Skip to main content

Author: Chanthakhard Inthadalin

ຄໍາມ່ວນ ເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະຈໍາປີ 2023 ຢ່າງຄຶກຄື້ນ

ແຂວງຄໍາມ່ວນ ເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະຈໍາປີ 2023 ໃນຕອນເຊົ້າວັນທີ 27 ຕຸລາ 2023 ທີ່ຜາມໄຊແຄມຂອງ ເທດສະບານເມືອງທ່າແຂກ ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະຈໍາປີ 2023 ພ້ອມດ້ວຍບັນດາອະດີດການນໍາຂອງແຂວງ , ຄະນະນໍາຂັ້ນສູງຂອງແຂວງ, ພຣະເຖຣະນຸເຖຣະ, ຫົວໜ້າພະແນກການ, ຕາງໜ້າບໍລິສັດ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດຜູ້ປະກອບການອ້ອມຂ້າງແຂວງ, ຕາງໜ້າເມືອງໃນ 10 ຕົວເມືອງ ຕະຫຼອດຮອດອະນຸກໍາມະການ, ສີພາຍເຮືອຊ່ວງຈາກພາຍໃນແຂວງ, ຕ່າງແຂວງ ແລະ ແຂກຖືກເຊີນຢ່າງຟົດຟື້ນ. ທ່ານ...

Continue reading

ການນຳແຂວງສະຫວັນນະເຂດ ຮ່ວມເປີດງານບຸນອອກພັນສາ ແລະ ຊ່ວງເຮືອ ທີ່ແຂວງມຸກດາຫານ

ການນຳແຂວງສະຫວັນນະເຂດ ນຳໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມດ້ວຍຄະນະຜູ້ແທນ ແລະ ຄະນະສີພາຍເຮືອປະເພນີ ໄດ້ເຂົ້າຮ່ວມງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮຶອ ປະຈຳປີ ພສ 2566 ໃນຕອນເຊົ້າວັນທີ 27 ຕຸລາ 2023 ທີ່ເທດສະບານເມືອງມຸກດາຫານ ແຂວງມຸກດາຫານ ປະເທດໄທ ໂດຍການເປັນກຽດຕ້ອນຮັບຂອງ ທ່ານ ວໍລະຍານ ບຸນນະລາດ ເຈົ້າແຂວງມຸກດາຫານ, ທ່ານ ນາງ ສຸວັນນີ ຕັ້ງປະລິທານົນ ເຈົ້າເມືອງມຸກດາຫານ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ວໍະຍານ ບຸນນະລາດ ເຈົ້າແຂວງມຸກດາຫານ ໄດ້ກ່າວວ່າ: ການຈັດງານດັ່ງກ່າວ ແມ່ນເພື່ອເປັນການອະນຸລັກ ສົ່ງເສີມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ແລະ...

Continue reading

ຍ່າງເພື່ອສຸຂະພາບ ສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໂຮງໝໍມິດຕະພາບ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ໃນໂອກາດສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ (World Stroke Day) ພາຍໃຕ້ຄໍາຂວັນ: “ພະຍາດເສັ້ນເລືອດສະໝອງປ້ອງກັນໄດ້ ຫ່າງໄກຈາກການເປັນອຳມະພຶກ-ອຳມະພາດ” ເມື່ອບໍ່ດົນມານີ້ ທີ່ເຂດເສດຖະກິດ ພິເສດບຶງທາດຫຼວງ ໂດຍມີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍມິດຕະພາບ ພ້ອມດ້ວຍຄະນະອຳນວຍການ, ບັນດາໂຮງໝໍສູນກາງອ້ອມຂ້າງ, ກົມກອງ, ພະແນກການຕ່າງໆ, ສະມາຄົມຜູ້ສູງອາຍຸນະຄອນຫຼວງວຽງຈັນ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ທ່ານ ສະໜອງ ທອງຊະນະ ກ່າວວ່າ: ໃນວັນທີ 29 ຕຸລາ...

Continue reading

ສ່ວຍສາອາກອນ ນວ ມອບເຄື່ອງກິລາ 30 ຊຸດ ໃຫ້ສູນໂຄສະນາຂ່າວສານ ສສກ ໂອກາດຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 29 ປີ

ສ່ວຍສາອາກອນ ນະຄອນຫຼວງວຽງຈັນ (ນວ) ມອບເຄື່ອງກິລາພິມລາຍ ຍີ່ຫ້ໍ ໄອ-ສະປອດ ຈຳນວນ 30 ຊຸດ ໃຫ້ແກ່ທີມສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (IMC United) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອສ້າງຂະບວນການຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ພ້ອມທັງສ້າງໂອກາດໃຫ້ບັນດາສະມາຊິກຂອງທີມໄອເອັມຊີ ຢູໄນເຕັດ ໄດ້ມີຄວາມສະດວກໃນການເຄື່ອນໄຫວຫຼິ້ນກິລາຮ່ວມກັບບັນດາພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ເນື່ອງໃນໂອກາດວັນສຳຄັນຂອງພັກ, ຂອງຊາດ ແລະ ຂອງສາກົນ ໃນຕໍ່ໜ້າ. ພິທີມອບ-ຮັບເຄື່ອງໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ...

Continue reading

ເມືອງຫົງສາ ຈັດງານແຂ່ງຂັນຊ່ວງເຮືອປະຈຳປີ 2023 ຢ່າງຄຶກຄັກມ່ວນຊື່ນ

ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນຊ່ວງເຮືອ ປະເພດ 15 ສີພາຍຍິງ-ຊາຍ ເພື່ອເປັນການອະນຸລັກຮັກສາ, ສືບສານຮີດ 12 ຄອງ 14 ປະເພນີລາວ ທັງເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າພາຍໃນເມືອງ ແລະ ເປັນການປະກອບສ່ວນຢ່າງແຂງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນລະຫວ່າງວັນທີ 21-22 ຕຸລາ 2023 ທີ່ຜາມໄຊ ທ່ານ້ຳແກນ ເມືອງຫົງສາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ປະທານສະພາປະຊາຊົນແຂວງໄຊຍະບູລີ, ທ່ານ ນາງ ບຸນໄທ ສິດທະວົງ ພັນລະຍາຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ ແລະ ທ່ານ...

Continue reading

ປກສ ແຂວງຫຼວງນໍ້າທາ ໄດ້ຮັບການຊຸກຍູ້ວຽກງານກິລາ ມູນຄ່າ 40 ລ້ານກີບ

ທ່ານ ຕົງຢວນ ປະທານ ສະພາການຄ້າ ຫູນານ ປະຈໍາແຂວງຫຼວງນໍ້າທາ ໄດ້ມອບເງິນ ຈໍານວນ 40.000.000 ກີບ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ແຂວງ ເພື່ອຊຸກຍູ້ວຽກງານກິລາເປັນຕົ້ນແມ່ນຊຸກຍູ້ກິລາ ຈໍານວນ 10.000.000 ກີບ ແລະ ຊຸກຍູ້ກິລາ ເຮືອຊ່ວງ 30.000.000 ກີບ ໃນວັນທີ 24 ຕຸລາ 2023 ທີ່ກອງບັນຊາການ ປກສ ແຂວງ ຫຼວງນໍ້າທາ ແລະ ກ່າວຮັບແມ່ນ ທ່ານ ພົນຈັດຕະວາ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະຮັບຜິດຊອບວຽກງານກິລາ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີ, ທ່ານ ພົນຈັດຕະວາ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ກ່າວສະແດງຄວາມຂອບໃຈ ທ່ານ ຕົງຢວນ ປະທານ ສະພາການຄ້າຫູນານ...

Continue reading

ຢູ-14 ເຈົ້າພາບ ຄອງແຊ໋ມ ມັດສະດາ ຢູດລີກ 2023 ຂະນະທີ່ ແຊ໋ມ ຢູ-10 ແລະ ຢູ-12 ເປັນຂອງ ດັບເບິນຢູໄອຈີ ນາຄາ

ທີມນັກກິລາເຕະບານເຈົ້າພາບ ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ຄອງແຊ໋ມຮຸ່ນອາຍຸບໍ່ເກີນ 14 ປີ ຫຼື ຢູ-14 ຂະນະທີ່ ຮຸ່ນອາຍຸບໍ່ເກີນ 12 ປີ ແລະ ຮຸ່ນອາຍຸບໍ່ເກີນ 10 ປີ ຕົກເປັນຂອງສະໂມສອນ ດັບເບິນຢູໄອຈີ ນາຄາ ທັງສອງລາຍການ ໃນການແຂ່ງຂັນເຕະບານ ເຍົາວະຊົນ 7 ຄົນ 3 ຮຸ່ນ ຄື: ຢູ-14, ຢູ-12 ແລະ ຢູ-10 ມັດສະດາ ຢູດລີກ ປະຈຳປີ 2023 ຫຼື ລາຍການ Mazda youth league 2023. ການແຂ່ງຂັນເຕະບານ ມັດສະດາ ຢູດລີກ ປະຈຳປີ 2023 ນັດສຸດທ້າຍຂອງ ຢູ-12 ແລະ ຢູ-14 ປີ ໄດ້ຈັດຂຶ້ນ ເມື່ອວັນທີ 22 ຕຸລາ 2023 ຊຶ່ງມີການແຂ່ງຂັນ 5 ສະໜາມ ກໍຄື ສະໜາມ ລ້ານຊ້າງ (ເຂດໜອງໄຮ) ເມືອງຫາດຊາຍຟອງ,...

Continue reading

ສສກ-ສກຂ ຊຽງຂວາງ ແຂ່ງຂັນກິລາມິດຕະພາບ ໂອກາດຮ່ວມແລກປ່ຽນບົດຮຽນການບໍລິຫານຄຸ້ມຄອງວຽກງານສຶກສາ-ກິລາ

ຄະນະນຳກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຊຽງຂວາງ ຈັດກິດຈະກຳແຂ່ງຂັນກິລາມິດຕະພາບ ເນື່ອງໃນໂອກາດທີ່ທີມງານ ສກຂ ຊຽງຂວາງ ເດີນທາງມາທັດສະນະສຶກສາແລກປ່ຽນບົດຮຽນໃນການບໍລິຫານຄຸ້ມຄອງວຽກງານສຶກສາ, ວິທະຍາສາດ ແລະ ກິລາ ນຳຂັ້ນສູນກາງ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຄະນະນຳ ແລະ ພະນັກງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສະໜິດສະໜົມ ແລະ ໃກ້ຊິດຕິດແທດກັນຫຼາຍຂຶ້ນ ແນໃສເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ. ກິດຈະກຳແຂ່ງຂັນກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 20...

Continue reading