ໂຮງຮຽນນານາຊາດ ກຸ້ຍຖິງ ມີຄວາມພ້ອມຮອບດ້ານເປີດຮັບນັກຮຽນໃໝ່ ສົກຮຽນ 2024-2025
17/07/2024

ໂຮງຮຽນນານາຊາດ ກຸ້ຍຖິງ ລະບົບການສອນ 3 ພາສາ ຄື: ພາສາລາວ, ພາສາຈີນ ແລະ ພາສາອັງກິດ ມີຄວາມພ້ອມແລ້ວຮອບດ້ານ ບໍ່ວ່າຈະເປັນດ້ານບຸກຄະລາກອນ ແລະ ດ້ານອາຄານສະຖານທີ່ ທີ່ມີຄວາມສະດວກກວ້າງຂວາງ ຊຶ່ງສາມາດຮອງຮັບນັກຮຽນໄດ້ເຖິງ 3.000 ຄົນ ພ້ອມຈະເປີດຮັບນັກຮຽນໃໝ່ ໃນສົກຮຽນ 2024-2025.
ທ່ານ ຢາງ ເຊຍ ຮຸຍ ປະທານໂຮງຮຽນນານາຊາດ ກຸ້ຍຖິງ ໃຫ້ສຳພາດຕໍ່ທີມງານຂ່າວຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ເມື່ອບໍ່ດົນມານີ້ວ່າ: ນັບແຕ່ປີ 2015 ເປັນຕົ້ນມາ ທີ່ຂ້ອຍໄດ້ເຂົ້າມາລົງທຶນຢູ່ ສປປ ລາວ ພົບວ່າ ເດັກນ້ອຍເຊື້ອສາຍຈີນ ທີ່ອາໄສຢູ່ສປປ ລາວ ແມ່ນມີຄວາມຫຍຸ້ງຍາກ ຫຼາຍກັບການເຂົ້າຮຽນ ຊຶ່ງໃນນະຄອນຫຼວງວຽງຈັນ ມີແຕ່ໂຮງຮຽນລ້ຽວໂຕ ທີ່ເປັນໂຮງຮຽນຈີນແຫ່ງດຽວ ເທົ່ານັ້ນ ແລະ ມີຄົນເຂົ້າຮຽນຫຼາຍ ແລະ ໃນປະເທດລາວ ກໍມີບໍລິສັດຈາກຈີນມາລົງທຶນນັບມື້ນັບຫຼາຍຂຶ້ນ ເຮັດໃຫ້ຄວາມຕ້ອງການດ້ານຄວາມສາມາດຂອງຈີນກໍເພີ່ມຂຶ້ນ, ດັ່ງນັ້ນຈຶ່ງຕັດສິນໃຈເປີດໂຮງຮຽນພາສາຈີນ ຢູ່ນະຄອນຫຼວງວຽງຈັນ ເພື່ອແກ້ໄຂບັນຫາເດັກນ້ອຍເຊື້ອສາຍຈີນໃຫ້ໄດ້ເຂົ້າໂຮງຮຽນ, ເພື່ອໃຫ້ປະຊາຊົນໃນລາວຈໍານວນຫຼວງຫຼາຍທີ່ຢາກຮຽນພາສາຈີນ ໄດ້ສຶກສາຮ່ຳຮຽນຢູ່ໂຮງຮຽນໃນເວລາຫວ່າງ ທັງເປັນການສ້າງບຸກຄະລາກອນດ້ານພາສາຈີນໃຫ້ແກ່ບໍລິສັດຈີນ ທີ່ມາລົງທຶນຢູ່ສປປ ລາວ ແລະ ເພື່ອເປັນການສ້າງພື້ນຖານໃຫ້ກັບນັກຮຽນທີ່ຮຽນຈົບຊັ້ນມັດທະຍົມສຶກສາຕອນປາຍ ໃຫ້ໄດ້ໄປສຶກສາຮ່ຳຮຽນຕໍ່ທີ່ສປ ຈີນ.
ທັງນີ້, ພາຍຫຼັງເປີດການຮຽນການສອນນັບແຕ່ປີ 2022 ເປັນຕົ້ນມາ ໂຮງຮຽນຂອງພວກເຮົາໄດ້ຄ່ອຍໆເລີ່ມເປັນທີ່ຮູ້ຈັກຂອງສັງຄົມກໍຄືບັນດາພໍ່ແມ່ຜູ້ປົກຄອງນັກຮຽນທີ່ເປັນຄົນຈີນ, ຄົນຕ່າງປະເທດທີ່ມາເຮັດວຽກຢູ່ສປປ ລາວ ແລະ ກໍຄົນລາວເອງ ຊຶ່ງນັບມາຮອດສົກຮຽນ 2023-2024 ໂຮງຮຽນຂອງເຮົາມີນັກຮຽນທັງໝົດ ຈຳນວນ 85 ຄົນ ໃນນັ້ນແບ່ງເປັນຊັ້ນອະນຸບານ ຈໍານວນ 28 ຄົນ, ຊັ້ນປະຖົມສຶກສາ 40 ຄົນ ແລະ ຊັ້ນມັດທະຍົມສຶກສາ ຈໍານວນ 17 ຄົນ. ນອກນີ້, ຍັງໄດ້ເປີດຫ້ອງສອນພາສາຈີນ 6 ຫ້ອງໂດຍບໍ່ເສຍຄ່າຮຽນ ມີນັກຮຽນ ຈໍານວນ 200 ກວ່າຄົນ. ຄຽງຄູ່ກັນນີ້ພາຍໃນໂຮງຮຽນ ມີຄູສອນ ທັງໝົດ 30 ທ່ານ ໃນນັ້ນມີຄູສອນພາສາຈີນ 12 ທ່ານ, ຄູພາສາອັງກິດ 4 ຄົນ ແລະ ຄູສອນຊາວລາວ 14 ທ່ານ ໂດຍໂຮງຮຽນ ນານາຊາດ ກຸ້ຍຖິງ ເປັນໂຮງຮຽນ 3 ພາສາທີ່ມີການສອນພາສາລາວ, ພາສາຈີນ ແລະ ພາສາອັງກິດ.
ປະທານໂຮງຮຽນນານາຊາດ ກຸ້ຍຖິງ ກ່າວອີກວ່າ: ສຳລັບການກະກຽມຄວາມພ້ອມໃນການເປີດຮັບນັກຮຽນໃໝ່ ໃນສົກຮຽນ 2024-2025 ນັ້ນ ທາງຄະນະນໍາໂຮງຮຽນຂອງພວກເຮົາກໍໄດ້ມີການຫ້າງຫາກະກຽມຄວາມພ້ອມແລ້ວຮອບດ້ານບໍ່ວ່າຈະເປັນດ້ານບຸກຄະລາກອນ, ອາຫານສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ລວມທັງລົດຮັບສົ່ງນັກຮຽນ ແລະ ອາຄານສະຖານທີ່ຂອງພວກເຮົາກໍມີອາຄານຮຽນເຖິງ 8 ຊັ້ນ ແລະ ມີ 70 ຫ້ອງຮຽນ ຊຶ່ງສາມາດຮອງຮັບນັກຮຽນໄດ້ເຖິງ 3.000 ຄົນ. ນອກຈາກນີ້ໂຮງຮຽນຂອງພວກເຮົາຍັງມີຫ້ອງອາຫານສຳລັບນັກຮຽນ, ສະໜາມກິລາບານເຕະ, ແລ່ນ-ລານ, ບານບ້ວງ, ປິ່ງປ່ອງ ແລະ ອື່ນໆອີກດ້ວຍ.
ສຳລັບໂຮງຮຽນນານາຊາດ ກຸ້ຍຖິງ ແມ່ນຕັ້ງຢູ່ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທ່ານໃດຕ້ອງການເອົາລູກຫຼານໄປສຶກສາຮ່ຳຮຽນ ແມ່ນສາມາດຕິດຕໍ່ໄດ້ທີ່ເບີ: 030-4518888, 020-29921888, 020-29608888, 020-29618888, 020-29628888 & 020-52809999 ຫຼື ເພຈເຟດບຸກ: ໂຮງຮຽນ ນານາຊາດ ກຸ້ຍຖິງ 老挝贵庭国际学校 Kuiting International SchooL ແລະ ສາມາດເຂົ້າໄປຕິດຕໍ່ພົວພັນໄດ້ທີ່ໂຮງຮຽນດັ່ງກ່າວ ຕາມໂມງລັດຖະການ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວທີ່ກ່ຽວຂ້ອງ