Skip to main content

Author: Chanthakhard Inthadalin

ນິວຄາດເຊິນ ໄລ່ຖະຫຼົ່ມ ເປແອັດເຊ 4-1 ຫຍັບຂຶ້ນເປັນທີ 1 ຂອງກຸ່ມ ເຕະບານ ຢູຟາ ແຊ໋ມປ້ຽນລີກ ຮອບແບ່ງກຸ່ມ

ການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2024 ຮອບແບ່ງກຸ່ມ ນັດທີ 2 ເມື່ອຄືນວັນທີ 4 ຕຸລາ 2023 ມີການລົງສະໜາມຫຼາຍຄູ່ ແຕ່ຄູ່ທີ່ໜ້າສົນໃຈ ເປັນການລົງສະໜາມຂອງກຸ່ມ ເອັບ ສະໂມສອນ ນິວຄາດເຊິນ ຢູໄນເຕັດ ທີມນ້ອງໃໝ່ຈາກອັງກິດ ເປີດສະໜາມເຊັນເຈມ ປາກ ຕ້ອນຮັບການມາຢາມຂອງ ສະໂມສອນ ປາຣີດ ແຊງແຊກແມັງ ຫຼື ເປແອັດເຊ ທີມຂາປະຈຳຈາກຝຣັ່ງທີ່ຍັງໄປບໍ່ເຖິງແຊ໋ມລາຍການນີ້ຈັກເທື່ອ ໂດຍເກມໃນເຄິ່ງເວລາທຳອິດເປັນ ນິວຄາດເຊິນ ເຈົ້າຖິ່ນທີ່ໄດ້ປະຕູຂຶ້ນນຳກ່ອນ 2-0 ໂດຍໄດ້ຈາກການຍິງຂອງ ມິເກວ ອັນມິຣອນ ນາທີ 17 ແລະ ແດນ ເບິນ ນາທີ...

Continue reading

5 ຕຸລາ ວັນຄູສາກົນ

ວັນທີ 5 ຕຸລາຂອງທຸກໆປີ ເປັນວັນຄູສາກົນ ເພື່ອເຊີດຊູຄວາມສຳຄັນຂອງອາຊີບ “ຄູ” ທົ່ວໂລກ “ຄູ” ເປັນໜຶ່ງອາຊີບທີ່ສຳຄັນທີ່ຢູ່ເບື້ອງຫຼັງເພື່ອຊຸກຍູ້ໃຫ້ເດັກນ້ອຍ ກ້າວເດີນໄປໃນເສັ້ນທາງທີ່ຖືກຕ້ອງ ພ້ອມກັບໃຫ້ຄຳແນະນຳໃຫ້ຄວາມຮູ້ ແລະ ຍັງເຮັດໜ້າທີ່ປຽບເໝືອນພໍ່ແມ່ຜູ້ທີສອງທີ່ໃຫ້ການຊຸກຍູ້ເດັກໃຫ້ໄປເຖິງຝັ່ງຝັນຢ່າງສົມບູນ. ອົງການ UNESCO ໄດ້ມີການກຳນົດວັນຄູສາກົນ (World Teachers’ Day) ເພື່ອເຊີດຊູ “ຄູ” ຊຶ່ງເປັນບຸກຄົນສຳຄັນຕໍ່ການສ້າງຊີວິດ ແລະ ສັງຄົມ ໂດຍມີເປົ້າໝາຍເຮັດໃຫ້ພົນລະເມືອງໂລກ...

Continue reading

ສກຂ ຄຳມ່ວນ ຈັດກິດຈະກຳແຂ່ງຂັນກິລາເປຕັງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຄຳມ່ວນ ຈັດກິດຈະກຳແຂ່ງຂັນກິລາເປຕັງ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃຫ້ເປັນຂະບວນຟົດຟື້ນເບີກບານມ່ວນຊື່ນ ໃນວັນທີ 4 ຕຸລາ 2023 ຢູ່ທີ່ສະໜາມກິລາແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຕາງໜ້າຂະແໜງການທີ່ກ່ຽວຂ້ອງ ຕະຫຼອດເຖິງນັກກິລາຈາກເມືອງອ້ອມຂ້າງ ແລະ ພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ. ການແຂ່ງຂັນກິລາເປຕັງເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ໃນຄັ້ງນີ້...

Continue reading

ແມນຢູ 10 ຄົນ ເສຍຄາບ້ານໃຫ້ ກາລາຕາຊາຣາຍ 2-3 ເຕະບານ ຢູຟາ ແຊ໋ມປ້ຽນລີກ ຮອບແບ່ງກຸ່ມ

Manchester ທັບນັກເຕະຜີສາດແດງ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ຍັງຄົງສ້າງຜົນງານໄດ້ຢ່າງໜ້າຜິດຫວັງຕໍ່ເນື່ອງ ຫຼ້າສຸດເປີດບ້ານເສຍໃຫ້ກັບ ສະໂມສອນ ກາລາຕາຊາຣາຍ ໄປແບບຫວຸດຫວິດ 2-3 ປະຕູ ບໍ່ສາມາດເກັບແຕ້ມໄດ້ເລີຍຈາກ 2 ນັດ ຈົມຢູ່ອັນດັບສຸດທ້າຍຂອງຕາຕະລາງ ໃນການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2024 ນັດທີ 2 ຮອບແບ່ງກຸ່ມ ກຸ່ມ A ຂະນະທີີ່ ກາລາຕາຊາລາຍ ເກັບເພີ່ມເປັນ 4 ຄະແນນ ຈາກ 2 ນັດ ຢູ່ອັນດັບທີ 2 ຂອງຕາຕະລາງ. Manchester...

Continue reading

ເມືອງໄຊເສດຖາ ສຳເລັດງານແຂ່ງຂັນຊ່ວງເຮືອປະເພນີ ເຮືອບໍລິສັດ ພອນວິໄລ ຄວ້າແຊ໋ມປະເພດ 12 ສີພາຍ

ເມືອງໄຊເສດຖາ ແຂວງອັດຕະປື ໄດ້ສຳເລັດການຈັດງານແຂ່ງຂັນຊ່ວງເຮືອປະເພນີ ເນື່ອງໃນບຸນຫໍ່ເຂົ້າສະຫຼາກ ກົງກັບ ຂຶ້ນ15 ຄໍ່າ ເດືອນ 10 ພສ 2566 ເມື່ອວັນທີ 29 ກັນຍາ 2023 ທີ່ທ່າຜາມໄຊ ສາຍນໍ້າເຊກະໝານ ບ້ານຝັ່ງແດງ ໂດຍມີ  ທ່ານ ສີໄລ ສີສະແຫວງສຸກ ເຈົ້າເມືອງໄຊເສດຖາ ພ້ອມດ້ວຍຄະນະນຳຂັ້ນແຂວງ, ອົງການປົກຄອງບ້ານ ຕະຫຼອດຮອດມວນຊົນທຸກພາກສ່ວນເຂົ້າຮ່ວມຢ່າງຫຼວງຫຼາຍ. ງານແຂ່ງຂັນຊ່ວງເຮືອປະເພນີ ຢູ່ເມືອງໄຊເສດຖາ ປີນີ້ ຈັດການແຂ່ງຂັນເຮືອ 2 ປະເພດຄື: ປະເພດ 12 ສີພາຍ ແລະ ປະເພດ 8 ສີພາຍ, ໃນນັ້ນ ເຮືອ 12...

Continue reading

ບ້ານມະນີລາດ ເມືອງໄຊບູລີ ຈັດງານແຂ່ງຂັນຊ່ວງເຮືອ ປະຈຳປີ 2023

  ອົງການປົກຄອງບ້ານມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດງານແຂ່ງຂັນຊ່ວງເຮືອ ປະຈໍາປີ 2023 ໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 2 ຕຸລາ 2023 ຢູ່ທີ່ສາຍນໍ້າເຊບັ້ງໄຟ ເຂດບ້ານມະນີລາດ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແລະ ທ່ານ ທົງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ ແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຈາກຂະແໜງການອ້ອມຂ້າງເມືອງ, ອົງການຈັດຕັ້ງບ້ານອ້ອມຂ້າງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຊົມ-ຮ່ວມເຊຍ...

Continue reading

ສກມ ຄໍາ ແຂວງຊຽງຂວາງ ເປີດງານແຂ່ງຂັນກິລານັກຮຽນມັດທະຍົມ ຄັ້ງທີ 1 ປະຈໍາປີ 2023

ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ຄໍາ ແຂວງຊຽງຂວາງ ເປີດການແຂ່ງຂັນກິລານັກຮຽນຊັ້ນມັດທະຍົມສຶກສາທົ່ວເມືອງ ຄັ້ງທີ 1 ປະຈໍາປີ 2023 ໃນວັນທີ 2 ຕຸລາ 2023 ທີ່ເດີ່ນກິລາສວນນໍ້າຖາວອນເມືອງຄໍາ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເພັດ ໄຊຍະພັກ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຄຳ ແລະ ທ່ານ ສີຫວັດ ໄມປັນຍາ ກໍາມະການພັກເມືອງ, ຫົວໜ້າຫ້ອງການ ສກມ ຄໍາ, ມີຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ປະທານສະມາຄົມນັກກິລາປະເພດຕ່າງໆຂັ້ນເມືອງ, ຄູອາຈານ ຊັ້ນມັດທະຍົມສຶກສາໃນທົ່ວເມືອງ ພ້ອມດ້ວຍນັກກິລາ, ນັກສິລະປະ ແລະ...

Continue reading

“ໜູນາ” ຄວ້າອັນດັບທີ 2 ແລ່ນວິບາກ ຫວຽດນາມ ມາຣາທອນ 2023

ນາງ ຫັດສະດາ ມາດສຸວັນ ຫຼື ໜູນາ ໄບ ນັກກິລາລົດຖີບ ນະຄອນຫຼວງວຽງຈັນ ທັງເປັນນັກກິລາແລ່ນວິບາກ ໜຶ່ງດຽວຈາກສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າອັນດັບທີ 2 ໃນການແຂ່ງຂັນກິລາແລ່ນວິບາກ ໄລຍະທາງ 35 ກິໂລແມັດຍິງ ຮຸ່ນອາຍຸລະຫວ່າງ 20-29 ປີ ຫຼື ລາຍການ Trial in Vietnam Mountain Marathon 2023 ຈັດຂຶ້ນທີ່ ເມືອງສາປາ ເຂດພາກ ເໜືອ ຂອງສສ ຫວຽດນາມ ເປັນເຈົ້າພາບ ເມື່ອທ້າຍເດືອນກັນຍາ ຜ່ານມາ. ນາງ ຫັດສະດາ ມາດສຸວັນ ໃຫ້ຮູ້ວ່າ: ປົກກະຕິ ນ້ອງຈະຖີບລົດເປັນຫຼັກ ແຕ່ກໍຈະປະສົມປະສານກັບການແລ່ນ ເພາະການຫຼິ້ນກິລາທັງສອງຢ່າງນີ້ ໂດຍສະເພາະລົດຖີບນ້ອງໄດ້ເລີ່ມຖີບລົດມາແຕ່ປີ 2020...

Continue reading