ສາລະວັນ ພ້ອມແລ້ວ ຈະເປັນເຈົ້າພາບ ຈັດງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ທ້າຍປີ 2024
ແຂວງສາລະວັນ ພ້ອມແລ້ວຈະເປັນເຈົ້າພາບ ຈັດງານມະຫະກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ລະຫວ່າງວັນທີ 13-22 ທັນວາ 2024 ພ້ອມກໍານົດໃຫ້ມີການຊີງໄຊທັງໝົດ 134 ລາຍການ, ໃນນັ້ນ ມີ 396 ຫຼຽນຄຳ, 396 ຫຼຽນເງິນ ແລະ 526 ຫຼຽນທອງ ລວມທັງໝົດ 1.318 ຫຼຽນ ພ້ອມທັງກຳນົດເອົາ ຫໍໄຕ ເປັນໂລໂກ້ ແລະ ຊ້າງ ເປັນສັດນຳໂຊກ.
ພິທີຖະແຫຼງຂ່າວການກຽມຄວາມພ້ອມເປັນເຈົ້າພາບ ຈັດງານມະຫະກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໃນວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມວິທະຍາໄລຄູສາລະວັນ ໂດຍມີ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ...