ການນຳ ນະຄອນຫຼວງ-ໄຊສົມບູນ ແຂ່ງຂັນກິລາເຕະບານມິດຕະພາບ ໂອກາດຮ່ວມກອງປະຊຸມສະພາ
ການນຳນະຄອນຫຼວງວຽງຈັນ ແລະ ການນຳແຂວງໄຊສົມບູນ ຮ່ວມຈັດແຂ່ງຂັນກິລາເຕະບານ ມິດຕະພາບ ເພື່ອຜູກແໜ້ນຄວາມສາມັກຄີຮັກແພງ ແລະ ສ້າງໂອກາດໃຫ້ພະນັກງານການນຳທັງສອງພາກສ່ວນດັ່ງກ່າວ ໄດ້ແລກປ່ຽນວຽກງານໃຫ້ເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ lX ທີ່ພວມກຳລັງດຳເນີນໃນປັດຈຸບັນ ລະຫວ່າງວັນທີ 31 ຕຸລາ ຫາ 21 ພະຈິກ 2023.
ການແຂ່ງຂັນກິລາເຕະບານໃນຄັ້ງນີ້ ແມ່ນເພື່ອສ້າງໂອກາດໃຫ້ພະນັກງານການນຳທັງສອງພາກສ່ວນ ໄດ້ຈັດຂຶ້ນ ໃນຕອນແລງວັນທີ 9 ພະຈິກ ຜ່ານມາ...