Skip to main content

ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ປ່ອນບັດເລືອກຕັ້ງ ສສຊ-ສສ ນວ ຢູ່ໜ່ວຍເລືອກຕັ້ງຫ້ອງການບ້ານໂພນສີນວນ

23/02/2026
ໃນຕອນເຊົ້າວັນທີ 22 ກຸມພາ 2026 ຢູ່ໜ່ວຍເລືອກຕັ້ງຫ້ອງ ການ ບ້ານໂພນສີນວນ ເມືອງສີສັດຕະນາ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກສະມາຊິກສະ ພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນ ນະຄອນຫຼວຽງຈັນ (ສສ ນວ) ຢ່າງຄຶກຄື້ນ.
ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ: ມື້ນີ້ເປັນມື້ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ປະເທດຊາດ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ແມ່ນເຫດການການເມືອງໜຶ່ງທີ່ສຳຄັນ ເພື່ອໃຫ້ພົນລະ ເມືອງລາວຜູ້ມີສິດເລືອກຕັ້ງ ໄດ້ເລືອກເອົາບຸກຄົນທີ່ມີມາດ ຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນ ດາເຜົ່າ. ສະນັ້ນ, ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນລາວບັນ ດາເຜົ່າທຸກທົ່ວໜ້າ, ຈົ່ງພ້ອມກັນໄປໃຊ້ສິດຂອງຕົນເອງເພື່ອເລືອກເອົາຕົວແທນຂອງຕົນໄປເຮັດໜ້າທີ່ຢູ່ສະພາແຫ່ງຊາດຢ່າງພ້ອມພຽງ.
ສຳລັບບ້ານໂພນສີນວນ ມີ 2 ຈຸດປ່ອນບັດເລືອກຕັ້ງ, ມີພົນລະເມືອງທັງໝົດ 1.496 ຄົນ ຍິງ 813 ຄົນ ມີໜ້າປ່ອນບັດຕົວຈິງ 1.082 ຄົນ ຍິງ 615 ຄົນ.ໃນນີ້, ຈຸດຫ້ອງ ການບ້ານໂພນສີນວນ ມີ 539 ຄົນ ຍິງ 318 ຄົນ, ຈຸດໂຮງ ຮຽນປະຖົມ ມີ 543 ຄົນ ຍິງ 297 ຄົນ. ບັນຍາກາດການປ່ອນບັດເລືອກຕັ້ງຈຸດນີ້ເຕັມໄປດ້ວຍຄວາມຄຶກຄື້ນ, ຮັກ ສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ ແລະອື່ນໆ.
ບັ້ນເລືອກຕັ້ງຄັ້ງນີ້, ສະເພາະ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີຜູ້ລົງສະໝັກທັງໝົດ 25 ທ່ານ, ເລືອກເອົາ 19 ທ່ານ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງ ຈັນ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງສີສັດຕະນາກ,ມີຜູ້ລົງສະໝັກຮັບເລືອກຕັ້ງ ທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
ພາບ-ຂ່າວ: ກະແຕ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ