Skip to main content

Author: Chanthakhard Inthadalin

ມາກເຊີຍ ແຕ່ງຕັ້ງ “ກັດຕູໂຊ” ຄຸມທີມ ຮອດປີ 2024

ສະໂມສອນ ໂອລິມປິກ ມາກເຊີຍ ທີມດັງໃນລີກສູງສຸດຂອງຝຣັ່ງ ໄດ້ປະກາດແຕ່ງຕັ້ງ ທ່ານ ເກັນນາໂຣ ກັດຕູໂຊ ອະດີດກອງກາງທີມຊາດອີຕາລີ ແລະ ສະໂມສອນ ເອຊີ ມິລານ ຄຸມທີມ ດ້ວຍເຊັນສັນຍາໄລຍະສັ້ນ ຮອດປີ 2024 ຫາກຜົນງານດີ ອາດຂະຫຍາຍສັນຍາເພີ່ມ. ທ່ານ ກັດຕູໂຊ ວ່າງງານນັບຕັ້ງແຕ່ແຍກທາງກັບ ສະໂມສອນ ບາເລນເຊຍ ເມື່ອວັນທີ 30 ມັງກອນ 2023 ຜ່ານມາ ໂດຍເຂົ້າມາແທນທີ່ຂອງ ທ່ານ ມາເຊລີໂນ ກາເຊຍ ໂຕລາວ ຄູຝຶກຊາວແອັດສະປາຍ (ສະເປນ) ທີ່ຖືກປົດອອກຈາກຕຳແໜ່ງຫຼັງຄຸມທີມໄດ້ພຽງ 7 ນັດ. ສຳລັບ ທ່ານ ກັດຕູໂຊ ກ້າວສູ່ການຄຸມທີມເຕັມໂຕໃນປີ 2013 ດ້ວຍການຄຸມ ສະໂມສອນ ຊີອົງ ໃນລີກສະວິດເຊີແລນ,...

Continue reading

ກັອບໄຣເດີ ຄັບ ຄັ້ງທີ 44 ເປີດສາກຄວາມມັນ 29 ກັນຍາ – 1 ຕຸລາ 2023

ການແຂ່ງຂັນກິລາກັອບໄຣເດີ ຄັບ (Ryder Cup? ທີ່ເອົາທີມເອີຣົບ ພົບກັບ ທີມສະຫະລັດອາເມຣິກາ ຄັ້ງທີ 44 ໄດ້ເປີດສາກຄວາມມັນ ລະຫວ່າງວັນທີ 29 ກັນຍາ – 1 ຕຸລາ 2023 ທີ່ສະໜາມ Marco Simone Golf and Country Club ນະຄອນຫຼວງໂຣມ ປະເທດອີຕາລີ ຊຶ່ງທີມເອີຣົບນຳໂດຍ ລຸກ ໂດໂນ ຫົວໜ້າທີມຊາວອັງກິດ. ສ່ວນນັກກິລາ ປະກອບມີ ຣໍຣີ ແມັກອິວລອຍ ມື 2 ຂອງໂລກ ຈາກໄອແລນເໜືອ (ອຽກລັງເໜືອ), ຈອນຣາມ ມື 3 ຂອງໂລກ ຈາກແອັດສະປາຍ (ສະເປນ) ພ້ອມກັນນີ້ ກໍມີ ໂຣເບີດ ແມັກອິນທາຍ ຈາກສະກັອດແລນ, ວິກຕໍ ໂຮບແລນ ຈາກນອກແວ (ນໍເວ), ໄທເຣວ ຮັດຕັນ, ແມັດ ຟຣິດປາຕິກ, ທອມມີ ຟີດວູດ, ຈັດຕິນ ໂຣດ 4 ນັກກັອບຈາກອັງກິດ, ເຊັບ ສະຕຣາກາ ຈາກໂອຕຣິດ, ເຊນ ໂລຣີ ຈາກສາທາລະນະລັດໄອແລນ...

Continue reading

ຕຳຫຼວດ ບຸກຄົ້ນສະຫະພັນບານເຕະແອັດສະປາຍ ຊອກຫາຫຼັກຖານ ບາເຊໂລນາ ຕິດສິນບົນ

ເຈົ້າໜ້າທີ່ຕໍາຫຼວດແອັດສະປາຍ (ສະເປນ) ໄດ້ນໍາກໍາລັງພົນບຸກໄປຍັງສະຫະພັນບານເຕະແອັດສະປາຍ ເພື່ອສືບຫາຫຼັກຖານຂອງການໃຫ້ສິນບົນຫຼາຍລ້ານເອີໂຣຂອງ ສະໂມສອນ ບາເຊໂລນາ ໃຫ້ກັບຮອງປະທານສະຫະພັນຜູ້ຕັດສິນບານເຕະຂອງແອັດສະປາຍ ໃນໄລຍະຫຼາຍປີທີ່ຜ່ານມາ. ໂດຍໂຄສົກຕຳຫຼວດແອັດສະປາຍ ໄດ້ຢືນຢັນເຖິງການກວດຄົ້ນຫາຫຼັກຖານທີ່ສໍານັກງານຂອງສະຫະພັນຜູ້ຕັດສິນທີ່ສໍານັກງານໃຫຍ່ຂອງສະຫະພັນບານເຕະແອັດສະປາຍ ໃກ້ກັບນະຄອນຫຼວງມາດຣິດ ເຈົ້າໜ້າທີ່ຕຳຫຼວດໄດ້ກ່າວວ່າ ພວກເຂົາບໍ່ໄດ້ເຂົ້າຈັບກຸມ ແລະ...

Continue reading

ກວຮ ຈັດກອງປະຊຸມທາບທາມ 3 ພາກ ຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ

ກອງປະຊຸມທາບທາມ 3 ພາກ ຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ ກົມການສຶກສາກ່ອນໄວຮຽນ ຫຼື ກວຮ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມທາບທາມ 3 ພາກ (ພາກເໜືອ, ພາກກາງ ແລະ ພາກໃຕ້) ກ່ຽວກັບຮ່າງດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ ໃນລະຫວ່າງວັນທີ 25-30 ກັນຍາ 2023 ທີ່​ຫ້ອງປະຊຸມສະໂມສອນໄຟຟ້າ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍມີ ທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ສຳລານ ພັນຄະວົງ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ...

Continue reading

ແມນຢູ ວາງແຜນດຶງຕົວ “ເຄຍຊາ” ຢືນປີກຂວາ ຫາກ “ຊານໂຊ” ຍ້າຍທີມ

ເຟເດດິໂກ ເຄຍຊາ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ວາງເປົ້າໝາຍຈະດຶງຕົວ ເຟເດຣິໂກ ເຄຍຊາ ກອງໜ້າ ສະໂມສອນ ຢູເວນຕຸດ ທີມດັງແຫ່ງກັນໂຊເຊເຣຍອາ ອີຕາລີ ເປັນອີກໜຶ່ງຕົວເລືອກທີ່ຈະມາທົດແທນ ຈາດອນ ຊານໂຊ. ສະໂມສອນ ແມນເຊັດເຕີ ຢູໄນເຕັດ ເລີ່ມຫາຕົວແທນ ຈາດອນ ຊານໂຊ ປີກຊາວອັງກິດ ທີ່ກໍາລັງມີບັນຫາຂັດແຍ່ງກັບ ທ່ານ ເອຣິກ ເທນ ຮາກ ຫົວໜ້າຄູຝຶກຊາວໂຮນລັງ (ຮອນແລນ) ຈົນຖືກຕັດຊື່ອອກຈາກທີມ ແລະ ມີໂອກາດສູງທີ່ຈະຍ້າຍອອກຈາກທີມໃນຕະຫຼາດຊື້-ຂາຍນັກເຕະເປີດຮອບ 2 ໃນເດືອນມັງກອນນີ້ ຫາກອະດີດນັກເຕະຂອງ ສະໂມສອນ ໂບຣຸດເຊຍ ດອດມຸນ ບໍ່ຂໍໂທດຕໍ່ທ່ານ ເອຣິກ ເທນ...

Continue reading

ປກສ ແຂວງ ຄວ້າແຊ໋ມເຕະບານຫຼວງນໍ້າທາ ລາວລີກ 2 ຊີງຂັນເຈົ້າແຂວງ ປະຈໍາປີ2023

ການແຂ່ງຂັນກິລາເຕະບານ ລາວລີກ 2 ແຂວງຫຼວງນ້ຳທາ ແມ່ນໄດ້ເລີ່ມການແຂ່ງຂັນນັບຕັ້ງແຕ່ວັນທີ 16 ມິຖຸນາ 2023 ເປັນຕົ້ນມາ ໂດຍມີ 6 ທີມເຂົ້າຮ່ວມແຂ່ງຂັນຄື: ສະໂມສອນ ທະຫານແຂວງ, ປກສ ແຂວງ, ນ້ຳທາ ເອັບຊີ, ເອັບຊີ ເມືອງສິງ, ເດິ ຄິງ ອີໂວ (THE KING EVO? ແລະ ສະໂມສອນ ເອັມເອັດ ສະປອດ ຊິຕີ (MS SPORT CITY) ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຂວງຫຼວງນໍ້າທາ. ສຳລັບນັດສຸດທ້າຍຂອງການແຂ່ງຂັນ ໄດ້ມີຂຶ້ນໃນວັນທີ 28 ກັນຍາ 2023 ຜົນປະກົດວ່າ ສະໂມສອນ ປກສ ແຂວງ ທີມນຳຕາຕະລາງ ສາມາດເອົາຊະນະ ນ້ຳທາ ເອັບຊີ ທີມອັນດັບທີ 2 ໄປໄດ້ 4-2...

Continue reading

ໄອ-ສະປອດ ມອບເຄື່ອງ 30 ກວ່າຊຸດ ໃຫ້ໂທລະພາບແຫ່ງຊາດລາວ

ຮ້ານຂາຍເຄື່ອງກິລາ, ບໍລິການອອກແບບ ແລະ ຜະລິດເສື້ອກິລາພິມລາຍ ໄອ-ສະປອດ (Ai-sport) ສືບຕໍ່ໃຫ້ການສະໜັບສະໜູນເຄື່ອງນຸ່ງກິລາ ຈຳນວນ 30 ກວ່າຊຸດ ລວມມູນຄ່າ 4 ລ້ານກວ່າກີບ ໃຫ້ແກ່ສະຖານີໂທລະພາບແຫ່ງຊາດລາວ ເພື່ອສ້າງໂອກາດໃຫ້ທາງພາກສ່ວນດັ່ງກ່າວ ໄດ້ມີຄວາມສະດວກໃນການເຄື່ອງໄຫວຫຼິ້ນກິລາ ເພື່ອສຸຂະພາບ. ພິທີມອບ-ຮັບການສະໜັບສະໜູນເຄື່ອງຂອງຮ້ານຂາຍເຄື່ອງກິລາໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 26 ກັນຍາ 2023 ທີ່ສະໜາມກິລາບານເຕະຫຍ້າທຽມ ບິກສະກາຍ ສະປອດ ເຂດບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນການກ່າວມອບໂດຍທ່ານ ໄພລະຄອນ ບຸນວິຊຽນ...

Continue reading

ວາງສີລາລຶກໂຄງການຂະຫຍາຍສະໜາມກັອບ ແລະ ກໍ່ສ້າງເຮືອນພັກອາໃສ ຢູ່ສະໜາມກັອບພູກູດທອງຄຳ

ພິທີວາງສີລາລຶກໂຄງການປັບປຸງກໍ່ສ້າງຂະຫຍາຍສະໜາມກັອບ ແລະ ກໍ່ສ້າງເຮືອນພັກອາໃສຢູ່ທີ່ສະໜາມກັອບພູກູດທອງຄຳ ໄດ້ມີຂຶ້ນໃນວັນທີ 24 ກັນຍາ 2023 ທີ່ສະໜາມກັອບພູກູດທອງຄຳ ແຂວງຊຽງຂວາງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ແລະ ທ່ານ ອີຊໍຈິນ ປະທານບໍລິສັດ ເອັດໂທ ພັດທະນາລາວ ຈຳກັດຜູ້ດຽວ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງພູກູດ ແລະ ເມືອງແປກຢ່າງພ້ອມພຽງ. ໃນພິທີ, ທ່ານ ພູວອນ ຈັນມາລາ ປະທານບໍລິສັດວຽງວອນ ຈຳກັດຜູ້ດຽວ ໄດ້ລາຍງານຄວາມເປັນມາຂອງສະໜາມກັອບພູກູດທອງຄຳ ໃຫ້ຮູ້ວ່າ: ສະໜາມກັອບພູກູດທອງຄຳ ໄດ້ເລີ່ມກໍ່ສ້າງມາແຕ່ປີ...

Continue reading