Skip to main content

Author: Chanthakhard Inthadalin

ຈັດທຣຳ ແຊ໋ມເກົ່າ ແຊງຊະນະ ຄີແຣນ ວິວສັນ ຜ່ານເຂົ້າຮອບ 2 ສະນຸກເກີ ມາດເຕີ 2024

ການແຂ່ງຂັນກິລາສະນຸກເກີ ມາດເຕີ ປະຈຳປີ 2024 ຮອບທຳອິດ ຈັດທຣຳ ແຊ໋ມເກົ່າ ທັງເປັນມື 2 ຂອງໂລກ ຈາກເຈົ້າພາບ ອັງກິດ ແຊງຊະນະ ຄີແຣນ ວິວສັນ ມື 9 ຂອງໂລກ ເພື່ອນຮ່ວມຊາດ 6-5 ເຟຣມ ຕາມຫຼັງກ່ອນ 3 ເຟຣມ ເຮັດໃຫ້ຈັດທຣຳ ເຂົ້າສູ່ຮອບທີ 2 ຫຼື ຮອບ 8 ຄົນສຸດທ້າຍ ໄປພົບກັບ ອາລີ ຄາເຕີ ມື 11 ຂອງໂລກເພື່ອນຮ່ວມຊາດ ທີ່ເອົາຊະນະ ມາກ ວິນລຽມ ມື 8 ຂອງໂລກຈາກເວວ ຮອງແຊ໋ມປີຜ່ານມາ 6-4 ເຟຣມ. Photo: World Snooker Tour

Continue reading

ສາລະວັນ ເຈົ້າພາບ ກຳນົດເອົາ 12 ປະເພດກິລາ ບັນຈຸເຂົ້າໃນງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ປີ 2024

ແຂວງສາລະວັນ ເຈົ້າພາບ ໄດ້ກຳນົດເອົາ 12 ປະເພດກິລາ ປະກອບມີ ກິລາມວຍ, ບານເຕະ, ບານສົ່ງ, ດອກປີກໄກ່, ປິ່ງປ່ອງ, ບານບ້ວງ, ໝາກແລ້, ເປຕັງ, ກະຕໍ້, ໜ້າເກັກ, ໝາກເສິກ ແລະ ແລ່ນ-ລານ ບັນຈຸເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024. ແຂວງສາລະວັນ ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງ 10 ກຳມະການ ຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ແລະ ຂໍ້ຕົກລົງ ວ່າດ້ວຍການສະຫະພັນກິລາ-ກາຍະກໍາ 12 ປະເພດ ຮັບໃຊ້ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນວັນທີ 8 ມັງກອນ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກິລາແຂວງສາລະວັນ...

Continue reading

ເປຕັງ ຊີງຂັນຜູ້ອຳນວຍການໂຮງຮຽນເລກ 2 ວຽງໄຊ ສະຫຼອງ 20 ມັງກອນ ຈະເປີດສາກສຸກນີ້

ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຮ່ວມກັບ ຮ້ານຂາຍເຄື່ອງກິລາ ດີພີ ສະປອດ (DP Sport) ແລະ ສວນອາຫານ-ເດີ່ນບານ 3 ອໍ ຈະເປີດການແຂ່ງຂັນກິລາເປຕັງປະເພດຄູ່ຊາຍ ຊີງຂັນທ່ານ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຜູ້ອຳນວຍການໂຮງຮຽນ ເລກ 2 ວຽງໄຊ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາ ດີພີ ສະປອດ (DP Sport) ນະຄອນປາກເຊ ແຂວງຈຳປາສັກ ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນ...

Continue reading

ການແຂ່ງຂັນມວຍລາວ ຄັດເລືອກນັກກິລາດາວເດັ່ນຂອງສປປ ລາວ ຈະເປີດສາກລະເບີດຄວາມມັນ 20 ມັງກອນນີ້ ແຟນມວຍພັນແທ້ຫ້າມພາດ!

ສະຫະພັນມວຍລາວແຫ່ງຊາດ ຈະຈັດການແຂ່ງຂັນຊົກມວຍລາວລະດັບຊາດ 3 ຮຸ່ນ ເພື່ອເປັນການຄັດເລືອກເອົານັກກິລາມວຍດາວເດັ່ນໜຶ່ງດຽວຂອງ ສປປ ລາວ ໃນແຕ່ລະຮຸ່ນ ກຽມສົ່ງເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ຈະເປີດສາກລະເບີດຄວາມມັນຢ່າງເປັນທາງການໃນວັນທີ 20 ມັງກອນນີ້ ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ. ຄຽງຄູ່ກັນນີ້ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຕ້ອນຮັບປີທ່ອງທ່ຽວລາວ 2024 ໃຫ້ມີຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ. ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ...

Continue reading

ເຢຍລະມັນ ແຊງຊະນະ ໂປແລນ 2-1 ຄູ່ ຄວ້າແຊ໋ມເທັນນິດ ທີມປະສົມ ຊີງແຊ໋ມໂລກ 2024

ການແຂ່ງຂັນເທັນນິດທີມປະສົມຊີງແຊ໋ມໂລກ ປະຈຳປີ 2024 ລາຍການ ຢູໄນເຕັດ ຄັບ 2024 ທີ່ນະຄອນເພີດ ແລະ ຊິດນີ ປະເທດອົດສະຕຣາລີ ເມື່ອທ້າຍອາທິດຜ່ານມາ ເປັນການແຂ່ງຂັນຄູ່ຊິງຊະນະເລີດ ລະຫວ່າງ ທີມຊາດໂປໂລຍ ຫຼື ໂປແລນ ທີ່ນຳໂດຍ ອີກາ ສະເວຍເຕັກ ມື 1 ຂອງໂລກ ທີ່ຜົນງານເດັ່ນສຸດໃນຮອບຜ່ານໆມາ ຄວ້າໄຊ 8 ຄູ່ລວດ ພົບກັບ ທີມຊາເເຢຍລະມັນ ທີ່ນຳໂດຍ ອາເລັກຊານເດີ ຊະເວເຣບ ມື 6 ຂອງໂລກ. ຄູ່ທຳອິດປະເພດຍິງດ່ຽວ ອີກາ ສະເວຍເຕັກ ເອົາຊະນະ ແອັງເຈລິກ ແກເບີ ອາດີດມື 1 ຂອງໂລກ 2-0 ເຊັດ 6-3 ແລະ 6-0 ຄະແນນ ຊ່ວຍໃຫ້ ໂປໂລຍ...

Continue reading

ຢູ-12 ວຽງຈັນ ເອັບທີ ຄອງແຊ໋ມເຕະບານ 7 ຄົນ ລາຍການ ເຄເອັມທີ ເອັບຊີ ຄັບ 2023

ສະໂມສອນ ອາຄາເດມີ ວຽງຈັນ ເອັບທີ ບຽດຊະນະ ສະໂມສອນ ເອັບຊີ ຕາລັນຕ້າ ໄປແບບຫວຸດຫວິດ 1-0 ປະຕູ ຄອງແຊ໋ມການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸ 12 ປີ ຫຼື ຢູ-12 ລາຍການ ເຄເອັມທີ ເອັບຊີ ຄັບ 2023 ຄັ້ງທີ 1 ໄປຄອງຢ່າງສົມສັກສີ. ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນເມື່ອວັນທີ 6 ມັງກອນ 2024 ທີ່ເດີ່ນບານຫຍ້າທ່ຽມ ເຄເອັມທີ ເອັບຊີ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ນາງ ບົວເງິນ ກໍ່າກາຊົມພູ ຮອງປະທານສະໂມສອນ ເຄເອັມທີ ເອັບຊີ ທັງເປັນຮອງປະທານຈັດງານ, ມີທ່ານ ບຸນມີ ສີລິແສງ ປະທານສະໂມສອນ ເອັບຊີ ຕາລັນຕ້າ ແລະ ທ່ານ ພອນເພັງ ຈັນທະວົງ ປະທານສະໂມສອນ ອາຄາເດມີ້ ວຽງຈັນ ເອັບທີ...

Continue reading

4 ພາກສ່ວນຮ່ວມກັນມອບເຄື່ອງໃຊ້ຫ້ອງການ ແລະ ອຸປະກອນການສຶກສາ-ກິລາ ໃຫ້ໂຮງຮຽນ 3 ແຫ່ງ ເມືອງໂພນທອງ

ພຣະອາຈານ ສັນຕິສຸກ ລ່ຽມອິນທະວົງ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ສາຂາປະກັນໄພລ້ານຊ້າງພາໄຕ ແລະ ຮ້ານຂາຍເຄື່ອງກິລາ ດີພີ ສະປອດ (DP Sports) ໄດ້ນຳເອົາເຄື່ອງຊ່ວຍເຫຼືອປະເພດພັດລົມ, ປິນເຕີ ລວມເຖິງອຸປະກອນການສຶກສາ ແລະ ກິລາ ອີກຫຼາຍລາຍການ ໄປມອບໃຫ້ກັບໂຮງຮຽນ ມັດທະຍົມສົມບູນ ຫຼື ມສ ບ້ານປ້ອງ, ໂຮງຮຽນປະຖົມສົມບູນບ້ານບຸ່ງແກ ແລະ ໂຮງຮຽນປະຖົມສົມບູນບ້ານໂນກຸງ ເມືອງໂພນທອງ ແຂວງຈຳປາສັກ ເພື່ອອຳນວຍຄວາມສະດວກໃຫ້ກັບບັນດາໂຮງຮຽນດັ່ງກ່າວນຳໃຊ້ເຂົ້າໃນການຮຽນການສອນ ເພື່ອໃຫ້ຄົບຕາມ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ. ...

Continue reading

ຕະຫຼອດ 50 ປີ ບໍລິສັດ ເບຍລາວ ເອົາໃຈໃສ່ ແລະ ມຸ່ງໝັ້ນ ພັດທະນາ ນະວັດຕະກໍາ ແລະ ການຂະຫຍາຍຕົວໃນປະເທດລາວ

ບໍລິສັດ ເບຍລາວ ຈຳກັດ ຜູ້ນຳໜ້າອຸດສະຫະກຳເຄື່ອງດື່ມ ໃນ ສປປ ລາວ ໄດ້ດຳເນີນທຸລະກິດ ແລະ ຢູ່ຄຽງຄູ່ກັບສັງຄົມລາວມາຍາວນານຄົບຮອບ 50 ປີ ໃນປີນີ້ ຊຶ່ງເປັນປີແຫ່ງຜົນສໍາເລັດຄັ້ງຍິ່ງໃຫຍ່ ແລະ ມີຄວາມໝາຍໃນໜ້າປະຫວັດສາດຂອງ ບໍລິສັດ ເບຍລາວ ຈຳກັດ ເມື່ອນັບຕັ້ງປີ 1973 ທີ່ໄດ້ກໍ່ຕັ້ງ ບໍລິສັດ ກໍໄດ້ມຸ່ງໝັ້ນໃນການຮັກສາມາດຕະຖານຄຸນນະພາບສິນຄ້າໃຫ້ທຽບເທົ່າສາກົນ ແລະ ສືບຕໍ່ພັດທະນາ ນະວັດຕະນະກຳໃໝ່ໆ ຢ່າງບໍ່ຢຸດຢັ້ງຢູ່ສະເໝີມາ ໂດຍຕະຫຼອດໄລຍະເວລາຫ້າທົດສະວັດ, ທຸກຜະລິດຕະພັນຊັ້ນນຳຂອງບໍລິສັດເບຍລາວ ໂດຍສະເພາະຍີ່ຫໍ້ເບຍລາວ ບໍ່ພຽງແຕ່ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນທີ່ຮັກຂອງທຸກຄົນ...

Continue reading