Skip to main content

ລັດຖະມົນຕີ ສສກ ພົບປະ ລັດຖະມົນຕີກະຊວງຟື້ນຟູໄພພິບັດຍີ່ປຸ່ນ ສະຫຼອງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ

12/01/2024

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ ໄດ້ຕ້ອນຮັບ ທ່ານ ນາງ ຊິຈິຢະ ຊິນະໂກະ ລັດຖະມົນຕີກະຊວງຟື້ນຟູໄພພິບັດຂອງຍີ່ປຸ່ນ ທັງເປັນປະທານຄະນະມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເມື່ອວັນທີ 10 ມັງກອນ 2024 ທີ່ສຳນັກງານ ກະຊວງ ສສກ ເພື່ອສົ່ງເສີມການຮ່ວມມື ໃນຂົງເຂດສຶກສາ, ວິທະຍາສາດ ແລະ ການກິລາ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025.


ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວຕ້ອນຮັບ ທ່ານ ນາງ ຊິຈິຢະ ຊິນະໂກະ ພ້ອມຄະນະຜູ້ແທນຈາກປະເທດຍີ່ປຸ່ນຢ່າງອົບອຸ່ນ ພ້ອມທັງສະແດງຄວາມເສຍໃຈ ແລະ ເປັນຫວງເປັນໃຍຕໍ່ປະຊາຊົນຍີ່ປຸ່ນ ທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຢູ່ທາງພາກກາງຂອງຍີ່ປຸ່ນ ໃນຕົ້ນເດືອນຜ່ານມາ. ຊຶ່ງ ທ່ານ ລມຕ ສສກ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ເປັນການຮັດແໜ້ນສາຍພົວພັນການຮ່ວມມື ຂອງສອງຊາດ ລາວ-ຍີ່ປຸ່ນ, ຖືເອົາໂອກາດນີ້ ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດ, ການສຶກສາ ແລະ ກິລາ ໃນໄລຍະຜ່ານມາ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ໂດຍສະເພາະຊ່ວຍປັບປຸງການກໍ່ສ້າງວິທະຍາໄລຄູ 8 ແຫ່ງໃນທົ່ວປະເທດ, ປັບປຸງຫຼັກສູດຄະນິດສາດຊັ້ນປະຖົມສຶກສາ, ວຽກງານການສຶກສາຊັ້ນສູງ ແລະ ອື່ນໆ; ພິເສດທີ່ສຸດ ແມ່ນການຊ່ວຍເຫຼືອປັບປຸງກໍ່ສ້າງສະໜາມກິລາເຈົ້າອານຸວົງ ແລະ ການຈັດຝຶກອົບຮົມເພື່ອຍົກລະດັບພະນັກງານໃນການຄຸ້ມຄອງສະໜາມກິລາໃຫ້ມີຄວາມຍືນຍົງ.

ໂອກາດດັ່ງກ່າວ, ທ່ານ ນາງ ຊິຈິຢະ ຊິນະໂກະ ໄດ້ສະແດງຄວາມຮູ້ສຶກດີໃຈທີ່ໄດ້ມາຢ້ຽມຢາມ ສປປ ລາວ ແລະ ກໍພາກພູມໃຈທີ່ໄດ້ຮັບການຕ້ອບຮັບອັນອົບອຸ່ນ ຈາກກະຊວງສຶກສາທິການ ແລະ ກິລາ, ທ່ານໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ສົ່ງສານສະແດງຄວາມເສຍໃຈຕໍ່ເຫດການແຜ່ນດິນໄຫວ. ເຖິງຢ່າງໃດກໍດີ, ໃນປີ 2025 ພໍດີຄົບຮອບ 70 ປີ ວັນສ້າງສາຍພົວພັນທາງການທູດ ຍີ່ປຸ່ນ-ລາວ ຊຶ່ງຈະເປັນຂີດໝາຍທີ່ສຳຄັນ ທີ່ລັດຖະບານສອງຊາດຈະໄດ້ສືບຕໍ່ຊຸກຍູ້ສົ່ງເສີມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ໃນໂອກາດດັ່ງກ່າວ ກໍຫວັງວ່າພວກເຮົາຈະຈັດຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ໃຫ້ເປັນຂະບວນການຟົດຟື້ນ.

ທ່ານ ນາງ ຊິຈິຢະ ຊິນະໂກະ ກໍຍັງໄດ້ແຈ້ງເຈດຈຳນົງຕື່ມອີກວ່າ: ປັດຈຸບັນທາງລັດຖະບານ ຍີ່ປຸ່ນ ມີຄວາມຍິນດີທີ່ຈະສືບຕໍ່ປະກອບສ່ວນສະໜັບສະໜູນສົ່ງເສີມໃນຂະແໜງການຕ່າງໆຂອງ ສປປ ລາວ ໂດຍສະເພາະໃນຂະແໜງການສຶກສາ ແລະ ກິລາ ເປັນຕົ້ນແມ່ນ ການສົ່ງເສີມວຽກງານໂພສະນາການອາຫານໃນໂຮງຮຽນ ແລະ ກິລາ ຊຶ່ງຈະເປັນປະໂຫຍດຕໍ່ນັກຮຽນ-ນັກສຶກສາ ກໍຄື ນັກກິລາ ແລະ ເປັນພື້ນຖານໃນການພັດທະນາປະເທດຊາດໃນໄລຍະຍາວອີກດ້ວຍ. ພ້ອມນີ້, ທ່ານ ນາງ ຊິຈິຢະ ກໍມີຄວາມຮູ້ສຶກດີໃຈຫຼາຍ ທີ່ໄດ້ຮັບຮູ້ ເມື່ອເດືອນພະຈິກຜ່ານມາ ລັດຖະບານ ລາວ-ຍີ່ປຸ່ນ ໄດ້ມີການເຊັນສັນຍາໃນການປັບປງກໍ່ສ້າງສະໜາມກິລາເຈົ້າອານຸວົງຄືນໃໝ່ ແລະ ຫວັງຢ່າງຍິ່ງວ່າການປະກອບສ່ວນກໍ່ສ້າງສະໜາມແຫ່ງຊາດຈະສ້າງຜົນປະໂຫຍດສູງສຸດໃຫ້ແກ່ ສປປ ລາວ, ເປັນການປະກອບສ່ວນໃຫ້ແກ່ໝາກຜົນແຫ່ງການຮ່ວມມືຂອງສອງປະເທດ ທີ່ຈະຄົບ 70 ປີ ໃນປີ 2025 ນີ້.

ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ