ກົມຄຸ້ມຄອງວິທະຍາສາດ ຫາລືການເຂົ້າຮ່ວມເປັນພາຄີ ຂອງກົດການປະພຶດວ່າດ້ວຍການປ້ອງກັນຄວາມປອດໄພແຫຼ່ງກໍາເນີດລັງສີ
29/11/2023

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລືການເຂົ້າຮ່ວມເປັນພາຄີ ຂອງກົດການປະພຶດວ່າດ້ວຍການປ້ອງກັນຄວາມປອດໄພຂອງແຫຼ່ງກໍາເນີດລັງສີ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ຕໍ່ກັບຫຼັກການ, ຜົນປະໂຫຍດ ແລະ ຄວາມສ່ຽງ ທີ່ອາດເກີດຂຶ້ນຈາກການນໍາໃຊ້ແຫຼ່ງກຳເນີດລັງສີ ແລະ ນິວເຄລຍ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 28 ພະຈິກ 2023 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຄະນະຜູ້ຊ່ຽວຊານ ຈາກອົງການພະລັງງານປະລໍາມະນຸສາກົນ (IAEA), ຜູ້ຕາງໜ້າຈາກກະຊວງອ້ອມຂ້າງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງເຊິ່ງໜ້າ ແລະ ອອນລາຍ.
ກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການສ້າງຄວາມຮັບຮູ້, ເຂົ້າໃຈ ຕໍ່ກັບຫຼັກການ, ຜົນປະໂຫຍດ ແລະ ຄວາມສ່ຽງ ທີ່ອາດເກີດຂຶ້ນຈາກການນໍາໃຊ້ແຫຼ່ງກຳເນີດລັງສີ ແລະ ນິວເຄລຍ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ຕໍ່ກັບກົດການປະພຶດວ່າດ້ວຍ ການປ້ອງກັນຄວາມປອດໄພຈາກແຫຼ່ງກຳເນີດລັງສີ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ໄດ້ຮັບຮູ້ ແລະ ເຂົ້າໃນກ່ຽວກັບເນື້ອໃນ ແລະ ຫົວຂໍ້ສຳຄັນຕ່າງໆ ແລະ ພ້ອມກັນຄົ້ນປະກອບຄຳຄິດເຫັນເຊິ່ງກັນ ແລະ ກັນ ແລະ ນຳເອົາເນື້ອໃນບົດຮຽນທີ່ໄດ້ຮຽນມາມູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ດີຂຶ້ນເລື້ອຍໆ.
ໂອກາດນີ້, ທ່ານ ປອ ສຸລິອຸດົງ ສູນດາລາ ໄດ້ກ່າວ່າ: ກອງປະຊຸມຄັ້ງນີ້ ຜູ້ເຂົ້້າຮ່ວມຈະໄດ້ຮຽນຮູ້, ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບບັນດາຫຼັກການ, ຜົນປະໂຫຍດ ແລະ ຄວາມສ່ຽງຈາກການນໍາໃຊ້ແຫຼ່ງກຳເນີດລັງສີ ແລະ ພ້ອມທັງເປັນການເປີດກ້ວາງວຽກງານ ຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄລຍ ໃຫ້ແກ່ບັນດາຂະແໜງການທີ່ກ່ຽວຂ້ອງຈາກທີມງານຊ່ຽວຊານຈາກອົງການພະລັງງານປະລໍາມະນູສາກົນ (IAEA) ເພື່ອມາໃຫ້ຄວາມຮູ້ ແລະ ແລກປ່ຽນປະສົບການ ເປັນຕົ້ນແມ່ນ ການຄຸ້ມຄອງການນໍາໃຊ້ແຫຼ່ງກຳເນີດລັງສີ, ວິວັດທະນາການ, ຂັ້ນຕອນ ແລະ ວິທີການໃນການໃຫ້ສັດຕະຍາບັນກ່ຽວກັບກົດການປະພຶດ ວ່າດ້ວຍການປ້ອງກັນຄວາມປອດໄພຂອງແຫຼ່ງກຳເນີດລັງສີ, ລະບຽບການ ໃນການເຂົ້າເຖິງ ແລະ ຄຸ້ມຄອງແຫຼ່ງກຳເນີດລັງສີ.
ນອກຈາກນັ້ນ, ຍັງຈະໄດ້ເນັ້ນໜັກກ່ຽວກັບການນໍາເຂົ້າ ແລະ ສົ່ງອອກ ແຫຼ່ງກຳເນີດລັງສີ, ຜົນປະໂຫຍດຂອງການຈັດຕັ້ງປະຕິບັດຄູ່ມື ໃນການນໍາເຂົ້າ ແລະ ສົ່ງອອກ ທີ່ອົງການພະລັງງານປະລາມະນູສາກົນ ໄດ້ສ້າງ ແລະ ເຜີຍແຜ່ ເພື່ອໃຫ້ ບັນດາປະເທດສະມາຊິກ ໄດ້ສາມາດນໍາມາຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເຂົ້າໃນລະບຽບການສະເພາະຂອງປະເທດ, ນໍາສະເໜີກ່ຽວກັບຄູ່ມື ໃນການຄຸ້ມຄອງສິ່ງເສດເຫຼືອຂອງແຫຼ່ງກຳເນີດລັງສີ ຊຶ່ງເປັນຫົວຂໍ້ໜຶ່ງທີ່ສໍາຄັນ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການສົນທະນາ, ແລກປ່ຽນ ແລະ ປຶກສາຫາລື ກັບ ຄະນະຊ່ຽວຊານ ຈາກ ອົງການພະລັງງານປະລໍມະນູສາກົນ, ເພື່ອເປັນການວາງແນວທາງ, ທິດທາງ ແລະ ວິທີການ ເຮັດໃຫ້ການຄຸ້ມຄອງສິ່ງເສດເຫຼືອຂອງແຫຼ່ງກຳເນີດລັງສີ ດັ່ງກ່າວໃຫ້ມີຄວາມປອດໄພ ແລະ ຮັບປະກັນໄດ້ເຖິງຄວາມໝັ້ນຄົງ ແລະ ສະຖຽນລະພາບທາງດ້ານການເມືອງ ແລະ ສອດຄ່ອງກັບລະບຽບການຂອງສາກົນ.
ຂ່າວໂດຍ: ບົວລະພາ ອິນສີມະນີ
ຂ່າວທີ່ກ່ຽວຂ້ອງ