ສວສ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມຄູ່ມືຄູ 6 ວິຊາ ຂັ້ນ ມ.4 ແລະ ມ.7

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມຄູ່ມືຄູ ວິຊາພາສາລາວ, ຄະນິດສາດ, ພາສາອັງກິດ, ເຄມີສາດ, ຟີຊິກສາດ ແລະ ຊີວະວິທະຍາ ຂັ້ນມັດທະຍົມສຶກສາປີທີ 4 (ມ.4) ແລະ ມັດທະຍົມສຶກສາປີທີ 7 (ມ.7) ໃນວັນທີ 15 ກໍລະກົດ 2024 ທີ່ຫ້ອງປະຊຸມເຮືອນພັກແຄມງື່ມ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍມີ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຄະນະອຳນວຍການສະຖາບັນ, ຫົວໜ້າ-ຮອງຫົວໜ້າກົມສາມັນສຶກສາ, ກົມສ້າງຄູ, ຮອງອະທິການບໍດີ, ຄະນະບໍດີ, ຜູ້ອໍານວຍການສູນ-ຮອງສູນ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ຄະນະອັກສອນສາດ, ຄະນະສຶກສາສາດ, ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ, ຜູ້ອໍານວຍການ-ຮອງຜູ້ອໍານວຍໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ແລະ ມສ ວຽງຈັນ ຕະຫຼອດຮອດພະນັກງານອາວຸໂສບໍານານ, ທີ່ປຶກສາ ແລະ ຊ່ຽວຊານໂຄງການ EESDP, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ສໍາລານ ພັນຄະວົງ ກ່າວເປີດພິທີບາງຕອນວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ພູມໃຈ ທີ່ໄດ້ຕາງໜ້າຄະນະນໍາກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມເປັນປະທານກອງປະຊຸມກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມຄູ່ມືຄູ ວິຊາພາສາລາວ, ຄະນິດສາດ, ວິທະຍາສາດທໍາມະຊາດ, ພາສາອັງກິດ, ເຄມີສາດ, ຟີຊິກສາດ ແລະ ຊີວະວິທະຍາ ຂັ້ນ ມ.4 ແລະ ມ.7 ໃນຄັ້ງນີ້. ແນວໃດກໍດີ, ຄືດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ໃນໄລຍະປີ 2016 ເຖິງ 2023 ສວສ ໄດ້ພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ສຳເລັດ. ສະນັ້ນ, ຈຶ່ງມີຄວາມຈໍາເປັນສືບຕໍ່ປັບປຸງຫຼັກສູດຊັ້ນມັດທະຍົມສຶກສາໃຫ້ມີຄວາມສອດຄ່ອງກັບຫຼັກສູດຊັ້ນປະຖົມສຶກສາ. ປັດຈຸບັນນີ້ໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ (EESDP) ໄດ້ໃຫ້ການຊ່ວຍເຫຼືອການປັບປຸງຫຼັກສູດ, ປຶ້ມຄູ່ມືຄູຊັ້ນມັດທະຍົມສຶກສາໃນບັນດາວິຊາທີ່ເປັນບຸລິມະສິດ 6 ວິຊາຄື: ພາສາລາວ, ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະວິທະຍາ ແລະ ພາສາອັງກິດ.
ປີ 2021 ແລະ 2022 ໄດ້ສຳເລັດການປັບປຸງປຶ້ມຄູ່ມືຄູ ຂັ້ນ ມ.1, ມ.2, ມ.3, ມ.5, ມ.6 ຊຶ່ງໄດ້ຈັດຝຶກອົບໃຫ້ຄູຝຶກຂັ້ນສູນກາງ, ຂັ້ນແຂວງ ທີ່ຄັດເລືອກມາຈາກຄະນະສຶກສາສາດ ມະຫາວິທະຍາໄລ 4 ແຫ່ງ, ວິທະຍາໄລຄູ 8 ແຫ່ງ, ຄູສຶກສານິເທດ 18 ແຂວງ, ບັນດາຄູຝຶກໄດ້ເຂົ້າໃຈເປັນເອກະພາບກ່ຽວກັບ 15 ວິທີການສອນ ແລະ ອື່ນໆ ລະອຽດມີປຶ້ມຄູ່ມືຕ່າງຫາກທີ່ໄດ້ນໍາລະອຽດໃນໄລຍະຝຶກອົບຮົມ. ຄູສອນປະຈໍາການໂຮງຮຽນທົດລອງຂອງໂຄງການ ແລະ ຄູສອນຊັ້ນມັດທະຍົມແຫ່ງຕ່າງໃນຂອບເຂດທົ່ວປະເທດມີຄວາມເຂົ້າໃຈເປັນເອກະພາບໃນການຈັດການຮຽນການສອນ ຊຶ່ງເລີ່ມນໍາໃຊ້ປຶ້ມສະບັບປຸງໃໝ່ ໃນສົກຮຽນ 2022-2023 ນໍາໃຊ້ປຶ້ມຄູ່ມືຄູ ຂັ້ນ ມ.1, ມ.2 ແລະ ມ.5 ແລ້ວ, ປັດຈຸບັດກົມສ້າງຄູພວມສືບຕໍ່ຝຶກຄູສອນປະຈໍາການນໍາໃຊ້ປຶ້ມຄູ່ມືຄູ ມ.3 ແລະ ມ.6.
ປີ 2023 ໄດ້ຂຽນ ແລະ ພັດທະນາປຶ້ມຄູ່ມືຄູ ມ.4 ແລະ ມ.7 ຈໍານວນ 6 ວິຊາສຳເລັດ, ກິດຈະກໍາການສອນການສອນເນັ້ນຜູ້ຮຽນເປັນໃຈກາງ, ຝຶກປະຕິບັດຕົວຈິງຫຼາຍຂຶ້ນໃນແຕ່ລະກິດຈະກໍາ. ພາຍຫຼັງຮຽບຮຽງຕົ້ນສະບັບຮ່າງປຶ້ມຄູ່ມືຄູ ຂັ້ນ ມ.4 ວິຊາພາສາລາວ, ຄະນິດສາດ, ວິທະຍາສາດທໍາມະຊາດ ແລະ ພາສາອັງກິດ ແລະ ຂັ້ນ ມ.7 ວິຊາພາສາລາວ, ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະວິທະຍາ ແລະ ພາສາອັງກິດ. ພາຍຫຼັງສໍາເລັດການຮ່າງເນື້ອປຶ້ມຄູ່ມືຄູແລ້ວ. ຫຼັງຈາກນັ້ນ, ກໍໄດ້ຝຶກອົບຮົມໃຫ້ຄູສອນທົດລອງນໍາໃຊ້ຢູ່ໂຮງຮຽນຂອງໂຄງການ EESDP ໃນ 8 ແຂວງ ຄື: ຫຼວງພະບາງ, ຫົວພັນ, ຫຼວງນໍ້າທາ, ອຸດົມໄຊ, ແຂວງວຽງຈັນ, ບໍລິຄໍາໄຊ, ສາລະວັນ ແລະ ເຊກອງ, 12 ເມືອງ, 60 ໂຮງຮຽນ (ເມືອງນໍ້າບາກ 5 ໂຮງຮຽນ, ເມືອງຫົວເມືອງ 5 ໂຮງຮຽນ, ຊໍາໃຕ້ 5 ໂຮງຮຽນ, ເຟືອງ 5 ໂຮງຮຽນ, ໝື່ນ 5 ໂຮງຮຽນ, ແາກກະຕິງ 5 ໂຮງຮຽນ, ຄຳເກີດ 5 ໂຮງຮຽນ, ຕະໂອ້ຍ 5 ໂຮງຮຽນ, ດາກຈຶງ 5 ໂຮງຮຽນ). ຄູສອນເຂົ້າຮ່ວມຮັບການຝຶກ ຈໍານວນ 290 ຄົນ (ສະເລ່ຍຄູສອນ 48 ຄົນ/ວິຊາ) ເພື່ອນໍາເອົາຄວາມຮູ້, ວິທີການສອນຕ່າງໆທີ່ໄດ້ແນະນໍາໃນປຶ້ມຄູ່ມືຄູ ຂັ້ນ ມ.4 ແລະ ມ.7 ໄປທົດລອງນໍາໃຊ້ສອນຕົວຈິງກັບນັກຮຽນຂອງຕົນໄລຍະໜຶ່ງສົກຮຽນ (ສົກຮຽນ 2022-2023).
ຈາກນັ້ນ, ທີມງານວິຊາການ/ນັກຂຽນ ກໍໄດ້ລົງເກັບຂໍ້ມູນຜົນການທົດລອງນໍາໃຊ້ຂອງຄູ ໃນລະຫວ່າງວັນທີ 12-26 ກຸມພາ 2024 ຢູ່ 7 ແຂວງ ຄື: ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ບໍລິຄໍາໄຊ, ສາລະວັນ, ເຊກອງ ແລະ ແຂວງວຽງຈັນ ຊຶ່ງມີຈຸດປະສົງລົງຕິດຕາມ, ຊຸກຍູ້ຊ່ວຍເຫຼືອຄູສອນ, ປະເມີນຄວາມສອດຄ່ອງດ້ານເນື້ອໃນ, ຄໍາສັບ ແລະ ວິທີການສິດສອນຕ່າງໆທີ່ໄດ້ແນະນໍາໃນປຶ້ມຄູ່ມືຄູແຕ່ລະບົດ/ແຕ່ລະວິຊາ ວ່າມີຄວາມເໝາະສົມກັບເວລາກິດຈະກໍາແລ້ວບໍ່ ໂດຍນໍາໃຊ້ເຄື່ອງມືແບບສັງເກດການສອນ, ແບບສໍາພາດຄູ ແລະ ແບບທົດສອບນັກຮຽນທັງຂັ້ນສອງ. ນອກນີ້, ຍັງໄດ້ສຸ່ມເອົາໂຮງຮຽນເປົ້າໝາຍດັ່ງກ່າວ ຈໍານວນ 26 ແຫ່ງໃນ 8 ແຂວງ, ມີຄູສອນເຂົ້າຮ່ວມໃຫ້ຄວາມເຫັນຈໍານວນ 139 ຄົນ, ນັກຮຽນຂັ້ນ ມ.4 ຈໍານວນ 1.040 ຄົນ (10 ຄົນ/ວິຊາ/ໂຮງຮຽນ) ແລະ ນັກຮຽນ ຂັ້ນ ມ.7 ຈໍານວນ 720 ຄົນ (10 ຄົນ/ວິຊາ/ໂຮງຮຽນ).
ພາຍຫຼັງເກັບຂໍ້ມູນມາແລ້ວ ກໍໄດ້ຈັດກອງປະຊຸມວິເຄາະຜົນຄວາມຄິດເຫັນຂອງຄູສອນ ແລະ ຜົນການທົດສອບຂອງນັກຮຽນ ເພື່ອເປັນບ່ອນອີງໃນການປັບປຸງເນື້ອໃນຄືນບາງຈຸດ ແລະ ລາຍລະອຽດຈະໄດ້ສະຫຼຸບລາຍງານຕໍ່ຄະນະກໍາມະການກວດຜ່ານ ແລະ ຮັບຮອງ (CACIM) ຮັບຊາບໃນໄລຍະ ກອງປະຊຸມຄັ້ງນີ້. ຊຶ່ງຖ້າປຶ້ມທັງໝົດຖືກຮັບຮອງ ແລະ ປັບປຸງສົມບູນແລ້ວ ກໍຈະໄດ້ຈັດພິມແຈກຢາຍ ແລະ ຈັດຝຶກອົບຮົມຄູຝຶກຂັ້ນສູນກາງ, ຂັ້ນແຂວງ ແລະ ຄູສອນປະຈໍາການ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມເປັນເອກະພາບດ້ານຫຼັກການສອນ, ການວັດ ແລະ ປະເມີນໃນຫ້ອງຮຽນ ແລະ ນໍາໃຊ້ສອນຕົວຈິງໄດ້ດີຍິ່ງຂຶ້ນ.
ຢ່າງໃດກໍຕາມ, ເພື່ອເປັນທິດໃນການດໍາເນີນກອງປະຊຸມຄັ້ງນີ້ ທ່ານຮອງລັດຖະມົນຕີ ສສກ ໄດ້ຮຽກຮ້ອງໃຫ້ບັນດາທ່ານຜູ້ແທນກອງປະຊຸມ ເອົາໃຈໃສ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນທີມນັກຂຽນ/ຮຽບຮຽງແຕ່ລະວິຊາ ເພື່ອຖອດຖອນບົດຮຽນນໍາກັນ ແລະ ຊ່ວຍກັນ; ຍົກສູງຄວາມຮັບຜິດຊອບໃນການກວດ, ປະກອບຄໍາເຫັນຢ່າງກົງໄປກົງມາດ້ວຍເຫດ ແລະ ຜົນ; ການພິມເຂົ້າໜ້າ ແລະ ກວດແກ້ໃຫ້ຮັບປະກັນຄວາມຖືກຕ້ອງຕາມຫຼັກໄວຍາກອນ ໂດຍນໍາໃຊ້ຄໍາສັບ, ສຳນວນ, ປະໂຫຍກ, ອ່ານເຂົ້າໃຈງ່າຍ ສາມາດຈັດຕັ້ງປະຕິບັດໄດ້, ຮັບປະກັນດ້ານເນື້ອໃນຖືກຕາມຫຼັກການວິທະຍາສາດ, ວິຊາສະເພາະ ແລະ ສຳເລັດຕາມແຜນການ ຊຶ່ງທັງໝົດນັ້ນ ກໍເພື່ອບັນລຸຈຸດໝາຍຂອງການປັບປຸງຫຼັກສູດ ແລະ ປຶ້ມຄູ່ມືຄູ ຊັ້ນມັດທະຍົມ ພາຍໃຕ້ໂຄງການ EESDP ແມ່ນເພື່ອໃຫ້ຜູ້ຮຽນມີຜົນສຳເລັດດ້ານການຮຽນດີຂຶ້ນ, ມີຄວາມຮູ້ທີ່ເລິກເຊິ່ງ/ຮູ້ແທ້ຈິງ, ສາມາດນໍາໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນວຽກງານ ແລະ ດໍາເນີນຊີິວິດຕົວຈິງຂອງຕົນ, ແນວທາງການການຈັດການຮຽນການສອນແມ່ນເນັ້ນຜູ້ຮຽນເປັນໃຈກາງ ແລະ ເນັ້ນຝຶກປະຕິບັດຕົວຈິງຕາມທິດສະດີ ການສ້າງຄວາມຮູ້ໂດຍຜູ້ຮຽນ Constructivism ແລະ ແລະ ການອອກແບບແຜນການສອນແບບ Backward Design, UBD ປະສົມປະສານກັບແນວຄິດທິດສະດີການຮຽນຕ່າງໆທີ່ຫຼາກຫຼາຍ ລວມທັງການນໍາໃຊ້ວິທີສອນ/ຮູບແບບການສອນຕ່າງໆ.
ພາຍຫຼັງສຳເລັດພິທີເປີດຢ່າງເປັນທາງການ ບັນດາຜູ້ແທນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງຊ່ຽວຊານຈາກໂຄງການ EESDP, ການນໍາສະເໜີຜົນການເກັບກໍາຂໍ້ມູນ, ນໍາສະເໜີຜົນການທົດລອງນໍາໃຊ້ປື້ມ ແລະ ເນື້ອໃນປື້ມຄູ່ມືຄູ ຂັ້ນ ມ.4, ມ.7 ຈໍານວນ 6 ວິຊາ: ວິຊາພາສາລາວ, ຄະນິດສາດ, ພາສາອັງກິດ, ເຄມີສາດ, ຟີຊິກສາດ ແລະ ຊີວະວິທະຍາ ພ້ອມທັງຄົ້ນຄວ້າ, ກວດຜ່ານ ແລະ ປະກອບຄໍາເຫັນຕໍ່ເນື້ອໃນປື້ມດັ່ງກ່າວ.
ກອງປະຊຸມກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມຄູ່ມືຄູ ວິຊາພາສາລາວ, ຄະນິດສາດ, ພາສາອັງກິດ, ເຄມີສາດ, ຟີຊິກສາດ ແລະ ຊີວະວິທະຍາ ຂັ້ນ ມ.4 ແລະ ມ.7 ໃນຄັ້ງນີ້ ແມ່ນຈະດຳເນີນລະຫວ່າງວັນທີ 15-19 ກໍລະກົດ 2024 ຈຶ່ງຈະສໍາເລັດ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວທີ່ກ່ຽວຂ້ອງ