Skip to main content

ທ່ານ ປອ ອານຸພາບ ຕຸນາລົມ ພ້ອມພັນລະຍາ ບ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະພາປະຊາຊົນ ນວ ຊຸດທີ V

23/02/2026
ຕອນເຊົ້າວັນທີ 22 ກຸມພາ 2026, ທ່ານ ປອ ອານຸພາບ ຕຸນາລົມ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຫ່ງຊາດ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍພັນລະຍາ ໄດ້ໄປບ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະ ພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ຢູ່ຈຸດໜ່ວຍເລືອກຕັ້ງບ້ານຊຽງຍືນ (ວັດຊຽງຍືນ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການຂອງຮັບຂອງທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກນະຄອນຫຼວງວຽງຈັນ ເລຂາຄະນະພັກເມືອງຈັນທະບູລີ ພ້ອມຄະນະກຳມະການປະຈຳໜ່ວຍເລືອກຕັ້ງ ເລຂາພັກບ້ານ-ນາຍບ້ານ ຕະຫຼອດຮອດພໍ່ແມ່ປະຊາ ຊົນພາຍໃນບ້ານຊຽງຍືນ.
ຈຸດປະສົງຂອງຫຼັກການເລືອກຕັ້ງຄັ້ງນີ້ ແມ່ນການຈັດຕັ້ງປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະພາປະຊາຊົນ ນະຄອນຫຼວງ ວຽງຈັນ ຊຸດທີ V ເຊິ່ງແມ່ນການເສີມຂະຫຍາຍຢ່າງແຂງແຮງ ການປະຕິບັດສິດ ປະຊາທິປະໄຕ ຂອງ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຜູ້ມີສິດເລືອກຕັ້ງຕື່ນຕົວ ສະໝັກໃຈໄປໃຊ້ສິດເລືອກຕັ້ງເອົາ ຕົວແທນຂອງຕົນ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະພາປະຊາຊົນ ນະຄອນຫຼວງ ວຽງຈັນ ຊຸດທີ V ເຂົ້າໄປເຮັດວຽກຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ເຊິ່ງເປັນອົງການຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະ ຊາຊົນລາວບັນດາເຜົ່າ ເປັນອົງການສູງສຸດແຫ່ງອໍານາດລັດ ເປັນອົງການນິຕິບັນຢັດ ປະຕິບັດຕາມພາລະບົດບາດຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ນະຄອນຫຼວງວຽງຈັນ ແລະ ຕິດຕາມກວດກາການເຄົາລົບ ປະຕິ ບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ.
ໂດຍ: ວຽງຈັນໃໝ່

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ