Skip to main content

Author: Chanthakhard Inthadalin

ສສກ ປະກາດພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຢ່າງເປັນທາງການ ໃນວັນທີ 28 ພະຈິກ 2023 ທີ່ຕຶກໄອຊີທີ ກະຊວງ ສສກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມສຶກສາ ແລະ ກິລາ, ລັດວິສາຫາກິດໂຮງພິມສຶກສາ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ສູນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຕະຫຼອດຮອດແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ. ໃນພິທີ, ທ່ານ ດອນ...

Continue reading

ກົມສາມັນສຶກສາ ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍ ປະຈຳໄຕມາດ 3 ປີ 2023

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍສາມັນສຶກສາ ປະຈຳໄຕມາດ 3 ຂອງປີ 2023 ແບບເຊິ່ງໜ້າ ແລະ ທາງໄກ ໃນວັນທີ 24 ພະຈິກ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຄໍາປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ, ທ່ານ ສຸກສັນ ແພງດີ ຕາງໜ້າຈາກອົງການຊ່ວຍເຫຼືອເດັກສາກົນ ຫຼື SCI ແລະ ທ່ານ ນາງ ທາກາໂຣ ຟູກາມິ ຕາງໜ້າຈາກອົງການອຸຍນິເຊັບ, ມີບັນດາຄູ່ຮ່ວມພັດທະນາ,...

Continue reading

ກົມຄຸ້ມຄອງວິທະຍາສາດ ຫາລືການເຂົ້າຮ່ວມເປັນພາຄີ ຂອງກົດການປະພຶດວ່າດ້ວຍການປ້ອງກັນຄວາມປອດໄພແຫຼ່ງກໍາເນີດລັງສີ

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລືການເຂົ້າຮ່ວມເປັນພາຄີ ຂອງກົດການປະພຶດວ່າດ້ວຍການປ້ອງກັນຄວາມປອດໄພຂອງແຫຼ່ງກໍາເນີດລັງສີ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ຕໍ່ກັບຫຼັກການ, ຜົນປະໂຫຍດ ແລະ ຄວາມສ່ຽງ ທີ່ອາດເກີດຂຶ້ນຈາກການນໍາໃຊ້ແຫຼ່ງກຳເນີດລັງສີ ແລະ ນິວເຄລຍ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 28 ພະຈິກ 2023 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຄະນະຜູ້ຊ່ຽວຊານ ຈາກອົງການພະລັງງານປະລໍາມະນຸສາກົນ (IAEA), ຜູ້ຕາງໜ້າຈາກກະຊວງອ້ອມຂ້າງ...

Continue reading

ຝ່າຍປະຊາຊົນ ຊະນະ ພະນັກງານ 6-5 ການແຂ່ງຂັນກິລາຕີຄີ ງານບຸນພະທາດຫຼວງວຽງຈັນ 2023

ການແຂ່ງຂັນກິລາຕີຄີ ເພື່ອສ້າງຂະບວນການສະເຫຼີມສະຫຼອງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2023 ປີນີ້ ຝ່າຍປະຊາຊົນ ໄລ່ເອົາຊະນະ ຝ່າຍພະນັກງານ-ລັດຖະກອນ ໄປແບບຫວຸດຫວິດ 6-5 ປະຕູ ຊຶ່ງໄດ້ບົ່ງບອກເຖິງຄວາມສັກສິດ ຕາມການເຊື່ອຖືກັນມາຕັ້ງແຕ່ບູຮານນະການ ໂດຍຜູ້ຊົງຄຸນນະວຸດບູຮານລາວເພິ່ນກ່າວວ່າ: ຖ້າປີໃດ ການແຂ່ງຂັນຕີຄີ ຝ່າຍປະຊາຊົນເອົາຊະນະ ຝ່າຍພະນັກງານລັດຖະກອນໄດ້ ປີນັ້ນບ້ານເມືອງຈະບໍ່ອຶດເຂົ້າ ບໍ່ອຶດປາ ມີເຂົ້າເຕັມນາ ປາເຕັມໜອງ ບ້ານເມືອງມີຄວາມສະຫງົບປອດໄພ ການທຳມາຫາກິນມີແຕ່ທ່ວງທ່າທີດີຂຶ້ນ ບ້ານເມືອງຈະສະຫງົບສຸກ ຮົ່ມເຢັນ ເຂົ້າປາອາຫານອຸດົມສົມບູນພູນສຸກ. ...

Continue reading

ບໍລິສັດ ວິໄລວອນ ມອບເຄື່ອງກິລາໃຫ້ກົມສາມັນສຶກສາ ກຽມຈັດກິດຈະກຳກິລາຕ້ອນຮັບວັນຊາດ ຄົບຮອບ 48 ປີ

ບໍລິສັດ ວິໄລວອນ ອອກແບບ ແລະ ກໍ່ສ້າງ ມອບເຄື່ອງກິລາ ຈຳນວນ 20 ຊຸດ ໃຫ້ກັບກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ເພື່ອນຳໃຊ້ເຂົ້າໃນການຈັດກິດຈະກຳກິລາ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມ ສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ທີ່ກຳລັງຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 28 ພະຈິກ 2023 ທີ່ຫ້ອງການກົມສາມັນສຶກສາ ເປັນກຽດມອບໂດຍ ທ່ານ ນາງ ອາດຊະພອນ ດວງພິຈິດ ຕາງໜ້າບໍລິສັດວິໄລວອນ ອອກແບບ ແລະ ກໍ່ສ້າງ ແລະ ກ່າວຮັບແມ່ນ ທ່ານ ນາງ ຄໍາປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ...

Continue reading

ມວນຊົນຊາວນະຄອນຫຼວງ ຫຼາຍຮ້ອຍຄົນ ຮ່ວມຖີບລົດ ເພື່ອສຸຂະພາບ ສະຫຼອງປິດກິລາ ຄອບຄົວເບຍລາວ 2023

ມວນຊົນຊາວນະຄອນຫຼວງວຽງຈັນ ກໍຄື ນັກກິລາລົດຖີບອ້ອມຂ້າງສູນກາງ ຫຼາຍກວ່າ 400 ຄົນ ຮ່ວມກິດຈະກຳຖີບລົດເພື່ອສຸຂະພາບ ສ້າງຂະບວນການສະເຫຼີມສະຫຼອງປິດລະດູກິລາຂອງສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ ຫຼື ກິດຈະກຳຄອບຄົວເບຍລາວ ປະຈຳປີ 2023 ເພື່ອກະຕຸກຊຸກຍູ້ບັນດາຮ້ານອາຫານ ທີ່ເປັນສະມາຊິກຂອງສະມາຄົມນັກທຸລະກິດຮ້ານອາຫານລາວ ຄູ່ຮ່ວມທຸລະກິດເບຍລາວນະຄອນຫຼວງ ໃນການພັດທະນາວຽກງານສົ່ງເສີມການຂາຍ ທັງເປັນການສົ່ງເສີມການທ່ອງທ່ຽວລາວ ທີ່ຫາກໍເປີດປີທ່ອງທ່ຽວ ຄັ້ງທີ 3 ປີ 2024 ເມື່ອບໍ່ດົນມານີ້ ໃຫ້ກັບມາຄຶກຄື້ກອີກຄັ້ງ. ກິດຈະກຳດັ່ງກ່າວ ໄດ້ມີຂຶ້ນເມື່ອຕອນເຊົ້າວັນທີ 25 ພະຈິກ...

Continue reading

ຄະນະນັກກິລາກະຕໍ້ລາວ ຊຸດສ້າງຜົນງານເດັ່ນ ຄວ້າ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ທີ່ ສປ ຈີນ ກັບເຖິງບ້ານເກີດແລ້ວ

ຄະນະນັກກິລາກະຕໍ້ທີມຊາດລາວ ຊຸດສ້າງຜົນງານລື່ນຄາດໝາຍ ຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ໃນການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ແລະ ການແຂ່ງຂັນກິລາກະຕໍ້ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ທີ່ ສປ ຈີນ ໃນລະຫວ່າງວັນທີ 17-27 ພະຈິກ 2023. ໃນຕອນເຊົ້າວັນທີ 27 ພະຈິກ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ຄະນະນັກກິລາກະຕໍ້ທີມຊາດລາວ...

Continue reading

ທີມໄຊຍະນາງ ຄອງແຊ໋ມເປຕັງຄູ່ຊາຍ ຊີງຂັນປະທານສະໂມສອນເປຕັງ 3 ອໍ ຕ້ອນຮັບວັນຊາດ ຄົບຮອບ 48 ປີ

ທີມໄຊຍະນາງ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການບຽດເອົາຊະນະ ທີມບໍລິສັດ ຄົບວົງຈອນ ໄປແບບຫວຸດຫວິດ 9-8 ຄະແນນ ໃນຮອບຊີງຊະນະເລີດ ຄວ້າແຊ໋ມໄປຄອງ ພ້ອມຮັບຂັນ 1 ໜ່ວຍ ແລະ ເງິນສົດ 10 ລ້ານກີບ ໃນການແຂ່ງຂັນກິລາເປຕັງປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນປະທານສະໂມສອນກິລາເປຕັງ 3 ອໍ ເພື່ອສ້າງຂະບວນຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ໃນລະຫວ່າງວັນທີ 25-26 ພະຈິກ 2023 ທີ່ສະໂມສອນກິລາເປຕັງ 3 ອໍ ນະຄອນຫຼວງປາກເຊ ແຂວງຈຳປາສັກ, ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຈຳປາສັກ ຮ່ວມກັບ...

Continue reading