Skip to main content

Author: Chanthakhard Inthadalin

ເຊເນການ ແຊ໋ມເກົ່າ ຮ່ວມກຸ່ມ ກາເມີຣູນ ເຕະບານ ອາຟຣິກາ ຄັບ ອັອບ ເນຊັນ 2023 ຮອບສຸດທ້າຍ

ການແຂ່ງຂັນເຕະບານຊາຍ ຊີງແຊ໋ມທະວີບອາຟຣິກາ ຫຼື “Africa Cup of Nations 2023” ຮອບສຸດທ້າຍ ທີ່ປະເທດກົດດີວົວ (ໄອໂວຣີໂຄ໊ດ) ເປັນເຈົ້າພາບ ໄດ້ມີພິທີຈັບສະຫຼາກຮອບແບ່ງກຸ່ມເປັນທີ່ຮຽບຮ້ອຍ ໂດຍແຊ໋ມເກົ່າ ທີມຊາດເຊເນການ ຢູ່ກຸ່ມ C ຮ່ວມກັບ ກາເມີຣູນ ແຊ໋ມ 5 ສະໄໝ ອັນດັບສາມຄັ້ງຜ່ານມາ ລວມທັງ ສາທາລະນະລັດກີນີ ແລະ ກຳບີ (ແກມເບຍ). ຂະນະທີ່ ເຈົ້າພາບ ກົດດີວົວ (ໄອໂວຣີໂຄ໊ດ) ຢູ່ກຸ່ມ A ຮ່ວມກັບ ໄນຈີເຣຍ (ນີເຊຣີ) ແຊ໋ມ 3 ສະໄໝ, ເອກົວໂທຣຽວ ກີນີ ແລະ ກີນີ ບິດເຊົາ. ສ່ວນ ທີມຊາດເອຢິບ ແຊ໋ມສູງສຸດ 7 ສະໄໝ ຮອງແຊ໋ມຄັ້ງຜ່ານມາ ຢູ່ກຸ່ມ B ຮ່ວມກັບ ການາ ແຊ໋ມ 4 ສະໄໝ, ແຄັບເວີດ (ກັບແວ)...

Continue reading

ປກສ ນວ ກຳນົດແລ້ວ ເສັ້ນທາງສັນຈອນ ແລະ ບ່ອນຈອດລົດ ງານບຸນຊ່ວງເຮືອທ່າວັດຈັນ 2023

ງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ ພສ 2566 (ຄສ 2023) ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ນະຄອນຫຼວງວຽງຈັນ ອອກແຈ້ງການ ການກໍານົດເສັ້ນທາງສັນຈອນ ແລະ ບ່ອນຈອດລົດປະເພດຕ່າງໆ (ບັນດາລົດທີ່ມາແຕ່ລະທິດ) ໃຫ້ປະຕິບັດຄືດັ່ງນີ້: 1. ມາຈາກທິດເໜືອ ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອ ແມ່ນອະນຸຍາດໃຫ້ເຂົ້າຈອດສະຖານທີ່ຈອດລົດ ທີ່ອະນຸກໍາມະການອະນຸຍາດ ຫຼື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ; 2. ມາຈາກທິດໃຕ້ ອະນຸຍາດໃຫ້ຈອດລົດຢູ່ສະຖານທີ່ຈອດລົດຂອງພະແນກໂຍທາທິການ ແລະ ຂົນສົ່ງ...

Continue reading

ສະຫຼຸບຜົນສຳເລັດການເປັນເຈົ້າພາບ ຈັດງານແຂ່ງຂັນກິລາປ່ອງປ່ອງເຍົາວະຊົນໂລກ 2023

ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຈັດພິທີສະຫຼຸບຜົນສຳເລັດການຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023 (WTT Youth Contender) ທີ່ສປປ ລາວເຮົາ ຮັບກຽດເປັນເຈົ້າພາບ ຊຶ່ງງານຄັ້ງນີ້ ຜົນປະກົດວ່າທັບນັກກິລາປິ່ງປ່ອງ ຈາກໄຕ້ຫວັນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດໄດ້ລາງວັນຊະນະເລີດເຖິງ 8 ລາຍການ, ຮອງຊະນະເລີດ 9 ລາຍການ ແລະ ອັນດັບທີ 3 ຮ່ວມອີກ 6 ລາຍການ. ຂະນະທີ່ຜົນງານນັກກິລາປິ່ງປ່ອງລາວເຮົາ ຍາດໄດ້ລາງວັນຮອງຊະນະເລີດ 2 ລາຍການ ແລະ ອັນດັບທີ 3 ຮ່ວມອີກ 2...

Continue reading

ເຕະບານເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ 2023 ຈະເປີດສາກເສົານີ້

ການແຂ່ງຂັນເຕະບານ 7 ຄົນ ຫຼື 6 ຮັບ 1 ຮຸ່ນເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 ຫຼື  Radar Super Cup 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທັງເປັນການສົ່ງເສີມເດັກນ້ອຍລາວ ໄດ້ມີໂອກາດເຄື່ອນໄຫວຫຼິ້ນກິລາບານເຕະເພື່ອພັດທະນາຕົນເອງກ້າວສູ່ການເປັນນັກກິລາອາຊີບ ໃນອະນາຄົດ ຊີງເງິນລາງວັນລວມ 30 ລ້ານກີບ ຈະເປີດສາກຂື້ນລະຫວ່າງວັນທີ 14-15 ຕຸລານີ້ ທີ່ສະໜາມກິລາ ສູນຈຳໜ່າຍລົດ ຍີ່ຫໍ້ ມັດສະດາ (Mazda) ເຂດສີໄຄ ເມືອງສີໂຄດຕະບອງ...

Continue reading

ສກຂ ຊຽງຂວາງ ສຳເລັດການແຂ່ງຂັນກິລາເປຕັງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ

  ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຊຽງຂວາງ ໄດ້ສຳເລັດການແຂ່ງຂັນກິລາເປຕັງ ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃນວັນທີ 6 ຕຸລາ 2023 ທີ່ສະໜາມກິລາໄຊຊະນະ ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ໂດຍມີ ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາິທການ ແລະ ກິລາແຂວງຊຽງຂວາງ ແລະ ທ່ານ ສົມທອງ ພາໄຕ້ບານ ຮອງຫົວໜ້າຂະແໜງພະລະ, ສິລະປະສຶກສາ ແລະ ກິລາມວນຊົນ ພະແນກ ສກຂ ຊຽງຂວາງ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາທີ່ມາຈາກ 27...

Continue reading

“ແພວາ” ພ້ອມຈະນຳເອົາປະສົບການຈາກເອຊຽນ ເກມ ມາສືບຕໍ່ພັດທະນາຕົນເອງ

ນາງ ແພວາ ພິລາພັນເດຊ ນັກກິລາຢີມນາດສະຕິກທີມຊາດລາວ ພ້ອມຈະນຳເອົາປະສົບການທີ່ໄດ້ຈາກການເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ມາສືບຕໍ່ປັບປຸງ ແລະ ແກ້ໄຂຂໍ້ຜິດພາດ ໂດຍສະເພາະຈະພັດທະນາໃນການປັບເພີ່ມຄະແນນຄວາມຍາກໃຫ້ມີຄວາມຫຼາກຫຼາຍຂຶ້ນກວ່າເກົ່າ ໃນລະຫວ່າງໄປເກັບຕົວຝຶກຊ້ອມ ທີ່ປະເທດຍີ່ປຸ່ນ ແລະ ປະເທດອູຊະເບກິດສະຖານ. ພາຍຫຼັງທີ່ສິ້ນສຸດການເຂົ້າຮ່ວມແຂ່ງຂັນງານກິລາ ເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ໂດຍ ແພວາ...

Continue reading

ເຕະບານ, ເຕັ້ນ ແລະ ຮ້ອງເພງ ນັກຮຽນສາມັນ ລາຍການ ທີນ ຄັບ 2023 ຈະເປີດສາກເສົານີ້

ການແຂ່ງຂັນເຕະບານ ພ້ອມໆກັບການແຂ່ງຂັນ, ຮ້ອງເພງ ແລະ Cover Dance ລາຍການ ທີນ ຄັບ 2023 (Teen Cup 2023) ລະດັບປະຖົມສຶກສາ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ຊີງເງິນລາງວັນລວມ 50 ລ້ານກີບ ຈະເປີດສາກແຂ່ງຂັນລະຫວ່າງວັນທີ 14-18 ຕຸລາ 2023 ທີ່ສະໂຮງຮຽນ ບຸນເກີດ ສຶກສາ. ພິທີຖະແຫຼງຂ່າວກິດຈະກຳດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 10 ຕຸລາ 2023 ທີ່ສະໂຮງຮຽນບຸນເກີດສຶກສາ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊາມຸນຕຣີ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ປອ ບຸນເກີດ ສີສຸພັນທອງ ປະທານກຸ່ມການສຶກສາ...

Continue reading

ຝ່າຍຈັດການແຂ່ງຂັນ ໂອແລມປິກ ເກມ 2028 ກຽມບັນຈຸເພີ່ມ 5 ປະເພດກິລາ

ງານມະຫະກຳກິລາ​ໂອແ​ລ​ມປິກ ແກມ​ 2028 ຊຶ່ງຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ລອດ ແອນ​ເຈີ​ລິດ ​ລັດຄາລິຟໍເນຍ ​ສະຫະລັດ​ອາ​ເມ​ຣິ​ກາ ໂດຍຝ່າຍຈັດການແຂ່ງຂັນຫວັງ​ຈະ​ບັນ​ຈຸ 5 ​ປະ​ເພດກິລາຄື: ​​ກິລາ​ຄຣິກ​ເກັດ, ​ແຟກ​ຟຸດບອນ, ລາ​ຄຣອດ, ສະ​ຄວບ, ​ແລະ ​ເບ​ັດບອນ-​ຊັອບບອນ. ໃນ​ຈຳນວນ 5 ​ປະ​ເພດກິລາ​ນັ້ນ ມີ 3 ປະ​ເພດທີ່​ບໍ່​ເຄີຍ​ຖືກ​ຈັດ​ບັນ​ຈຸ​ເຂົ້າ​​ແຂ່ງ​ຂັນໃນ​ງານ​ກິລາ​ໂອ​ແ​ລິມປິກ​ມາ​ກ່ອນ​​ຄື ແຟກ​ຟຸດບອນ, ລາ​ຄຣອດ ແລະ  ສະ​ຄວບ, ​ໃນ​ຂະນະ​ທີ່​ ກິລາ ຄຣິກ​ເກັດ ເຄີຍປະກົດ​ພຽງ​ຄັ້ງດຽວ​ໃນ​ການ​ແຂ່ງຂັນ​ໃນ​ປີ 1900 ຫຼື 123 ປີ​ກ່ອນ. ສ່ວນ​ກິ​ລາ ເບ​ັດບອນ ນັ້ນ...

Continue reading