ເມືອງບໍລີຄັນ ແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2023
ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດງານແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2023 ຊີງຂັນທ່ານເຈົ້າແຂວງ ໃນວັນທີ 13 ຕຸລາ 2023 ທີ່ແຄມທ່ານໍ້າຊັນ ບ້ານນາແຫນ ແລະ ບ້ານວັດທາດ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ, ປະທານຈັດການແຂ່ງຂັນຊ່ວງເຮືອ, ມີອະນຸກຳມະການຈັດງານ, ຜູ້ປະກອບການທຸລະກິດຊາວຄ້າຂາຍ, ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ມາຈາກຕ່າງແຂວງ, ພາຍໃນແຂວງ ແລະ ເທດສະບານເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ງານແຂ່ງຂັນຊ່ວງເຮືອປະເພນີ ຂອງເມືອງບໍລິຄັນປະຈຳປີ 2023 ມີເຮືອຍາວເຂົ້າຮ່ວມທັງໝົດ 26 ລໍາ...