ກຳມະບານຮາກຖານ ກົມສາມັນສຶກສາ ເລືອກໄດ້ຄະນະບໍລິຫານງານຊຸດໃໝ່ ພ້ອມຍ້ອງຍໍຜູ້ມີຜົນງານດີເດັ່ນ
ກຳມະບານຮາກຖານ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ເພື່ອສະຫຼຸບຕີລາຄາຄືນຜົນງານ 1 ສະໄໝ ຜ່ານມາ ແລະ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ເມື່ອຕອນບ່າຍວັນທີ 26 ກໍລະກົດ 2024 ທີ່ຫ້ອງປະຊຸມໃຫຍ່ ສູນໄອຊີທີ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອນ ສຸຂະວົງ ຮອງປະທານຄະນະບໍລິຫານງານກໍາມະບານກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ຄຳປະເສີດ ກິຕິຍະວົງ ເລຂາຄະນະພັກຮາກຖານກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ມະໂນສິນ ມາສະວົງດີ ປະທານກໍາມະບານຮາກຖານ ກົມສາມັນສຶກສາ, ສະຫາຍ ນາງ ແສງເພັດ ອິນທະແສນ ປະທານສະຫະພັນແມ່ຍິງຮາກຖານ ກົມສາມັນສຶກສາ ແລະ ສະຫາຍ ຈະເລີນສຸກ ສີສຸວົງ ເລຂາຊາວໜຸ່ມຮາກຖານ...