Skip to main content

Author: Chanthakhard Inthadalin

ມສ ສາລະພູມ ເປີດງານແຂ່ງຂັນກິລາ ປະຈໍາສົກຮຽນ 2023-2024

ໂຮງຮຽນມັດທະຍົມສຶກສາສົມບູນ ຫຼື ມສ ສາລະພູມ ບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ເປີດງານແຂ່ງຂັນກິລາ ປະຈໍາສົກຮຽນ 2023-2024 ໃນຕອນບ່າວັນທີ 16 ພະຈິກ 2023 ທີ່ເດີ່ນກິລາຂອງໂຮງຮຽນ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແລະ ທ່ານ ສີວິໄຊ ໃຈແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນ ຢ່າງເປັນຂະບວນການຟົດຟື້ນ. ໃນພິທີ, ທ່ານ ແກ້ວອຸດອນ ຄຸດທະວົງ ຜູ້ອໍານວຍການໂຮງຮຽນ ມສ ສາລະພູມ ກ່າວໃຫ້ຮູ້ວ່າ: ການຈັດງານແຂ່ງຂັນກິລາພາຍໃນໂຮງຮຽນຄັ້ງນີ້...

Continue reading

ຍີ່ປຸ່ນ ຊ່ວຍເຫຼືອລ້າ 4.171 ຕື້ເຢນ ປັບປຸງສະໜາມກິລາເຈົ້າອານຸວົງ

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອລ້າ ມູນຄ່າ 4.171 ຕື້ເຢນ (ສະກຸນເງິນຍີ່ປຸ່ນ) ເພື່ອນຳໃຊ້ເຂົ້າໃນໂຄງການປັບປຸງອາຄານ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນສະໜາມກິລາເຈົ້າອານຸວົງ ທີ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ແນໃສ່ສ້າງຄວາມສະດວກສະບາຍໃຫ້ກັບນັກກິລາ ແລະ ປະຊາຊົນ ໄດ້ເຂົ້າມາຊົມໃຊ້ຢ່າງກວ້າງຂວາງ ພ້ອມທັງເປັນການປະກອບສ່ວນໃນການສົ່ງເສີມການມີສ່ວນຮ່ວມໃນສັງຄົມຂອງຜູ້ພິການ ແລະ ສົ່ງເສີມກິດຈະກຳດ້ານກິລາ ແລະ ວັດທະນະທຳ ໃນ ສປປ ລາວ. ພິທີລົງນາມ ແລະ ມອບ-ຮັບສັນຍາການຊ່ວຍເຫຼ້າລ້າທາງດ້ານວັດທະນະທຳ ຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງອາຄານສະໜາມກິລາເຈົ້າອານຸວົງໃນຄັ້ງນີ້...

Continue reading

ສບກ ຄອງເຈົ້າຫຼຽນຄຳ ງານແຂ່ງຂັນກິລາຢູໂດ ທົ່ວປະເທດ ຄັ້ງທຳອິດ

ທັບນັກກິລາຢູໂດ ທີ່ເປັນນັກສຶກສາຂອງສະຖາບັນກິລາ-ກາຍະກຳ ຫຼື ສບກ ກະຊວງສຶກສາທິການ ແລະ ກິລາ ສາມາດແຈ້ງເກີດກວາດມາໄດ້ເຖິງ 11 ຫຼຽນຄຳ, 4 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 18 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາຢູໂດ ທົ່ວປະເທດ ຄັ້ງທີ 12 ປະຈຳປີ 2023 ຫຼື “Lao JUDO Championship 2023” ເປັນຄັ້ງທຳອິດໃນປະຫວັດສາດຂອງສະຖາບັນ. ຂະນະທີ່ຮອງເຈົ້າຫຼຽນຄຳ ເປັນຂອງສະໂມສອນ ອິບປອນ ຢູໂດ ຄລັບ ຍາດໄດ້ 8 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ. ການແຂ່ງຂັນກິລາຢູໂດ ລາຍການ Lao JUDO Championship 2023 ຈັດຂຶ້ນ ລະຫວ່າງວັນທີ 11-12 ພະຈິກ ທີ່ສະໂມສອນກິລາໃນຮົ່ມ ບູໂດເຊັນເຕີ...

Continue reading

ທີມນ້ອງມັງກອນ ເອັບຊີ ຄອງແຊ໋ມເປຕັງ ເຊໂນ ໂອເພັນ 2023 ພ້ອມຮັບຂັນ ແລະ ເງິນລາງວັນ 30 ລ້ານກີບ

ທີມນ້ອງມັງກອນ ເອັບຊີ ຈາກແຂວງເຊກອງ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການປະກາດສັກດາຄວ້າແຊ໋ມການແຂ່ງຂັນກິລາເປຕັງ ເຊໂນ ໂອເພັນ ຄັ້ງທີ 1 ປະຈຳປີ 2023 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 30 ລ້ານກີບ ໄປຄອງ. ຂະນະທີ່ປະເພດອາວຸໂສ ແຊ໋ມຕົກເປັນຂອງ ທີມຂົນສົ່ງສະຫວັນນະເຂດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2,500.000 ລ້ານກີບ. ງານແຂ່ງຂັນກິລາເປຕັງ ເຊໂນ ໂອເພັນ ຄັ້ງທີ 1 ປະຈຳປີ 2023 ເນື່ອງໃນໂອກາດກະກຽມເປີດບໍລິສັດ PK ອະສັງຫາເສ່ຍແຂກເຊໂນ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2023 ທີ່ສະໜາມກິລາເປຕັງ (ຫຼັກ 4) ແຂວງສະຫວັນນະເຂດໂດຍການເປັນປະທານຂອງ ທ່ານ ພັອ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ທັງເປັນປະທານສະຫະພັນກິລາເປຕັງແຂວງສະຫວັນນະເຂດ, ມີທ່ານ ແຂກ ເຊໂນ...

Continue reading

ເບ ສະຫວັນ ຄວ້າແຊ໋ມ ຟຸດຊໍ ລາວລີກ 2023 ແນ່ນອນແລ້ວ ເຖິງຈະເຫຼືອອີກ 1 ນັດກໍຕາມ

ສະໂມສອນ ຟຸດຊໍ ເບ ສະຫວັນ ເອັບຊີ ໄດ້ຍົກຂັນແຊ໋ມການແຂ່ງຂັນກິລາ ຟຸດຊໍ ລາວລີກ ປະຈຳປີ 2023 ເປັນທີ່ແນ່ນອນແລ້ວ ຫຼັງສະເໝີ ສະໂມສອນ ເໜືອ-ໃຕ້ ໄປແບບສຸດເດືອດ 2-2 ແບ່ງກັນໄປທີມລະ 1 ຄະແນນ ສົ່ງຜົນໃຫ້ ເບ ສະຫວັນ ເກັບເພີ່ມເປັນ 28 ຄະແນນ ຈາກການລົງສະໜາມ 10 ນັດ ສ່ວນ ເໜືອ-ໃຕ້ ຍັງຈັ້ງຢູ່ອັນດັບທີ 3 ຂອງຕາຕະລາງ ຈາກການລົງສະໜາມ 10 ນັດ ຊະນະ 6 ນັດ, ສະເໝີ 2 ນັດ ແລະ ເສຍ 2 ນັດ ມີ 20 ຄະແນນ. ການແຂ່ງຂັນ ຟຸດຊໍ ລາວລີກ 2023 ໄດ້ສືບຕໍ່ດຳເນີນແຂ່ງຂັນລະຫວ່າງວັນທີ 11-12 ພະຈິກ 2023 ທີ່ສະໜາມກິລາຟຸດຊໍ ສູນຝຶກກິລາບານເຕະແຫ່ງຊາດ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ...

Continue reading

ສາລະວັນ ຈັດກອງປະຊຸມລະດັບຊາດຄັ້ງທຳອິດ ຫາລືກຽມຄວາມພ້ອມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7

ແຂວງສາລະວັນ ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນວັນທີ 15 ພະຈິກ 2023 ທີ່ສະໂມສອນແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າພະແນກການ, ອົງການ, ຄະນະຮັບຜິດຊອບລະດັບຊາດ ຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ...

Continue reading

ເຮືອບ້ານທ່າໂຂ່ງ ຄອງແຊ໋ມການແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2023 ທີ່ເມືອງເຊໂປນ

ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດການແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2023 ໃນລະຫວ່າງວັນທີ 10-11 ພະຈິກ 2023 ທີ່ທ່ານໍ້າວັງສູນ ບ້ານວົງວິໄລ ເມືອງເຊໂປນ ແຂວງສະຫວັນນະເຂດ ຊຶ່ງໃນປີນີ້ເຫັນໄດ້ວ່າບັນຍາກາດແມ່ນຄຶກຄື້ນກວ່າທຸກໆປີ ເພາະພາຍໃນງານຍັງໄດ້ມີການສະແດງສິລະປະ-ວັນນະຄະດີ ມາຈາກ 4 ບ້ານ 3 ໂຮງຮຽນ ລວມມີ 7 ລາຍການ ຄື: ບົດຟ້ອນປະກອບສຽງເພງຂັບ 4 ຈັງຫວະ, ບົດຟ້ອນກອງຕຸ້ມກອງຫາງ, ບົດຟ້ອນປະກອບສຽງພິນ, ບົດຟ້ອນຊ້ອນກຸ້ງ, ບົດຟ້ອນຂັບນາກສະດຸ້ງ, ບົດຟ້ອນຊາວລາວມ່ວນຊື່ນ, ບົດຟ້ອນສັນລະເສີນພັກ-ລັດ ແລະ ບົດຟ້ອນເຊີ້ງບຸນຊ່ວງເຮືອ. ການແຂ່ງຂັນຊ່ວງເຮືອໃນປີນີ້ ແມ່ນມີເຮືອຈາກ 10...

Continue reading

ບໍລິສັດ ໄລອ໋ອນ ມອບເຄື່ອງກິລາໃຫ້ກອງບັນນາທິການໜັງສືພິມກອງທັບ

ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈໍາກັດຜູ້ດຽວ ນໍາໂດຍ ທ່ານ ສີໄພວັນ ໂພທິສັດ ຜູ້ອຳນວຍການ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງກິລາ ຈຳນວນ 20 ຊຸດ ລວມມູນຄ່າ 1.400.000 ກີບ ມາມອບໃຫ້ກອງບັນນາທິການໜັງສືພິມກອງທັບ ຊຶ່ງກ່າວຮັບໂດຍ ສະຫາຍ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າກອງບັນນາທິການໜັງສືພິມກອງທັບ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ສີໄພວັນ ໂພທິສັດ ໄດ້ກ່າວວ່າ: ການມອບເຄື່ອງກິລາໃນຄັ້ງນີ້ ເປັນການປະກອບສ່ວນຊຸກຍູ້ຂະບວນການກິລາ ຢູ່ໜັງສືພິມກອງທັບ ເນື່ອງໃນໂອກາດສ້າງຂະບວນການຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ,...

Continue reading