ກຳໄລທອງ ຄວ້າແຊ໋ມເຕະບານ ເບ ສະຫວັນ ຄັບ 2023 ພ້ອມເງິນ 60 ລ້ານກີບ
ທີມກຳໄລທອງ ຈາກແຂວງອຸດອນທານີ ປະເທດໄທ ຍິງຈຸດໂທດດັບຝັນ ທີມເຄດີດີ (ທີມ1) 3-2 ປະຕູ ຫຼັງໃນເກມສະເໝີກັນ 1-1 ຄວ້າແຊ໋ມການແຂ່ງຂັນເຕະບານ 7 ຄົນ ລາຍການ ເບ ສະຫວັນ ຄັບ 2023 ພ້ອມເງິນລາງວັນ 60 ລ້ານກີບ ສ່ວນ ເຄດີດີ ໄດ້ພຽງອັນດັບທີ 2 ໄດ້ຮັບເງິນລາງວັນ 12 ລ້ານກີບ ແລະ ອັນດັບທີ 3 ຮ່ວມເປັນຂອງ ທີມອະພິມາ ຈາກເມືອງວັງວຽງ ແຂວງວຽງຈັນ ແລະ ທີມໂຊກຣາຊັນ ຈາກແຂວງອຸດອນ ໄດ້ຮັບເງິນລາງວັນທີມລະ 6 ລ້ານກີບ.
ການແຂ່ງຂັນເຕະບານ 7 ຄົນ ລາຍການ ເບ ສະຫວັນ ຄັບ 2023 ຊີງລາງວັນລວມ 84 ລ້ານກີບ ຈັດຂຶ້ນ ລະຫວ່າງວັນທີ 4-5 ພະຈິກ 2023 ທີ່ສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ບ້ານຄຳສະຫວາດ...