ນ້ອຍ&ຕີ້ ແລະ ເອັນແອນເອັນ ຄອງແຊ໋ມ ເຕະບານ ເພື່ອການກຸສົນ ມິດຕະພາບ ລາວ-ໄທ
ສະໂມສອນ ນ້ອຍ&ຕີ້ ເອັບຊີ ຄວ້າການແຂ່ງຂັນເຕະບານ 6 ພາກສ່ວນ ຮຸ່ນອາຍຸ 45 ປີ ຂຶ້ນໄປ ລາຍການ ດິວິຊັນ 1 ມິດຕະພາບ ລາວ-ໄທ ເພື່ອເປັນການລະດົມເຄື່ອງນຸ່ງຮົ່ມ ໄປມອບໃຫ້ແກ່ເມືອງ ງາ ແຂວງອຸດົມໄຊ ໃນໄວໆນີ້ ສ່ວນ ສະໂມສອນ ເອັນແອນເອັນ ເອັບຊີ ຄອງແຊ໋ມ ລາຍການດິວິຊັນ 2 ຂະນະທີ່ ທ່ານ ບຸນມີ ໄຊຍະວົງ ປະທານສະໂມສອນ ເອັນແອນເອັນ ຄວ້າລາງວັນດາວຊັນໂວ ຫຼັງລົງສະໜາມສອງນັດ ຍິງໄດ້ເຖິງ 13 ປະຕູ.
ການແຂ່ງຂັນເຕະບານ 6 ພາກສ່ວນ ຮຸ່ນອາຍຸ 45 ປີ ຂຶ້ນໄປ ມິດຕະພາບ ລາວ-ໄທ ເພື່ອເປັນການລະດົມເຄື່ອງນຸ່ງຮົ່ມ ໄປມອບໃຫ້ແກ່ເມືອງ ງາ ແຂວງອຸດົມໄຊ ເຂດພາກເໜືອ ໄດ້ຈັດຂຶ້ນ ພຽງມື້ດຽວ ໃນວັນທີ 22...