Skip to main content

Author: Chanthakhard Inthadalin

ສຳມະນາ 8 ເສົາຫຼັກຍຸດທະສາດ ສົ່ງເສີມການພັດທະນາເຕະບານຍິງແບບຍືນຍົງ ຮອດປີ 2027

ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ, ຄະນະບໍລິຫານງານສະຫະພັນບານເຕະ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ແລະ ບັນດາສະໂມສອນຕ່າງໆ ຕະຫຼອດຮອດບັນດາສື່ມວນຊົນຮ່ວມສຳມະນາການພັດທະນາກິລາເຕະບານຍິງແບບຍືນຍົງ ໃນໄລຍະ 5 ປີ ຕໍ່ໜ້າ ກໍຄື ແຕ່ນີ້ຮອດປີ 2027 (LFF WOMEN’S FOOTBALL DEVELOPMENT WORKSHOP 2023). ສຕລ ໄດ້ຈັດກອງປະຊຸມສຳມະນາ ການພັດທະນາກິລາເຕະບານຍິງແບບຍືນຍົງ ແຕ່ນີ້ຮອດປີ 2027 ຢູ່ທີ່ຫ້ອງປະຊຸມໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ, ມີີ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກສະຫະພັນບານເຕະສາກົນ ຫຼື ຟີຟາ,...

Continue reading

“ແມັກໄກວ” ແລະ “ໂອນານາ” ກາຍເປັນຮີໂຣ ພາ ແມນຢູ ເປີດບ້ານບຽດຊະນະ ໂຄເປນເຮເກນ ຫວຸດຫວິດ 1-0 ເກັບ 3 ແຕ້ມທຳອິດສຳເລັດ

ແຮຣີ ແມັກໄກວ ຮຽກຟອມເກັ່ງກັບມາໄດ້ດີຕໍ່ເນື່ອງ ຫຼ້າສຸດກາຍເປັນຮີໂຣໂໝ່ງປະຕູໄຊໃຫ້ກັບ ແມນເຊັດເຕີ ຢູໄນເຕັດ ເຊັ່ນດຽວກັບ ອັງເດຣ ໂອນານາ ທີ່ຊ່ວຍເຊັບລູດຈຸດໂທດໃນໄລຍະທົດເວລາບາດເຈັບ ພາທີມເປີດບ້ານເອົາຊະນະ ເອັບຊີ ໂຄເປນເຮເກນ ໄປໄດ້ແບບຫືດຂຶ້ນຄໍ 1-0 ປະຕູ ເກັບ 3 ຄະແນນທຳອິດໄດ້ສຳເລັດ ໃນການແຂ່ງຂັນເຕະບານ ຢູຟາ ແຊ໋ມແຊ໋ມປ້ຽນລີກ ລະດູການ 2023-2024 ຮອບແບ່ງກຸ່ມ. ການແຂ່ງຂັນເຕະບານ ຢູຟາ ແຊ໋ມແຊ໋ມປ້ຽນລີກ ລະດູການ 2023-2024 ຮອບແບ່ງກຸ່ມ ນັດທີ 3 ເມື່ອຄືນວັນທີ 24 ຕຸລາ 2023 ມີການລົງສະໜາມແຂ່ງຂັນຫຼາຍຄູ່ໃນຫຼາຍກຸ່ມ ແຕ່ຄູ່ທີ່ໜ້າສົນໃຈ ເປັນການລົງສະໜາມຂອງກຸ່ມ ເອ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ຈາກອັງກິດ ເປີດສະໜາມໂອນແທຣບຟອດ ຕ້ອນຮັບການມາຢາມຂອງ...

Continue reading

ງານມະຫະກຳກິລາເອຊຽນພາຣາເກມ ຄັ້ງທີ 4 ທີ່ ສປ ຈີນ ເປີດສາກຢ່າງເປັນທາງການ

ງານມະຫະກຳກິລາເອຊຽນພາຣາເກມ ຫຼື ກິລາຄົນພິການອາຊີ ຄັ້ງທີ 4 ທີ່ນະຄອນຫາງໂຈ ສປ ຈີນ ເປີດສາກຢ່າງເປັນທາງການໃນວັນທີ 22 ຕຸລາ 2023 ທີ່ສະໜາມ Hangzhou Sports Park ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ Ding Xuexiang ຮອງນາຍົກລັດຖະມົນຕີແຫ່ງ ສປ ຈີນ, ທ່ານ Andrew Parsons ປະທານຄະນະກຳມະ ການພາຣາແລມປິກສາກົນ (IPC) ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳທີ່ເປັນ ຕົວແທນຈາກບັນ ດາຊາດໃນອາຊີ, ຄູຝຶກ, ນັກກິລາ, ອາສາສະໝັກ ແລະ ມວນຊົນ ຢ່າງເປັນຂະບວນຟົດຟື້ນ. ງານກິລາເອຊຽນພາຣາເກມຄັ້ງນີ້...

Continue reading

“ໄມ ດັກ ຊຸງ” ຈະອຳລາການຄຸມທີມເຕະບານຍິງ ທີມຊາດຫວຽດນາມ ທ້າຍປີ 2023

ທ່ານ Mai Duc Chung ຄູຝຶກປະສົບການສູງ ໄວ 72 ປີ ຈະອຳລາການຄຸມທີມເຕະບານຍິງ ທີມຊາດຫວຽດ ນາມ ຫຼັງສິ້ນສຸດປີ 2023 ນີ້ ຊຶ່ງການຄັດເລືອກໄປເຂົ້າຮ່ວມງານມະຫະກຳກິລາ ໂອແລມປິກ 2024 ຂົງເຂດອາຊີ ຮອບທີ 2 ຄືລາຍການສຸດທ້າຍທີ່ ທ່ານ Mai Duc Chung ຈະຄຸມທີມຊາດຫວຽດນາມ. ພາຍໃຕ້ການຄຸມທີມຂອງຄູຝຶກທ່ານ Mai Duc Chung ທີມບານເຕະບານຍິງ ທີມຊາດຫວຽດນາມ ປະສົບຜົນສຳ ເລັດ ແບບບໍ່ເຄີຍ ມີມາກ່ອນຄື ຜ່ານການຄັດເລືອກເຂົ້າສູ່ຮອບສຸດທ້າຍ ເຕະບານຍິງ ຊີງແຊ໋ມໂລກ ຄັ້ງທຳອິດ (FIFA Women’s World Cup 2023) ໄດ້ອັນ 4 ເອຊຽນເກມ 2014, ຫຼຽນຄຳຊີເກມ 5 ສະໄໝ ແລະ ແຊ໋ມອາຊຽນ 1 ສະໄໝ.

Continue reading

ແມນຢູ ຕັດສິນໃຈຂາຍ “ຊານໂຊ” ອອກຈາກທີມ ໃນຕົ້ນປີໜ້າ

ສະໂມສອນ ແມນເຊັດເຕີ ຢູໄນເຕັດ ໄດ້ສັ່ງລົງໂທດ ຈາດອນ ຊານໂຊ ປີກຕົວເກັ່ງຊາວອັງກິດມາເປັນເວລາ 9 ນັດແລ້ວ ນັບຕັ້ງແຕ່ ຊານໂຊ ມບັນຫາຜິດຖຽງກັນ ກັບທ່ານ ເອຣິກ ເທນຮາກ ຄູຝຶກຊາວໂຮນລັງ ແລະ ໄລຍະຜ່ານມາ ທ່ານ ເທນຮາກ ຕ້ອງການຄຳ ຂໍໂທດຈາກນັກເຕະອາຍຸ 24 ປີ ເພື່ອເປີດໂອກາດໃຫ້ລາວ ກັບຄືນມາສູ່ທີມອີກຄັ້ງ. ຕໍ່ກັບບັນຫາດັ່ງກ່າວ ຊານໂຊ ຍັງບໍ່ມີທ່າທີ ຈະຂໍໂທດກັບຄູຝຶກຂອງລາວ ເຖິງແມ່ນວ່າເພື່ອນຮ່ວມທີມຫຼາຍຄົນຈະ ບອກໃຫ້ລາວຍອມມາຂໍໂທດຄູຝຶກເພື່ອສານຕໍ່ອາຊີບຂອງຕົນ. ຢ່າງໃດກໍ່ຕາມ, ຫຼ້າສຸດ ເມື່ອວັນທີ 22 ຕຸລາ 2023 ສື່ Daily Mirror ເປີດເຜີຍວ່າ ແມນຢູ ຕັດສິນໃຈຂາຍ ຊານໂຊ ໃນເດືອນມັງກອນ 2024 ນີ້ ເຖິງວ່າລາວຈະຍອມຂໍໂທດກັບ ທ່ານ ເທນ ຮາກ ແລ້ວກໍຕາມ ແຕ່...

Continue reading

ຍົກນໍ້າລາວ ຈົບພຽງອັນດັບທີ 4 ງານກິລາເອຊຽນ ພາຣາເກມ ຄັ້ງທີ 4 ທີ່ ສປ ຈີນ

ພາຍຫຼັງທີ່ໄດ້ມີພິທີເປີດການແຂ່ງຂັນ ເອຊຽນ ພາຣາເກມ ຫຼື ກິລາຄົນພິການອາຊີ ຄັ້ງທີ 4 ທີ່ນະຄອນຫາງໂຈ ສປ ຈີນ ເມື່ອວັນທີ 22 ຕຸລາ 2023 ທີ່ສະໜາມ Hangzhou Sports Park ຊຶ່ງມີນັກກິລາ 3.100 ກວ່າຄົນ ຈາກ 44 ປະເທດ ແລະ ເຂດແຄວ້ນໃນອາຊີເຂົ້າຮ່ວມ ຊີງໄຊ 564 ລາຍການ ໃນ 22 ປະເພດກິລາ ໂດຍສປປ ລາວ ໄດ້ສົ່ງຄະນະນໍາ, ກອງເລຂາ, ແພດ, ຄູຝຶກ, ຜູ້ຊ່ວຍຄູຝຶກ, ຜູ້ເບິ່ງແຍງນັກກິລາ ແລະ ນັກກິລາ 41 ຄົນ, ຍິງ 28 ຄົນ ນັບມາຮອດປັດຈຸບັນ ທັບນັກກິລາຄົນພິການລາວ ລົງແຂ່ງຂັນໄປແລ້ວ 1 ປະເພດກິລາ ຈາກກິລາຍົກນໍ້າໜັກ ຈົບອັນດັບທີ 4 ຈາກ ນາງ ລັດສະໝີ ຮຸ່ນນໍ້າໜັກ 41 ກິໂລ ຍົກໄດ້ 75 ກິໂລ ສ່ວນທ້າວ ເປ້ຍ ລາວພັກດີ ເຈົ້າຂອງຫຼຽນຄຳ ປີ 2018 ຮຸ່ນນໍ້າໜັກ 49 ກິໂລ ຈົບອັນດັບ...

Continue reading

ບານສົ່ງໃນຮົ່ມ ຍິງ-ຊາຍ ແຊ໋ມປ້ຽນຊິບ 2023 ເລື່ອນໄປຈັດຕົ້ນເດືອນພະຈິກ

ການແຂ່ງຂັນກິລາບານສົ່ງໃນຮົ່ມ ຍິງ-ຊາຍ ລາຍການ ແຊ໋ມປ້ຽນຊິບ ປະຈຳປີ 2023 ຊຶ່ງເປັນຮູບແບບໃໝ່ ໃນໜ້າຄຳປະຫວັດສາດ ຂອງວົງການກິລາບານສົ່ງລາວ ເພື່ອກະກຽມກ້າວສູ່ເວທີແຂ່ງຂັນບານສົ່ງ ລະດັບ ລາວລີກ ໃນອະນາຄົດ ຊຶ່ງໃນເບື້ອງຕົ້ນ ຈະຈັດຂຶ້ນ ໃນວັນທີ 28 ຕຸລານີ້ ແຕ່ຍ້ອນມີງານບຸນຊ່ວງເຮືອປະເພນີລະດັບຊາດ ສະຫຼອງບຸນອອກພັນສາ ປະວໍລະນາ ທີ່ທ່າວັດຈັນ ຈຶ່ງຍ້າຍມາຈັດໃສ່ວັນທີ 4 ພະຈິກ ຫາ 24 ທັນວາ 2023 ທີ່ສະໂມສອນກິລາບານສົ່ງໃນຮົ່ມກອງທັບ (ຫຼັກ5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ. ກອງປະຊຸມເຕັກນິກການແຂ່ງຂັນກິລາບານສົ່ງໃນຮົ່ມ ແຊ໋ມປ້ຽນຊິບ ປະຈຳປີ 2023 ເພື່ອປູທາງໃຫ້ວົງການບານສົ່ງລາວ...

Continue reading

ເປີດສາກແລ້ວ ເຕະບານລາວລີກຍິງ 2023 ຈຳປາສັກ ຖະຫຼົ່ມ ວຽງຈັນ ເກືອບສອງໂຫຼ

ເປີດສາກຂຶ້ນເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນເຕະບານລາວລີກຍິງ ຊຶ່ງເປັນລີກສູງສຸດຂອງສປປ ລາວ ແລະ ເປັນຄັ້ງທຳອິດ ຫຼື Lao Women’s League 2023 ລາຍການດັ່ງກ່າວ ເນັ້ນເອົາ 8 ສະໂມສອນ ທີ່ຮ່ວມແຂ່ງຂັນເຕະບານຊາຍ ລາຍການ ເປບຊີ ລາວລີກ 1 ຮ່ວມຊີງໄຊ. ຂະນະທີ່ ສາວພາກໃຕ້ ສະໂມສອນ ຈຳປາສັກ ເອັບຊີ ບໍ່ໄວ້ໜ້າໄລ່ຖະຫຼົ່ມ ສະໂມສອນ ວຽງຈັນ ໄປແບບບໍ່ເຫັນຝຸ່ນ 21-0 ປະຕູ. ການແຂ່ງຂັນເຕະບານລາວລີກຍິງ ລາຍການ Lao Women’s League 2023 ຈັດຂຶ້ນ ລະຫວ່າງວັນທີ 21-22 ຕຸລາ ຜ່ານມາ ທີ່ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສະໜາມ 1 ແລະ ສະໜາມ 2 ບ້ານຫ້ວຍຫົງ...

Continue reading