Skip to main content

Author: Chanthakhard Inthadalin

ເອັດແອວ ຄອງແຊ໋ມເຕະບານຊາຍຊີງຂັນເຈົ້າແຂວງອຸດົມໄຊ 2024 ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ທີມສູນຝຶກ ເອັດແອວ ອາຄາເດມີ ເມືອງໄຊ ສາມາດເອົາຊະນະ ທີມກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຫຼື ປກສ ແຂວງ ໄປໄດ້ 2-0 ປະຕູ ໃນໄລຍະຕໍ່ເວລາພິເສດ ຫຼັງໃນເວລາປົກກະຕິທັງສອງທີມບໍ່ສາມາດຍິງປະຕູຕັດສິນກັນໄດ້ສະເໝີ 0-0 ຄວ້າຂັນທ່ານເຈົ້າແຂວງອຸດົມໄຊ ປະຈຳປີ 2024 ໄປຄອງຢ່າງສົມສັກສີ ພ້ອມເງິນລາງວັນ ຈຳນວນ 10 ລ້ານກີບ ແລະ ປີ້ເຂົ້າຊົມຄອນເສີດ ຈຳນວນ 10 ບັດ ລວມມູນຄ່າ 5 ແສນກີບ. ພິທີປິດການແຂ່ງຂັນກິລາເຕະບານຊາຍ ຊີງຂັນທ່ານເຈົ້າແຂວງອຸດົມໄຊ ປະຈໍາປີ 2024 ໂດຍຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69...

Continue reading

ສກຂ ຫຼວງນ້ຳທາ ສຳເລັດການແຂ່ງຂັນກິລາເປຕັງ ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງນ້ຳທາ ສຳເລັດການແຂ່ງຂັນກິລາເປຕັງປະເພດຄູ່ຍິງ-ຄູ່ຊາຍ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃນຕອນແລງວັນທີ 17 ມັງກອນ 2024 ທີ່ເດີ່ນເປຕັງຮ້ານກິນດື່ມແຟນໃໝ່ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງ ທ່ານ ບຸນໂຮມ ຈິດດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງນ້ຳທາ ແລະ ທ່ານ ສົມພອນ ສຸວັນນະກາສີ ຄະນະສະຫະພັນກິລາເປຕັງແຂວງຫຼວງນ້ຳທາ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ກຳມະການຕັດສິນ, ຄູຝຶກ, ນັກກິລາ...

Continue reading

ປະກາດປັບປຸງກົງຈັກການຈັດຕັ້ງ 5 ສະຫະພັນກິລາຄົນພິການແຫ່ງຊາດລາວ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ປະກາດປັບປຸງກົງຈັກການຈັດຕັ້ງ 5 ສະຫະພັນກິລາຄົນພິການແຫ່ງຊາດລາວ ກໍຄື ສະຫະພັນກິລາບານເຕະຄົນພິການຕາແຫ່ງຊາດລາວ ໂດຍແມ່ນທ່ານ ບຸນມີ ຫຼ່ຽມໄຊຍະຈັກ ເປັນປະທານ, ສະຫະພັນກິລາຍົກນໍ້າໜັກຄົນພິການແຫ່ງຊາດ ທ່ານ ຄອນພະຈັນ ໄຊຍະສຸກ ເປັນປະທານ, ສະຫະພັນກິລາໂກນບານຄົນພິການແຫ່ງຊາດລາວ ທ່ານ ດຣ ທອງເພັດ ສິດທິວັນ ເປັນປະທານ, ສະຫະພັນກິລາບັອດເຊຍຄົນພິການແຫ່ງຊາດລາວ, ທ່ານ ອານຸຄິດ ແກ່ນວັນຄຳ ເປັນປະທານ ແລະ ສະຫະພັນກິລາຟັນດາບຄົນພິການແຫ່ງຊາດລາວ ທ່ານ ພອນ ພົມມະຈັນ ເປັນປະທານ. ...

Continue reading

ວຽງຈັນ ເອັບທີ ຍິງຈຸດໂທດດັບຝັນ ມັດສະດ້າ 3-1 ຄອງແຊ໋ມເຕະບານ ຢູ-13 ວຽງຈັນ ເອັບທີ ຄັບ 2024

ທີມວຽງຈັນ ເອັບທີ ຍິງຈຸດໂທດດັບຝັນ ມັດສະດ້າ ລາວ ຈີບີ ເອັບຊີ 3-1 ປະຕູ ຫຼັງໃນເກມ ສະເໝີກັນ 1-1 ປະຕູ ຄວ້າແຊ໋ມການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸບໍ່ເກີນ 13 ປີ ຊີງຂັນປະທານສະໂມສອນ ອາຄາເດມີ ວຽງຈັນ ເອັບທີ ຫຼື ຢູ-13 ລາຍການ ວຽງຈັນ ເອັບທີ ຄັບ 2024 (U-13 VINETIANE FT CUP 2024) ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ແລະ ສົ່ງເສີມເຍົາວະຊົນລາວ ກໍຄື ນະຄອນຫຼວງວຽງຈັນ ໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງເພື່ອພັດທະນາຕົນເອງກ້າວສູ່ລະດັບຊາດ ໄປຄອງ ແລະ ກໍເປັນແຊ໋ມລາຍການທີ 2 ຫຼັງກ່ອນໜ້ານີ້ ສາມາດຄອງແຊ໋ມລາຍການ ເຄເອັມທີ ຄັບ...

Continue reading

ລັດຖະມົນຕີ ສສກ ພົບປະ ລັດຖະມົນຕີກະຊວງຟື້ນຟູໄພພິບັດຍີ່ປຸ່ນ ສະຫຼອງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ ໄດ້ຕ້ອນຮັບ ທ່ານ ນາງ ຊິຈິຢະ ຊິນະໂກະ ລັດຖະມົນຕີກະຊວງຟື້ນຟູໄພພິບັດຂອງຍີ່ປຸ່ນ ທັງເປັນປະທານຄະນະມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເມື່ອວັນທີ 10 ມັງກອນ 2024 ທີ່ສຳນັກງານ ກະຊວງ ສສກ ເພື່ອສົ່ງເສີມການຮ່ວມມື ໃນຂົງເຂດສຶກສາ, ວິທະຍາສາດ ແລະ ການກິລາ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025. ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວຕ້ອນຮັບ ທ່ານ ນາງ ຊິຈິຢະ...

Continue reading

ກິລາເພາະກາຍລາວ ຮ່ວມມືກັບ ໂຮງແຮມດອນຈັນພາເລດ ກຽມຈັດແຂ່ງຂັນຊີງແຊ໋ມອາຊຽນ 2024

ສະຫະພັນກິລາເພາະກາຍແຫ່ງຊາດລາວ ຫຼື ສພກລ ຈັບມືກັບ ໂຮງແຮມດອນຈັນ ພາເລດ ຮ່ວມກັນລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ເພື່ອກຽມຄວາມພ້ອມໃຫ້ແກ່ ສປປ ລາວ ເປັນເຈົ້າພາບ ຈະຈັດແຂ່ງຂັນກິລາເພາະກາຍຊີງແຊ໋ມອາຊຽນ ຄັ້ງທີ 18 ຊຶ່ງເປັນຄັ້ງປະຫວັດສາດຂອງວົງການກິລາເພາະກາຍລາວ ເພື່ອສ້າງຂະບວນການສະເຫຼີມສະຫຼອງກອງປະຊຸມຂອງລັດຖະບານໃນນາມເປັນປະທານ ອາຊຽນ ປີ 2024 ແນໃສ່ດຶງດູດການທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ຄຽງຄູ່ກັນນັ້ນ, ກໍຍັງເປັນການກຽມຄວາມພ້ອມທັບນັກກິລາລາວກຽມຮ່ວມງານກິລາ ຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025 ລາຍການດັ່ງກ່າວຈະຈັດຂຶ້ນ ລະຫວ່າງວັນທີ 16-20 ພຶດສະພາ 2024 ຊຶ່ງຈະມີການຊີງໄຊເຖິງ 45 ຫຼຽນ ກໍຄື...

Continue reading

ເບເທີບີເຢບ ປະທະ ສະມິດ ການແຂ່ງຂັນຊົກມວຍຊີງແຊ໋ມໂລກ 3 ສະຖາບັນ ຈັດຂຶ້ນ 14 ມັງກອນນີ້

ການແຂ່ງຂັນມວຍສາກົນຊີງແຊ໋ມໂລກ ຈາກ 3 ສະຖາບັນ ຮຸ່ນໄລເຮບວີເວດ (WBC, IBF, WBO) ລະຫວ່າງ ອາເທີ ເບເທີບີເຢບ ຂຶ້ນສັງວຽນຊົກ ເພື່ອປ້ອງກັນສາຍແອວແຊ໋ມກັບ ຄັນລໍາ ສະມິດ ຈະມີຂຶ້ນໃນວັນທີ 14 ມັງກອນ 2024 ເວລາ 10:00 ໂມງ ຕາມເວລາໃນສປປ ລາວ ທີ່ສູນວິເດໂອຕຣອນ ເມືອງຄວິເບກ ປະເທດການາດາ. ຖືວ່າເປັນເວລາທີ່ເໝາະສົມ ແລະ ເລີກງາມຍາມດີແລ້ວສຳລັບທັງຄູ່ ຫຼັງການແຂ່ງຂັນຕ້ອງເລື່ອນມາເປັນເວລາດົນນານ ເນື່ອງຈາກການບາດເຈັບຂອງ ອາເທີ ເບເທີບີເຢບ ຍອດມວຍອັດສະລິຍະຜູ້ໜ້າເກງຂາມຈາກຣັດເຊຍ ທີ່ຖືກຍົກໃຫ້ເປັນອັນດັບໜຶ່ງຂອງຮຸ່ນໄລເຮບວີເວດ ໃນເວລານີ້ ເຈົ້າຂອງສາຍແອວແຊ໋ມໂລກ 3 ສະຖາບັນຫຼັກ (WBC, IBF, WBO) ດ້ວຍສະຖິຕິຊົກ 19 ນັດ, ຊະນະນັອກ 19 ນັດລວດ....

Continue reading

ງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ຈະຈັດຂຶ້ນທ້າຍປີນີ້

ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ຈະຈັດຂຶ້ນໃນເດືອນທັນວາ 2024 ຂະນະທີ່ເຈົ້າພາບ ປະກາດແຕ່ງຕັ້ງ 10 ກຳມະການ ແລະ 12 ສະຫະພັນກິລາ ເພື່ອຮັບໃຊ້ງານດັ່ງກ່າວ. ພິທີປະກາດຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງ 10 ກຳມະການ ແລະ ຂໍ້ຕົກລົງ ວ່າດ້ວຍການສະຫະພັນກິລາ-ກາຍະກໍາ 12 ປະເພດ ຮັບໃຊ້ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ ເປັນເຈົ້າພາບ ໄດ້ມີຂຶ້ນໃນວັນທີ 8 ມັງກອນ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ,...

Continue reading