Skip to main content

ສສກ ປະກາດພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ

29/11/2023

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຢ່າງເປັນທາງການ ໃນວັນທີ 28 ພະຈິກ 2023 ທີ່ຕຶກໄອຊີທີ ກະຊວງ ສສກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມສຶກສາ ແລະ ກິລາ, ລັດວິສາຫາກິດໂຮງພິມສຶກສາ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ສູນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຕະຫຼອດຮອດແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ.


ໃນພິທີ, ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ຄື: ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ອອກພັກການ ແລະ ຮັບອຸດໜູນບຳນານ.
ທ່ານ ຮສ.ປອ ພຸດ ສິມມາລາວົງ

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຄຸນງາມຄວາມດີໃນໄລະຜ່ານມາຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຊຶ່ງທ່ານເປັນພະນັກງານການນຳຂັ້ນສູງຜູ້ໜຶ່ງທີ່ມີທັດສະນະຫຼັກໝັ້ນ, ມີແນວຄິດອຸ່ນອ່ຽງທຸ່ນທຽງຕໍ່ສະພາບຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ, ມີມູນເຊື້ອການຈັດຕັ້ງປະຕິບັດວຽກງານຢູ່ໃນຖັນແຖວພະນັກງານແຕ່ຂັ້ນນ້ອຍຈົນຮອດການນຳຂັ້ນສູງ ເປັນຮອງລັດຖະມົນຕີ ສສກ ຊຶ່ງເປັນການປະກອບສ່ວນ 2 ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ສສກ ຍັງຮຽກຮອງໃຫ້ ທ່ານ ນາງ ຂັນທະລີ ສີຣິພົງພັນ ສືບຕໍ່ປະກອບສ່ວນວຽກງານ, ແນະນໍາບົດຮຽນໃຫ້ກະຊວງ ສສກ, ສືບຕໍ່ເປັນຄະນະຮັບຜິດຊອບວຽກງານກິລາ ພ້ອມທັງສືບຕໍ່ຮັກສາມູນເຊື້ອ ທີ່ເປັນການນຳເປັນແບບຢ່າງໃຫ້ຄົນຮຸ່ນໜຸ່ມ ແລະ ວຽກງານອື່ນໆ.
ທ່ານ ນາງ ຂັນທະລີ ສີຣິພົງພັນ

ນອກນັ້ນ, ໃນພິທີຍັງໄດ້ມອບໃບຍອງຍໍຂັ້ນກະຊວງ ໃຫ້ແກ່ ທ່ານ ນາງ ຂັນທະລີ ສີຣິພົງພັນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຕະຫຼອດໄລຍະ 43 ປີ ຜ່ານມາ ນັບຕັ້ງແຕ່ປີ 1980-2023 ຈົນມາຮອດປັດຈຸບັນ.

ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ