Skip to main content

Author: Chanthakhard Inthadalin

ສກຂ ຈຳປາສັກ ຮ່ວມກັບ ດີພີ ສະປອດ ກຽມຈັດແຂ່ງຂັນເປຕັງຄູ່ຊາຍຮຸ່ນທົ່ວໄປ ຕ້ອນຮັບວັນຊາດ ຄົບຮອບ 48 ປີ ເສົານີ້

ຂະແໜງກິລາ-ກາຍະກຳ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຈຳປາສັກ ຮ່ວມກັບ ຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ກຽມຈັດການແຂ່ງຂັນກິລາເປຕັງປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນປະທານສະໂມສອນກິລາເປຕັງ 3 ອໍ ເພື່ອສ້າງຂະບວນຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ຕາມການລາຍງານຂອງ ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະບວນຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2...

Continue reading

ບໍລິສັດ ເອັນພີ ມອບເຄື່ອງກິລາ 44 ຊຸດ ໃຫ້ກົມຕຳຫຼວດສືບສວນ-ສອບສວນ ຈັດກິດຈະກຳກິລາສະຫຼອງວັນຊາດ ຄົບຮອບ 48 ປີ

ບໍລິສັດ ເອັນພີ ທີ່ປຶກສາ ຈຳກັດ ຜູ້ດຽວ ໃຫ້ການສະໜັບສະໜູນມອບເຄື່ອງນຸ່ງກິລາ ຈຳນວນ 44 ຊຸດ ລວມມູນຄ່າ 7 ລ້ານກວ່າກີບ ໃຫ້ແກ່ກົມຕຳຫຼວດ ສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ເພື່ອຄວາມສະດວກໃນການຈັດກິດຈະກຳຮ່ວມກັບບັນດາພາກສ່ວນທັງພາກລັດ-ພາກເອກະຊົນ ເນື່ອງໃນໂອກາດສ້າງຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນມໍ່ໆນີ້. ພິທີມອບ-ຮັບເສື້ອກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 22 ພະຈິກ 2023 ທີ່ສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ...

Continue reading

ທັບນັກກິລາກະຕໍ້ທີມຊາດລາວ ສ້າງຜົນງານເດັ່ນຄວ້າ 1 ຫຼຽນເງິນ ແລະ 3 ຫຼຽນທອງ ລາຍການນານາຊາດ ທີ່ ສປ ຈີນ

ທັບນັກກິລາກະຕໍ້ທີມຊາດລາວ ຊຶ່ງເປັນນັກສຶກສາ-ນັກຮຽນ ຈາກສະຖາບັນກິລາ-ກາຍະກຳ ແລະ ໂຮງຮຽນພອນສະຫວັນກິລາ-ກາຍະກຳ ສ້າງຜົນງານພົ້ນເດັ່ນ ຄວ້າ 1 ຫຼຽນເງິນ ແລະ 3 ຫຼຽນທອງ ໃນການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ລະຫວ່າງວັນທີ 17-21 ພະຈິກ ຜ່ານມາ ເມືອງກຸຍຢາງ ແລະ ສືບຕໍ່ເຂົ້າຮ່ວມແຂ່ງຂັນກິລາກະຕໍ້ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ລະຫວ່າງວັນທີ 23-27 ພະຈິກ 2023 ທີ່ເມືອງຢູນນານ ທີ່ ສປ ຈີນ...

Continue reading

ແຮຣີ ເຄນ ຫວັງຄວ້າແຊ໋ມກັບ ບາເຢິນ ແລະ ທີມຊາດອັງກິດ

ແຮຣີ ເຄນ ກອງໜ້າທີມຊາດອັງກິດຂອງ ສະໂມສອນ ບາເຢິນ ມິວນິກ ທີມດັງແຫ່ງລາຍການ ບຸນເດດ ລີກາ ເຢຍລະມັນ ເຜີຍວ່າ ລະດູການນີ້ (2023-2024) ຕົງເອງຄາດຫວັງທີ່ຈະຄວ້າແຊ໋ມການແຂ່ງຂັນເຕະບານ ບຸນເດດລີກາ ເຢຍລະມັນ ແລະ ຢູຟາ ແຊ໋ມປ້ຽນລີກ ຮ່ວມກັບຕົ້ນສັງກັດ ລວມເຖິງແຊ໋ມການແຂ່ງຂັນເຕະບານຊີງແຊ໋ມແຫ່ງຊາດເອີຣົບ 2024 ຫຼື ເອີໂຣ 2024 ກັບທີມຊາດອັງກິດ ທີ່ປະເທດເຢຍລະມັນ ເປັນເຈົ້າພາບ ໃນກາງປີ 2024. ທີມຊາດອັງກິດ ແຮຣີ ເຄນ ອາຍຸ 30 ປີ ທີ່ຫາກໍຍ້າຍໄປຮ່ວມສະໂມສອນ ບາເຢິນ ມິວນິກ ດ້ວຍຄ່າຕົວສູງເຖິງ 100 ລ້ານເອີໂຣ ເມື່ອຊຳເມີ້ຜ່ານມາ ຫຼື...

Continue reading

ຕາມຄາດ! ມາຊາທາດະ ອິຊິອິ ຖືກແຕ່ງຕັ້ງເປັນຫົວໜ້າຄູຝຶກທີມຊາດໄທ

ທ່ານ ນາງ ນວນພັນ ລ່ຳຊຳ ຜູ້ຈັດການທີມຊາດໄທ ປະກາດປົດ ທ່ານ ມາໂນ ໂພນກິງ ອອກຈາກຕຳແໜ່ງຫົວໜ້າຄູຝຶກທີມຊາດໄທ ຢ່າງເປັນທາງການ ພາຍຫຼັງສ້າງຜົນງານໃນການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ ຮອບ 2 ບໍ່ເປັນໄປຕາມເປົ້າໝາຍ ໂດຍແຕ່ງຕັ້ງ ທ່ານ ມາຊາທາດະ ອິຊິອິ ເປັນຫົວໜ້າຄູຝຶກຄົນໃໝ່ແທນທັນທີ. ມາໂນ ໂພນກິງ (ຊ້າຍ) ແລະ ນວນພັນ ລ່ຳຊຳ (ຂວາ) ທ່ານ ນາງ ນວນພັນ ລ່ຳຊຳ ກ່າວວ່າ: ສຳລັບການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອດ ຂົງເຂດອາຊີ ຮອບ 2 ທີ່ຫາກໍຜ່ານໄປ 2 ນັດທຳອິດ ປະຕິເສດບໍ່ໄດ້ວ່າທຸກຄົນຄາດຫວັງ ແລະ ຕັ້ງຄວາມຫວັງເອົາໄວ້ສູງ...

Continue reading

ເບັດບອນລາວ ໄດ້ຮັບລາງວັນ ເອເຈເອ ອາວອດ 2023 ພ້ອມຫຍັບອັນດັບຈາກ 84 ຂຶ້ນມາຢູ່ທີ 47 ຂອງໂລກ

ສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ໄດ້ຮັບລາງວັນ ເອເຈເອ ອາວອດ 2023 (AJA Award 2023) ຂອງສະມາຄົມນັກຂ່າວອາຊີ ຈາກຜົນງານທີ່ໄດ້ເຮັດວຽກທີ່ໜັກໜ່ວງ ດ້ວຍຄວາມພະຍາຍາມຢ່າງຂະຫຍັນຂັນແຂງ ສາມາດສ້າງງນັກກິລາທີ່ເຂັ້ມແຂງ ແລະ ມີຜົນງານດີເດັ່ນ ດ້ວຍອັດທະຍາໄສໄມຕີຈິດ-ມິດຕະພາບ ໃນງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ຮັບກຽດເປັນເຈົ້າພາບ ເມື່ອບໍ່ດົນມານີ້ ຕໍ່ຜົນງານດັ່ງກ່າວ ທັບນັກກິລາເບັດບອນທີມຊາດລາວ ປະເພດຊາຍ ກໍຍັງຖືກຫຍັບອັນດັບຈາກ 84 ໃນປີ 2022 ຂຶ້ນເປັນອັນດັບທີ 47 ຂອງໂລກໃນປັດຈຸບັນ. ພິທີມອບ-ຮັບລາງວັນ ເອເຈເອ ອາວອດ 2023...

Continue reading

ສື່ຍີ່ປຸ່ນ ລະບຸ ອິຊິອິ ກຽມຮັບງານຄຸມທີມຊາດໄທ ແທນ ມາໂນ ໂພນກິງ

ຕາມການລາຍງານຂອງ mainichi ສື່ມວນຊົນຈາກປະເທດຍີ່ປຸ່ນ ລະບຸວ່າ ທ່ານ ມາຊາທາດະ ອິຊິອິ ອະດີດຫົວໜ້າຄູຝຶກ ສະໂມສອນ ບູຣີຣຳ ຢູໄນເຕັດ ກຽມເຂົ້າຮັບງານຕໍ່ຈາກ ທ່ານ ມາໂນ ໂພນກິງ ຫົວໜ້າຄູຝຶກທີມຊາດໄທຊຸດປັດຈຸບັນ. ທ່ານ ມາຊາທາດະ ອິຊິອິ ອະດີດຫົວໜ້າຄູຝຶກ ສະໂມສອນ ບູຣີຣຳ ຢູໄນເຕັດ ຈະເຂົ້າມາຄຸມທີມຊາດໄທ ທີ່ຫາກໍລົງແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ ຮອບ 2 ກຸ່ມ ຊີ 2 ນັດທຳອິດ ເປີດບ້ານເສຍໃຫ້ ທີມຊາດຈີນ 1-2 ແລະ ບຸກຊະນະ ທີມຊາດສິງກະໂປ 3-1 ມີ 3 ຄະແນນ ຢູ່ອັນດັບທີ 2 ຂອງກຸ່ມ ຕາມຫຼັງ ສ.ເກົາຫຼີ ທີ່ຊະນະລວດສອງນັດ ມີ 6 ຄະແນນເຕັມ. ຢ່າງໃດກໍຕາມ, ສະຖານະການຂອງໄທ ຖືວ່າຂ້ອນຂ້າງໜັກໜ່ວງ ເພາະອີກ 2 ນັດຕໍ່ໄປ ຈະພົບກັບ ທີມຊາດ ສ.ເກົາຫຼີ ແລະ...

Continue reading

ອາກຊັງຕີນ ບຸກຊະນະ ເບຣຊິນ 10 ຄົນ ເຖິງຖິ່ນ 1-0 ເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາເມຣິກາໃຕ້

ທັບນັກເຕະທີມຊາດອາກຊັງຕີນ (ອາເຈນຕິນາ) ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນສົມລາຄາແຊ໋ມເກົ່າເຕະບານໂລກ 2022 ດ້ວຍການບຸກໄປເອົາຊະນະ ທີມຊາດເບຣຊິນ ຄູ່ປັບຕະຫຼອດການທີ່ເຫຼືອຜູ້ຫຼິ້ນພຽງ 10 ຄົນ ໃນສະໜາມໄປໄດ້ 1-0 ປະຕູ ໃນການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາເມຣິກາໃຕ້. ຂະນະທີ່ເກມນີ້ຕ້ອງເລື່ອນການແຂ່ງຂັນອອກໄປເກືອບເຄິ່ງຊົ່ວໂມງ ເນື່ອງຈາກເກີດເຫດແຟນບານທັງສອງທີມປະທະກັນຈົນມີຜົນໄດ້ຮັບບາດເຈັບຫຼາຍຄົນ. ການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາເມຣິກາໃຕ້ ເມື່ອວັນທີ 22 ພະຈິກ 2023 ເປັນຄູ່ບິກແມັດ ທີມຊາດເບຣຊິນ ເປີດສະໜາມ ມາຣາຄານາ ຕ້ອນຮັບການມາຢາມຂອງ...

Continue reading