ທີມວີຣັນ ຕັ້ງເປົ້າແລ່ນ 385 ກິໂລແມັດ ຫວັງລະດົມທຶນ 999 ລ້ານກວ່າກີບ ຊ່ວຍເຫຼືອໂຮງໝໍເພື່ອນລາວ
ທີມວີຣັນ ຈະສືບຕໍ່ຈັດກິດຈະກໍາແລ່ນການກຸສົນ ເປັນປີທີ 9 ຈາກນະຄອນຫຼວງວຽງຈັນ (ນວ) ຫາ ແຂວງຫຼວງພະບາງ ດ້ວຍໄລຍະທາງ 385 ກິໂລແມັດ ເພື່ອລະດົມທຶນເຂົ້າກອງທຶນຊ່ວຍເຫຼືອໂຮງໝໍເພື່ອນລາວ ສຳລັບເດັກນ້ອຍເຂດພາກເໜືອ ຊຶ່ງຈະໃຊ້ເວລາແລ່ນ 5 ວັນ ລະຫວ່າງວັນທີ 23-27 ຕຸລາ 2023 ແລະ ປີນີ້ ທີມວີຣັນ ຕັ້ງເປົ້າໝາຍຈະລະດົມທຶນເປັນຕົວເລກມຸງຄຸນໄວ້ທີ່ 999.999.999 ກີບ.
ພິທີຖະແຫຼງຂ່າວງານແລ່ນເພື່ອການກຸສົນຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 18 ຕຸລາ 2023 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ເພັດວໍລະສັກ ຫົວໜ້າພະແພກບໍລິຫານ ສະພາການຄ້າ ແລະ...