແລະປະຊາຊົນຕ່າງກໍ່ອອກມາໃຊ້ສິດຂອງຕົນຢ່າງເຕັມສ່ວນປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງເປັນຂະບວນຟົດຟື້ນ
23/02/2026

ວັນທີ 22 ມີນາ 2026 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຄັ້ງທີ X ແລະເລືອກຕັ້ງເອົາສະມາຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ V ຊຶ່ງບັນຍາກາດການປ່ອນບັດເລືອກຕັ້ງຕາມຈຸດຕ່າງໆໃນທົ່ວແຂວງສະຫວັນນະເຂດ ແມ່ນເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນ, ປະຊາຊົນຕື່ນຕົວອອກມາໃຊ້ສິດຂອງຕົນຢ່າງຫຼວງຫຼາຍ, ການນຳພັກ-ລັດແຕ່ລະຂັ້ນ, ລວມທັງຜູ້ອອກສະໝັກຮັບເລືອກຕັ້ງ ສສຊ ແລະ ສສຂ ປະຈຳເມືອງ-ນະຄອນ, ກໍ່ໄດ້ອອກມາປ່ອນບັດເລືອກຕັ້ງເຊັ່ນກັນ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ການນໍາແຂວງ ນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ, ທ່ານ ຄຳຜຸຍ ສີບຸນເຮືອງ, ທ່ານ ວາລິຍະ ສີຈັນທອງທິບ ແມ່ນໄດ້ປ່ອນບັດເລືອກຕັ້ງຢູ່ຈຸດເລືອກຕັ້ງ ວັດສຸນັນທາ ນະຄອນໄກສອນ ພົມວິຫານ, ທ່ານ ປອ ນາງ ສູນທອນ ໄຊຍະຈັກ ແລະຜູ້ສະໝັກຮັບເລືອກຕັ້ງບາງທ່ານ ແມ່ນໄດ້ປ່ອນບັດເລືອກຕັ້ງຢູ່ໂຮງຮຽນປະຖົມ ໄຊຍະພູມ ນະຄອນ ໄກສອນພົມວິຫານ, ທ່ານ ນາງ ດາວວອນ ໄຊສຸລຽນ, ທ່ານ ທອງໃສ ໄຊຍະວົງຄຳດີ ແມ່ນໄດ້ໃຊ້ສິດເລືອກຕັ້ງຢູ່ຈຸດປ່ອນບັດ ວັດໂນນຫີນແຮ່ ນະຄອນໄກສອນພົມວິຫານ ແລະການນຳຂັ້ນແຂວງຫຼາຍທ່ານໄດ້ລົງຊີ້ນຳຕາມຈຸດຕ່າງໆຂອງບັນດາເມືອງໃນທົ່ວແຂວງ.
ຂ່າວທີ່ກ່ຽວຂ້ອງ














