Skip to main content

ກົມສາມັນສຶກສາ ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍ ປະຈຳໄຕມາດ 3 ປີ 2023

29/11/2023

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍສາມັນສຶກສາ ປະຈຳໄຕມາດ 3 ຂອງປີ 2023 ແບບເຊິ່ງໜ້າ ແລະ ທາງໄກ ໃນວັນທີ 24 ພະຈິກ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຄໍາປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ, ທ່ານ ສຸກສັນ ແພງດີ ຕາງໜ້າຈາກອົງການຊ່ວຍເຫຼືອເດັກສາກົນ ຫຼື SCI ແລະ ທ່ານ ນາງ ທາກາໂຣ ຟູກາມິ ຕາງໜ້າຈາກອົງການອຸຍນິເຊັບ, ມີບັນດາຄູ່ຮ່ວມພັດທະນາ, ພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານ 3 ຂະແໜງການຍ່ອຍສາມັນສຶກສາ ໃນໄຕມາດທີ 3 ພ້ອມທັງວາງແຜນໄຕມາດທີ 4 ແລະ ແຜນປີ 2024 ຈາກພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ ກົມສາມັນສຶກສາ ວ່າ: ວຽກຊັ້ນປະຖົມ ມີ 16 ກິດຈະກໍາ ສໍາເລັດໄປແລ້ວ 6 ກິດຈະກໍາ ໃກ້ຈະສໍາເລັດ 3 ກິດຈະກໍາ ເຊັ່ນສໍາເລັດການສ້າງຂໍ້ຕົກລົງ ແລະ ຄູ່ມືການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຄະນະພັດທະນາການສຶກສາຂັ້ນບ້ານ; ສ້າງຂອບ ແລະ ຄູ່ມືການຝຶກອົບຮົມກ່ຽວກັບການບໍລິຫານຄຸ້ມຄອງທື່ເນັ້ນໂຮງຮຽນເປັນຫຼັກ ແລະ ສໍາເລັດການສ້າງຄູ່ມືການເຊື່ອມໂຍງຂໍ້ມູນຜົນການປະເມີນດ້ານນໍ້າ ແລະ ສຸຂະອະນາໄມຕາມຮູບແບບ 3 ດາວໃນ ລະບົບ LESMIS.
ວຽກມັດທະຍົມຕອນຕົ້ນ ມີ 9 ກິດຈະກໍາ ສໍາເລັດໄປແລ້ວ 3 ກິດຈະກໍາ ເຊັ່ນ ສໍາເລັດການພິມປຶ້ມແບບຮຽນ ແລະ ຄູ່ມືຄູ 6 ວິຊາ ຂັ້ນ ມ.1 ແລະ ມ.2 ພ້ອມທັງສົ່ງເຖິງທຸກໂຮງຮຽນ, ສ້າງຮ່າງກົດໝາຍສາມັນສຶກສາ ຮ່າງທີ 4; ສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນທຸກຍາກ; ຝຶກອົບຮົມການຈັດຕັ້ງ ແລະ ເຄື່ອນໄຫວກຸ່ມໂຮງຮຽນໃຫ້ບັນດາໂຮງຮຽນໃນໂຄງການ EESDP ແລະ ການປຸກສ້າງໂຮງຮຽນສໍາເລັດ 21 ແຫ່ງໃນຈໍານວນ 36 ແຫ່ງ, ສ້າງຫໍພັກຄູ ສໍາເລັດ 10 ແຫ່ງ ໃນຈໍານວນແຫ່ງ 23 ແຫ່ງ, ສ້າງຫໍພັກນັກຮຽນສໍາເລັດ 9 ແຫ່ງ ໃນຈໍານວນ 21 ແຫ່ງ ແລະ ຫ້ອງນໍ້າແຍກຍິງ-ຊາຍສໍາເລັດ 21 ແຫ່ງ ໃນຈໍານວນ 36 ແຫ່ງ.

ວຽກມັດທະຍົມຕອນປາຍ ມີ 11 ກິດຈະກໍາ ສໍາເລັດໄປແລ້ວ 7 ກິດຈະກໍາ ເຊັ່ນ ສໍາເລັດການສ້າງເຄືື່ອງມືລົງຕິດຕາມການປະຕິບັດກິດຈະກໍາແນະນໍາເສັ້ນທາງສ້າງອາຊີບ; ການສະໜອງເຄືື່ອງທົດລອງວິທະຍາສາດທໍາມະຊາດ, ອຸປະກອນການຮຽນການສອນ ແລະ ເຄືື່ອງຄອມພິວເຕີ ເພືື່ອນໍາໄປຈັດການຮຽນການສອນ; ຈັດກອງປະຊຸມປຶກສາຫາລືການແຍກສາຍວິຊາຮຽນຊັ້ນ ມ.ປາຍ ເປັນ 2 ສາຍ ແລະ ສໍາເລັດການປຸກສ້າງໂຮງຮຽນ 19 ແຫ່ງ ໃນຈໍານວນ 24 ແຫ່ງ, ຫໍພັກຄູ 12/16 ແຫ່ງ, ຫໍພັກນັກຮຽນ 11/15 ແຫ່ງ, ຫ້ອງນໍໍ້າແຍກຍິງ-ຊາຍ 19/24 ແຫ່ງ.
ນອກນັ້ນ, ໃນກອງປະຊຸມຍັງສະເໜີຂອບຫຼັກສູດປະຖົມ; ການປະຕິບັດໂຄງການການສອນເວົ້າພາສາລາວ; ລາຍງານຜົນການສອບເສັງຈົບຊັ້ນປະຖົມສຶກສາ; ສະເໜີແຜນປະຕິບັດກ່ຽວກັບການທົດລອງການປະເມີນຜົນເພື່ອປັບປຸງ; ປຶກສາຫາລືກ່ຽວກັບໂຄງການ GPE; ລາຍງານຜົນການສ້າງກົດໝາຍສາມັນສຶກສາ; ສະເໜີຂໍ້ຕົກລົງກ່ຽວກັບຄະນະການພັດທະນາການສຶກສາຂັ້ນບ້ານ ແລະ ລາຍງານຄວາມຄືບໜ້າຂອງການພັດທະນາຂອບການຄຸ້ມຄອງທີ່ນັ້ນໂຮງຮຽນເປັນຫຼັກ.
ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ