Skip to main content

Author: Chanthakhard Inthadalin

ການນຳ ສສກ-ມຊ ຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

ການນຳກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບ ການນຳມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງສາກົນ ເວົ້າລວມ, ເວົ້າສະເພາະແມ່ນຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 7 ສິງຫາ 2024 ທີ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ເມືອງໄຊທານີ ນະຄອນຫຼວງວຽງຈັນ,...

Continue reading

ສາຍການບິນຫວຽດເຈັດ ມີຜົນກຳໄລເກີນຄາດໝາຍ 21%

ບໍລິສັດສາຍການບິນຫວຽດເຈັດ (Vietjet) (HOSE: VJC) ໄດ້ລາຍງານໃຫ້ຮູ້ກ່ຽວກັບການເງິນໃນໄລຍະ 6 ເດືອນຕົ້ນປີ 2024 ຊຶ່ງຜົນປະກອບການຂອງ Vietjet ເພີ່ມຂຶ້ນກວ່າໄລຍະກ່ອນການລະບາດຂອງພະຍາດໂຄວິດ-19 ໃນປີ 2019 ໂດຍສາຍການບິນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 13,1 ລ້ານຄົນ ດ້ວຍ 70.154 ຖ້ຽວບິນທີ່ປອດໄພ ເຮັດໃຫ້ມີລາຍຮັບສະສົມຈາກການຂົນສົ່ງທາງອາກາດລວມທີ່ 32.893 ພັນຕື້ດົງ (ປະມານ 28 ພັນຕື້ກວ່າກີບ), ເພີ່ມຂຶ້ນ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ກໍາໄລກ່ອນຫັກອາກອນໃນໄລຍະນີ້ຢູ່ທີ່ 1.174 ພັນຕື້ດົງ (ປະມານ 1 ພັນຕື້ກີບ), ເພີ່ມຂຶ້ນເຖິງ 690% ເມື່ອທຽບໃສ່ປີຜ່ານມາ. ລາຍຮັບລວມຂອງ Vietjet ໃນເຄິ່ງປີ 2024 ຢູ່ທີ່ 34.016 ພັນຕື້ດົງ (ປະມານ 30 ພັນຕື້ກີບ),...

Continue reading

ກິດຈະກໍາການຜະລິດຂອງ ອາເມຣິກາ ຫຼຸດລົງຕໍ່າສຸດ ໃນຮອບ 8 ເດືອນ

ຂ່າວສານຫວຽດນາມ ລາຍງານວ່າ: ອີງຕາມຂໍ້ມູນທີ່ເປີດເຜີຍໂດຍສະຖາບັນການຄຸ້ມຄອງການສະໜອງ (ISM) ໃນວັນທີ 1 ສິງຫາ 2024 ກິດຈະກໍາການຜະລິດຂອງສະຫະລັດອາເມຣິກາ ໃນເດືອນກໍລະກົດ 2024 ໄດ້ຫຼຸດລົງໃນລະດັບຕໍ່າສຸດໃນຮອບ 8 ເດືອນ ເນື່ອງຈາກການຫຼຸດລົງຂອງຈໍານວນຄຳສັ່ງຊື້ໃໝ່ ຊຶ່ງສະແດງໃຫ້ເຫັນວ່າພາກອຸດສາຫະກໍາການຜະລິດກໍາລັງປະເຊີນກັບຄວາມຫຍຸ້ງຍາກ ຫຼັງຈາກການຟື້ນຕົວທີ່ເຂັ້ມແຂງໃນໄຕມາດທີ 2. ຂ່າວລະບຸວ່າ: ດັດຊະນີ PMI ຂອງຂະແໜງການຜະລິດ ກວມເອົາ 10,3% ຂອງພື້ນຖານເສດຖະກິດອາເມຣິກາ ໄດ້ຫຼຸດລົງຢູ່ໃນລະດັບ 46,8 ໃນເດືອນກໍລະກົດ (ເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນພະຈິກ 2023),...

Continue reading

ການແຂ່ງຂັນເຕະບານ ມັດສະດ້າ ຊາເລັນ ຄັບ 2024 ຈະເປີດສາກກາງເດືອນນີ້

ການແຂ່ງຂັນເຕະບານ ມັດສະດ້າ ຊາເລັນ ຄັບ 2024 ຫຼື Mazda Challenge Cup 2024 ຊີງເງິນລາງວັນລວມ 90 ລ້ານກີບ ໂດຍມີບັນດາສະໂມສອນທ່ີ່ມາຈາກຂອບເຂດທົ່ວປະເທດ ເຂົ້າຮ່ວມ. ໃນນັ້ນມີພຽງໜຶ່ງທີມມາຈາກປະເທດເພື່ອນບ້ານ ໄທ ຮ່ວມແຂ່ງຂັນ ຈະເປີດສາກແຂ່ງຂັນໃນລະຫວ່າງວັນທີ 10-11 ສິງຫາ 2024 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ເມືອງໄຊທານີ ນະຄອນຫຼວງວຽງຈັນ. ພິທີຈັບສະຫຼາກການແຂ່ງຂັນ ມັດສະດ້າ ຊາເລັນ ຄັບ 2024 ຫຼື Mazda Challenge Cup 202 ຈັດຂຶ້ນເມື່ອວັນທີ 31 ກໍລະກົດ ຜ່ານມາ ທີ່ສະຫະພັນບານເຕະແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ທະນົງຈິດ ວິລະສັກ...

Continue reading

ຈີນ ມີຍອດມູນຄ່າການຄ້າສິນຄ້າປະເພດຈັບຕ້ອງໄດ້ຢູ່ແຖວໜ້າຂອງໂລກ 7 ປີຊ້ອນ

ອີງຕາມວິທະຍຸສາກົນແຫ່ງ ສປ ຈີນ ລາຍງານ ໃນວັນທີ 30 ກໍລະກົດ 2024 ວ່າ: ຫ້ອງວ່າການຖະແຫຼງຂ່າວ ຂອງລັດຖະບານຈີນ ໄດ້ຈັດກອງປະຊຸມຖະແລງຂ່າວ ຫຼາຍຫົວຂໍ້ຕ່າງໆ ກ່ຽວກັບການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ. ເຈົ້າໜ້າທີ່ກ່ຽວຂ້ອງຂອງອົງການພາສີຈີນ ແນະນຳໃຫ້ຮູ້ວ່າ: ນັບແຕ່ຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ການຄ້າຕ່າງປະເທດຂອງ ສປ ຈີນ ໄດ້ເພີ່ມຂຶ້ນ ເກືອບ 1.600 ຕື້ຢວນ ສະເລ່ຍຕໍ່ປີ ຊຶ່ງເທົ່າກັບ ມູນຄ່າ ການນຳເຂົ້າ-ສົ່ງອອກ ຕໍ່ປີຂອງປະເທດ ຂະໜາດກາງ. ຍອດມູນຄ່າ ການຄ້າສິນຄ້າ ປະເພດຈັບຕ້ອງໄດ້ຂອງສປ ຈີນ ໄດ້ຢູ່ອັນດັບແຖວໜ້າໃນໂລກ ເປັນເວລາ 7 ປີລຽນຕິດ. ສປ ຈີນ ໄດ້ກາຍເປັນຄູ່ການຄ້າ ທີ່ສຳຄັນຫຼາຍກວ່າ 150...

Continue reading

ການປະຕິຮູບຊັບສິນລັດ ແລະ ລັດວິສາຫະກິດຂອງຈີນ ໄດ້ຮັບການບຸກທະລຸທີ່ສຳຄັນ

ຂ່າວສານຊີອາໄອ ລາຍງານ ເມື່ອບໍ່ດົນມານີ້ ວ່າ: ຫ້ອງການຖະແຫຼງຂ່າວຄະນະລັດຖະບານ ສປຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ໃນໂອກາດນີ້, ຜູ້ຮັບຜິດຊອບຄະນະກຳມະການຕິດຕາມຄຸ້ມຄອງຊັບສິນຂອງລັດໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ການປະຕິຮູບຊັບສິນລັດ ແລະ ລັດວິສາຫະກິດຂອງຈີນ ໄດ້ຮັບການບຸກທະລຸທີ່ສຳຄັນ, ຄຸນນະພາບ ແລະ ປະສິດທິຜົນໄດ້ຮັບການຍົກລະດັບສູງຂຶ້ນຢ່າງພົ້ນເດັ່ນ. (231110) — QINGDAO, Nov. 10, 2023 (Xinhua) — People visit the 12th APEC Small and...

Continue reading

7 ເດືອນຕົ້ນປີ ສສ ຫວຽດນາມ ຄາດຍອດເກີນດູນການຄ້າ ຈະບັນລຸ 14 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 29 ກໍລະກົດ ຜ່ານມາ ວ່າ: ກົມໃຫຍ່ສະຖິຕິຫວຽດນາມ ໄດ້ປະກາດວ່າ ໃນເດືອນກໍລະກົດ ປີ 2024 ມູນຄ່າສົ່ງອອກ-ນຳເຂົ້າສິນຄ້າຄາດວ່າຈະບັນລຸກວ່າ 69 ຕື້ໂດລາເພີ່ມຂຶ້ນ 8,7% ເມື່ອທຽບໃສ່ກັບເດືອນມິຖຸນາ ແລະ ເພີ່ມຂຶ້ນ 21,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ເຮັດໃຫ້ລວມ 7 ເດືອນຕົ້ນປີ ຍອດມູນຄ່າການສົ່ງອອກ, ນຳເຂົ້າສິນຄ້າບັນລຸ 440 ຕື້ກວ່າໂດລາເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ດ້ວຍບັນດາໝາກຜົນດັ່ງກ່າວ, ເດືອນກໍລະກົດ ປີນີ້, ຫວຽດນາມ ຄາດວ່າການສົ່ງອອກຈະເກີນດູນບັນລຸ 2,12 ຕື້ໂດລາ ສົ່ງຜົນໃຫ້ລວມ 7 ເດືອນຕົ້ນປີນີ້ ການສົ່ງອອກເກີນດູນຄາດວ່າຈະບັນລຸ 14,08...

Continue reading

ລາຄາຄໍາຕະຫຼາດໂລກ ຫຼຸດລົງກ່ອນກອງປະຊຸມທະນາຄານກາງອາເມຣິກາ

ຂ່າວສານຫວຽດນາມ ລາຍງານວ່າ: ໃນຮອບການຊື້-ຂາຍ ໃນວັນທີ 29 ກໍລະກົດ 2024 ລາຄາຄໍາໃນຕະຫຼາດໂລກ ໄດ້ຫຼຸດລົງ ກ່ອນທີ່ສະກຸນເງິນໂດລາຈະແຂງຄ່າຂຶ້ນ ຍ້ອນວ່ານັກລົງທຶນລໍຖ້າກອງປະຊຸມຂອງທະນາຄານກາງສະຫະລັດອາເມຣິກາ (Fed) ເພື່ອໄດ້ຮັບສັນຍານເພີ່ມເຕີມກ່ຽວກັບການປັບຫຼຸດອັດຕາດອກເບ້ຍ. ໂດຍສະເພາະລາຄາຄໍາສົ່ງອອກຫຼຸດລົງ 0,1% ເປັນ 2.382.40 ໂດລາ/ອອນ. ຂະນະດຽວກັນ ລາຄາຄຳທີ່ຈະສົ່ງອອກໃນເດືອນສິງຫາ 2024 ໄດ້ຫຼຸດລົງເກືອບຮອດ 0,1% ເປັນ 2.379,9 ໂດລາ/ອອນ. ທ່ານ ແອັດເວີດ ເມຍ ນັກວິເຄາະຂອງບໍລິສັດບໍລິການທາງດ້ານການເງິນ Marex ກ່າວວ່າ: ຕະຫຼາດໄດ້ຮັບຜົນກະທົບຈາກເງິນໂດລາທີ່ເຂັ້ມແຂງ ແລະ...

Continue reading