ຄະນະທີມງານຄູ-ອາຈານ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດ ຈິນຈູ່ ສ.ເກົາຫຼີ ເຂົ້າຢ້ຽມພົບປະຄະນະນຳ ສກຂ ຫຼວງພະບາງ

ໃນວັນທີ 22 ທັນວາ 2025 ນີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງພະບາງ, ຄະນະທີມງານຄູ-ອາຈານ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດ ຈິນຈູ່ ສ.ເກົາຫຼີ ເຂົ້າຢ້ຽມພົບປະຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ ໂດຍການນຳພາຂອງທ່ານ ສຈ ຮັນບອງ ແລ ຜູ້ປະສານງານໂຄງການຈາກມະຫາວິທະຍາໄລ ຈິນຈູ່ ສ.ເກົາຫຼີ ແລະ ເປັນກຽດກ່າວຕ້ອນຮັບຂອງທ່ານ ອ່ອນຈັນ ແສງຄຳ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານ ອານຸສິດ ມະໂນສິນ ຜູ້ອໍານວຍການວິທະຍາໄລຄູຫຼວງພະບາງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ໂອກາດນີ້, ທ່ານ ອ່ອນຈັນ ແສງຄຳ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ຮັກແພງສາມັກຄີ ແລະ ຕ້ອນຮັບດ້ວຍຄວາມຈິງໃຈ ການເຂົ້າຢ້ຽມຢາມພົບປະໃນຄັ້ງນີ້ ຈະເຮັດໃຫ້ສາຍພົວພັນພິເສດລະຫວ່າງມະຫາວິທະຍາໄລແຫ່ງຊາດ ຈິນຈູ່ ສ.ເກົາຫຼີ ແລະ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຍິ່ງຈະເພີ່ມທະວີສາຍພົວພັນ ໃນການສົ່ງເສີມການຮ່ວມມືວຽກງານການສຶກສາທີ່ມີປະສິດທິພາບໃນຕໍ່ໜ້າ.
ສຳລັບຈຸດປະສົງຂອງການເຂົ້າຢ້ຽມພົບປະໃນຄັ້ງນີ້ ກໍເພື່ອນຳສະເໜີນັກສຶກສາທີ່ຈະລົງມາຝຶກງານສອນຕົວຈິງຢູ່ບັນດາໂຮງຮຽນພາຍໃນເທດສະບານນະຄອນຫຼວງພະບາງ ແລະ ອີກດ້ານໜຶ່ງກໍເພື່ອປະຕິບັດຕາມໜັງສືແຈ້ງຕອບຂອງຫ້ອງການສຶກສາທິການ ແລະ ກິລານະຄອນຫຼວງພະບາງ ສະບັບເລກທີ 642/ສກນ.ຫຼບ, ລົງວັນທີ 30 ຕຸລາ 2025 ພ້ອມທັງເຫັນດີໃຫ້ນັກສຶກສາຄູປະຖົມຈາກມະຫາວິທະຍາໄລແຫ່ງຊາດ ຈິນຈູ່ ສ.ເກົາຫຼີ ຈຳນວນ 18 ນ້ອງລົງຝຶກຫັດງານສອນຕົວຈິງວິຊາຄະນິດສາດ ແລະ ວິທະຍາສາດ ໃນຂັ້ນ ປ.1-ປ.4 ທີ່ໂຮງຮຽນປະຖົມສົມບູນສີຖານ, ປະຖົມສາທິດ ແລະ ປະຖົມສົມບູນອາໄພ ເລີ່ມແຕ່ວັນທີ 22 ທັນວາ 2025 ຫາວັນທີ 16 ມັງກອນ 2026.
ພາບ-ຂ່າວ: ສອນອາຄົມ ສກຂ
















