Skip to main content

ກຳມະບານຮາກຖານ ກົມສາມັນສຶກສາ ເລືອກໄດ້ຄະນະບໍລິຫານງານຊຸດໃໝ່ ພ້ອມຍ້ອງຍໍຜູ້ມີຜົນງານດີເດັ່ນ

29/07/2024

ກຳມະບານຮາກຖານ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ເພື່ອສະຫຼຸບຕີລາຄາຄືນຜົນງານ 1 ສະໄໝ ຜ່ານມາ ແລະ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ເມື່ອຕອນບ່າຍວັນທີ 26 ກໍລະກົດ 2024 ທີ່ຫ້ອງປະຊຸມໃຫຍ່ ສູນໄອຊີທີ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອນ ສຸຂະວົງ ຮອງປະທານຄະນະບໍລິຫານງານກໍາມະບານກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ຄຳປະເສີດ ກິຕິຍະວົງ ເລຂາຄະນະພັກຮາກຖານກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ມະໂນສິນ ມາສະວົງດີ ປະທານກໍາມະບານຮາກຖານ ກົມສາມັນສຶກສາ, ສະຫາຍ ນາງ ແສງເພັດ ອິນທະແສນ ປະທານສະຫະພັນແມ່ຍິງຮາກຖານ ກົມສາມັນສຶກສາ ແລະ ສະຫາຍ ຈະເລີນສຸກ ສີສຸວົງ ເລຂາຊາວໜຸ່ມຮາກຖານ ກົມສາມັນສຶກສາ, ມີແຂກຖືກເຊີນ ຕະຫຼອດຮອດສະມາຊິກກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ສະຫາຍ ມະໂນສິນ ມາສະວົງດີ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວນຳພາຂອງຄະນະກຳມະບານຮາກຖານ ກົມສາມັນສຶກສາ ຕະຫຼອດໄລຍະ 5 ປີ ຜ່ານມາ (2019-2024) ແລະ ຜ່ານທິດທາງແຜນການ 5 ປີຕໍ່ໜ້າ (2024-2028) ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນຕະຫຼອດໄລຍະ 5 ປີ ຜ່ານມາ ໂດຍໄດ້ຊີ້ນຳດ້ານຄຸນທາດການເມືອງ, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ເຮັດໃຫ້ສະມາຊິກທຸກສະຫາຍມີຄວາມຮັບຜິດຊອບສູງຕໍ່ວຽກງານທີ່ໄດ້ຮັບການມອບໝາຍ ແລະ ຈຳແນກໄດ້ມິດສັດຕູຢ່າງຖືກຕ້ອງ; ຊີ້ນໍາສະມາຊິກເຂົ້າຮ່ວມການປະເມີນຂະບວນການແຂ່ງຂັນ 5 ເປັນເຈົ້າ; ຊີ້ນໍາກອງປະຊຸມເປີດບັນແຂ່ງຂັ້ນຮັກຊາດ ແລະ ພັດທະນາ ຮ່ວມກັບສາມອົງການຈັດຕັ້ງຂອງກົມ ພ້ອມທັງຈັດພິທີມອບຫຼຽນໄຊ, , ຫຼຽນກາ ແລະ ໃບຍ້ອງຍໍຕ່າງໆ ໃຫ້ພະນັກງານທີ່ມີຜົນງານດີເດັ່ນ ; ຊີ້ນໍາສະມາຊິກເຂົ້າຮ່ວມທາບທາມຄວາມໄວ້ວາງໃຈຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ; ປັບປຸງລະບົບການຈັດຕັ້ງກໍາມະບານ, ບັນຈຸສັບຊ້ອນຈຸກໍາມະບານໃຫ້ມີຄວາມສອດຄ່ອງ, ເໝາະສົມ ແລະ ມີຄວາມສະດວກໃນການປະຕິບັດວຽກງານ ຊຶ່ງໄດ້ແບ່ງຈຸກໍາມະບານໄປຕາມຈຸພັກຂອງກົມ; ປັບປຸງແບບແຜນວິທີເຮັດວຽກຂອງສະມາຊິກ ໃຫ້ມີຄວາມເປັນເອກະພາບກັນໃນຄະນະທີມງານ, ມີຄວາມປອດໃສ ຂາວສະອາດ ຮັບປະກັນຄວາມສາມັກຄີ ແລະ ປະກົດການຫຍໍ້ທໍ້ຕ່າງໆ; ຊີ້ນໍາສະມາຊິກເຂົ້າຮ່ວມການທາບທາມແຜນກໍານົດສ້າງພະນັກງານສືບທອດ ໃນແຕ່ລະປີ; ສົ່ງເສີມໃຫ້ສະມາຊິກໄປຍົກລະດັບດ້ານວິຊາສະເພາະທີ່ປະເທດຍີ່ປຸ່ນ 1 ສະຫາຍ, ສປ ຈີນ 2 ສະຫາຍ, ຝຣັ່ງ 1 ສະຫາຍ, ໄປຝຶກອົບຮົມດ້ານການບໍລິຫານ ແລະ ທັກສະການສອນ ໄລຍະ 21 ວັນ ທີ່ ສປ ຈີນ 30 ສະຫາຍ; ແນະນໍາສະມາຊິກ ໄດ້ເຂົ້າເຖິງແຫຼ່ງຂໍ້ມູນ ແລະ ຄົ້ນຄວ້າ ເຊື່ອມຊືມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ບົດແນະນໍາຂອງສູນກາງສະຫະພັນກໍາມະບານລາວ; ເຂົ້າຮ່ວມການປະເມີນ 5 ເປັນເຈົ້າປະຈໍາປີ 2020, 2021, 2022 ແລະ ປີ 2023 ຊຶ່ງຜົນການປະເມີນແຕ່ລະປີ ມີສະມາຊິກດີເລີດທັງໝົດ 100 ເປີເຊັນ.

ສ່ວນດ້ານວຽກງານວິຊາສະເພາະ ກໍໄດ້ຊີ້ນຳການຈັດຕັ້ງປະຕິບັດແຜນການຂະແໜງການຍ່ອຍສາມັນສຶກສາ ແລະ ແຜນງົບປະມານ ແຕ່ລະປີ; ຊີ້ນໍາການຈັດກອງປະຊຸມປັບປຸງຮ່າງເນື້ອໃນກົດໝາຍສາມັນສຶກສາ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງກັບວຽກງານສາມັນສຶກສາ; ຊີ້ນຳການສອບເສັງແຂ່ງຂັນນັກຮຽນເກັ່ງລະດັັບຊາດ ຊັ້ນມັດທະຍົມສຶກສາ 4 ສົກຮຽນ 2020-2021 ເຖິງ 2023-2024 (ສົກຮຽນ 2019-2020 ແມ່ນບໍ່ໄດ້ສອບເສັງ ຍ້ອນສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19); ຊີ້ນໍາການຈັດຕັ້ງປະຕິບັດວຽກງານພົວພັນຕ່າງປະເທດ, ປະສານ ແລະ ຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງປະຕິບັດແຜນການພັດທະນາຂະແໜງການຍ່ອຍສາມັນສຶກສາ;; ຊີ້ນຳການຈັດລະບົບການຄຸ້ມຄອງເອກະສານຂາອອກ-ຂາເຂົ້າໃນແຕ່ລະເດືອນຢ່າງເປັນລະບົບ; ຊີ້ນຳໃນການຂຶ້ນແຜນງົບປະມານກ່ຽວກັບການນໍາໃຊ້ເຄື່ອງຈັກກວດບົດສອບເສັງ ແລະ ລົງຕິດຕາມການສອບເສັງທົ່ວປະເທດ ໃນສົກຮຽນ 2022-2023; ຊີ້ນໍາການກວດ ແລະ ປະເມີນຕໍາແໜ່ງວິຊາການຄູ ສົກຮຽນ 2020-2021, 2021-2022 ແລະ 2022-2023; ຊີ້ນໍາກອງປະຊຸມກຳນົດລາຍລະອຽດຕົວຊີ້ບອກ ແລະ ວາງແຜນປະຕິບັດການເຊື່ອມໂຍງຂໍ້ມູນຜົນການປະເມີນ 3 ດາວຂຶ້ນໃນລະບົບ LESMIS; ຊີ້ນໍາການສະໜອງງົບປະມານເບ້ຍລ້ຽງລັດຖະບານ ໃຫ້ແກ່ນັກຮຽນ ຈໍານວນ 5.000 ຄົນ ໃນເມືອງ 3 ສ້າງ ແລະ ອື່ນໆ. ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ ຍັງໄດ້ຕີລາຄາຄືນດ້ານດີ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ອີກດ້ວຍ.

ສະຫາຍ ມະໂນສິນ ມາສະວົງດີ ກ່າວອີກວ່າ: ສຳລັບທິດທາງແຜນການ 5 ປີຕໍ່ໜ້າ ຈະສືບຕໍ່ສຶກສາອົບຮົມນຳພາແນວຄິດສະມາຊິກກຳມະບານໃຫ້ມີຫຼັກໝັ້ນການເມືອງດີ, ມີຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ, ມີສະຕິຕໍ່ກົນອຸບາຍຂອງກຸ່ມຄົນທີ່ບໍ່ຫວັງດີ, ຮູ້ຈໍາແນກມິດສັດຕູຢ່າງຖືກຕ້ອງ; ຊີ້ນໍານໍາພາສະມາຊິກໃຫ້ການປະຕິບັດລະບຽບກໍາມະບານລາວ, ລະບຽບລັດຖະກອນຢ່າງເຂັ້ມງວດ; ຊຸກຍູ້ໃຫ້ສະມາຊິກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີແບບແຜນດໍາລົງຊີວິດທີ່ງ່າຍດາຍ ຖືເອົາສິດຜົນປະໂຫຍດສ່ວນລວມສູງກວ່າສ່ວນຕົວ; ປັບປຸງລະບົບການຈັດຕັ້ງກໍາມະບານ, ບັນຈຸສັບຊ້ອນຈຸກໍາມະບານໃຫ້ມີຄວາມສອດຄ່ອງ, ເໝາະສົມ ແລະ ມີຄວາມສະດວກໃນການປະຕິບັດວຽກງານ; ສືບຕໍ່ກໍ່ສ້າງສະມາຊິກໃຫ້ເປັນທີ່ດີເລີດ ແລະ ກາຍເປັນພະນັກງານສືບທອດ ຕາມແຜນກໍານົດສ້າງພະນັກງານ; ເອົາໃຈໃສ່ເຜີຍແຜ່, ເຊື່ອມຊືມ ມະຕິ, ຄໍາສັ່ງ ແລະ ແຜນນະໂຍບາຍຕ່າງໆ ໃຫ້ແກ່ສະມາຊິກຢ່າງທົ່ວເຖິງ; ຊຸກຍູ້, ສົ່ງເສີມໃຫ້ສະມາຊິກໄປຍົກລະດັບທາງດ້ານທິດສະດີການເມືອງ ແລະ ດ້ານວິຊາສະເພາະ; ສ້າງຂະບວນການ ແລະ ຈັບມືແຂ່ງຂັນກັນຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານລາວ; ສືບຕໍ່ຮ່າງເນື້ອໃນກົດໝາຍສາມັນສຶກສາ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງກັບວຽກງານສາມັນສຶກສາ; ສ້າງ ແລະ ປັບປຸງມາດຕະຖານໃນການສ້າງໂຮງຮຽນຕົວແບບ, ຄັດເລືອກເປົ້າໝາຍໂຮງຮຽນຕົວແບບ; ພັດທະນານິຕິກຳ ກ່ຽວກັບການສົ່ງເສີມນັກຮຽນຈົບມັດທະຍົມຕອນຕົ້ນ ໄປຮຽນຕໍ່ໃນສາຍຕ່າງໆ; ສ້າງ ແລະ ຂະຫຍາຍກຸ່ມໂຮງຮຽນ ຢູ່ 40 ເມືອງ; ພັດທະນາຂໍ້ສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ລະດັບຊາດ; ກວດກາ, ຕັດສິນ ແລະ ຮັບຮອງ ຕຳແໜ່ງວິຊາການຄູ ສາຍສາມັນສຶກສາ ແລະ ອື່ນໆໃຫ້ບັນລຸຜົນສຳເລັດຕາມຄາດໝາຍ. ພ້ອມນັ້ນ, ໃນພິທີທີ່ມີຄວາມໝາຍສຳຄັນດັ່ງກ່າວ ກໍໄດ້ມີການມອບໃບຍ້ອງຍໍໃຫ້ກັບຜູ້ທີ່ມີຜົນສຳເລັດດີເດັ່ນ ທີ່ໄດ້ເສຍສະຫຼະປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານກຳມະບານ ຕະຫຼອດໄລຍະ 5 ປີ ຜ່ານມາ. ຫຼັງຈາກນັ້ນ, ກໍໄດ້ມີການປ່ອນບັດຄັດເອົາຄະນະບໍລິຫານງານກຳມະບານຮາກຖານ ກົມສາມັນສຶກສາ ຊຸດໃໝ່ ໂດຍມີຜູ້ສະໝັກທັງໝົດ 5 ສະຫາຍ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດ ແລະ ນັບຄະນະແນນຢ່າງເປັນທາງການ ຜົນປະກົດວ່າ ສະຫາຍ ຄອນສະຫວັນ ກຸນລະບຸດ ຖືກເລືອກໃຫ້ເປັນປະທານກຳມະບານຮາກຖານ ກົມສາມັນສຶກສາ ຊຸດໃໝ່, ສະຫາຍ ນາງ ພວງສຸກ ໄຊຍະບູນ ເປັນຮອງປະທານ ແລະ ສະຫາຍ ແອັດ ວົງພະຈັນ ເປັນຄະນະນະ ແລະ ປະທານກວດກາ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ