Skip to main content

Author: Chanthakhard Inthadalin

ດັບເບິນຢູໄອຈີ ນາຄາ ຕົວແທນຈາກ ສປປ ລາວ ຖືກຈັດຢູ່ກຸ່ມ ເຮັດ ຮ່ວມກັບ ຣີວ ເບຕິດ ທີມດັງຈາກແອັດສະປາຍ ລາຍການ TAR 2024 ຮອບສຸດທ້າຍ

ນັກເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 11 ປີ ຫຼື ຢູ-11 ສະໂມສອນ ດັບເບິນຢູໄອຈີ ນາຄາ ຫຼື WIG NAGA ຕົວແທນໜຶ່ງດຽວຈາກ ສປປ ລາວ ເດີນທາງມຸ່ງໜ້າສູ່ເມືອງບາເຊໂລນາ ປະເທດແອັດສະປາຍ (ສະເປນ) ໃນວັນທີ 22 ເມສາ ຜ່ານມາ ຫຼັງຈາກເກັບຕົວຝຶກຊ້ອມ ທີ່ສູນກິລາ ໃຈຟ້າ ແຂວງລົບບູລີ ປະເທດໄທ ເພື່ອເຂົ້າຮ່ວມຊີງໄຊໃນລາຍການ TAR 2024 ຮອບສຸດທ້າຍ ຈະຈັດຂຶ້ນລະຫວ່າງວັນທີ 24-28 ເມສາ 2024 ຊຶ່ງລາຍການດັ່ງກ່າວ ມີເຖິງ 50 ສະໂມສອນເຂົ້າຮ່ວມ ແບ່ງອອກເປັນ 10 ກຸ່ມ. ທັງນີ້, ດັບເບິນຢູໄອຈີ ນາຄາ ເປັນສະໂມສອນໜຶ່ງດຽວຈາກ ສປປ ລາວ ແລະ ເປັນທີມທຳອິດ ທີ່ໄດ້ຮ່ວມແຂ່ງຂັນໃນລາຍການນີ້...

Continue reading

ນັກຮຽນລາວ ສ້າງຜົນງານເດັ່ນໃນເວທີລະດັບສາກົນ ຍາດໄດ້ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດ ທີ່ອົດສະຕຣາລີ

ນ້ອງນັກຮຽນ ຈຳນວນ 21 ຄົນ ຈາກໂຮງຮຽນນານາຊາດລາວ ແລະ ໂຮງຮຽນພອນສະຫວັນ ຊຶ່ງເປັນຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນໃນເວທີລະດັບສາກົນ ຫຼັງຍາດມາໄດ້ເຖິງ 2 ຫຼຽນຄຳ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ໃນການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດໂອແລມປິກ ທີ່ເມືອງຊິດນີ ປະເທດອົດສະຕຣາລີ ໃນລະຫວ່າງວັນທີ 14-21 ເມສາ 2024. ທັງນີ້, ສໍາລັບການແຂ່ງຂັນຮອບຊີງຊະນະເລີດ ວິຊາຄະນິດສາດ ແລະ ພາສາອັງກິດໂອແລມປິກ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດຫຼາຍກວ່າ 4 ພັນຄົນ ທີ່ມາຈາກ 32 ປະເທດ ໃນນັ້ນນັກຮຽນຈາກ ສປປ ລາວ ເຂົ້າຮ່ວມທັງໝົດ 21 ຄົນ ທີ່ເປັນຕົວແທນຈາກໂຮງຮຽນນານາຊາດລາວ ແລະ...

Continue reading

ໄຟຟ້າ ນ້ຳເທີນ 2 ສືບຕໍ່ສະໜັບສະໜູນ ໂຄງການອາຫານທ່ຽງໃນໂຮງຮຽນປະຖົມຢູ່ເມືອງນາກາຍ ໄລຍະ 3 ປີ ມູນຄ່າ 3,2 ຕື້ກີບ

ພິທີເຊັນສັນຍາ ໂຄງການອາຫານທ່ຽງໃນໂຮງຮຽນປະຖົມຢູ່ເມືອງນາກາຍ ແຂວງຄຳມ່ວນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ມູນນິທິການສຶກສາເພື່ອການພັດທະນາ ຫຼື EDF ທີ່ສະໜັບສະໜູນໂດຍ ບໍລິສັດໄຟຟ້າ ນ້ຳເທີນ 2 ໄດ້ມີຂຶ້ນໃນວັນທີ 11 ເມສາ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍຕາງໜ້າລົງນາມລະຫວ່າງທ່ານ ມາກ ອອງ ຕວນ ຣຸບ ຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າ ນ້ຳເທີນ 2,  ທ່ານ ວົງສອນ ພູມະນີວົງ ຮອງຜູ້ອໍານວຍການສູນສົ່ງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳຮຽນ ອິນທະຫວາ ປະທານມູນນິທິການສຶກສາເພື່ອການພັດທະນາ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ...

Continue reading

ຄຊປປລ ຮາກຖານ ສວສ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ພ້ອມເລືອກໄດ້ຄະນະບໍລິຫານຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ພ້ອມທັງໄດ້ຮັບການຍ້ອງຍໍຜົນງານການເຄື່ອນໄຫວວຽກງານຊາວໜຸ່ມ ໃນໄລຍະ 1 ສະໄໝ ຜ່ານມາ ແລະ ສາມາດເລືອກໄດ້ ຄຊປປລ ຮາກຖານ ສວສ ຊຸດໃໝ່ ໂດຍແມ່ນ ສະຫາຍ ນາງ ສົມປະໄພ ໂນນອິນຖະໜອມ ເປັນເລຂາ ຄຊປປລ ຮາກຖານ ສວສ. ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄຊປປລ ຮາກຖານຈັດຂຶ້ນ ເມື່ອວັນທີ 10 ເມສາ...

Continue reading

ແຜນງານບີຄວາ ມອບກ້ອງຖ່າຍພາບນິ້ງ 1 ຊຸດ ໃຫ້ສູນໂຄສະນາຂ່າວສານ ສວສ ຮັບໃຊ້ວຽກງານສື່ມວນຊົນ

ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ມອບກ້ອງຖ່າຍພາບນິ້ງ ຈຳນວນ 1 ຊຸດ ໃຫ້ກັບຂະແໜງວາລະສານ ແລະ ໜັງສືພິມ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ເມື່ອຕອນເຊົ້າວັນທີ 10 ເມສາ 2024 ທີ່ຫ້ອງປະຊຸມ ຊັ້ນ2 ສວສ ກ່າວມອບໂດຍ ທ່ານ ນາງ ເລເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ປະຈຳ ສປປ ລາວ ແລະ ຕາງໜ້າຮັບແມ່ນ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ທ່ານ ນາງ ຄໍລີນ ຈາວາຣີ ຜູ້ຈັດການວຽກງານສື່ສານ ແລະ...

Continue reading

ສະຖາບັນຣັຕະນະ ບໍລິຫານທຸລະກິດ ຈັດແຂ່ງຂັນສິລະປະ ປະຈໍາປີ 2024

ສະຖາບັນຣັຕະນະ ບໍລິຫານທຸລະກິດ ຈັດແຂ່ງຂັນສິລະປະ ປະຈໍາປີ 2024 ເມື່ອວັນທີ 5 ເມສາ ຜ່ານມາ ທີ່ສະຖາດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ປອ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະ ບໍລິຫານທຸລະກິດ ແລະ ທ່ານ ປອ ບຸນເທືອງ ມູນລາສີ ຜູ້ອໍານວຍການ ສະຖາບັນຣັຕະນະ ບໍລິຫານທຸລະກິດ, ມີຄະນະອໍານວຍການ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ກໍາມະການຕັດສິນຈາກວິທະຍາໄລສິລະປະດົນຕີແຫ່ງຊາດ, ຄູອາຈານ, ນັກສຶກສາ, ນັກຮຽນມັດທະຍົມປາຍ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ໂອກາດນີ້, ທ່ານ ປອ ບຸນເທືອງ ມູນລາສີ ກ່າວວ່າ:...

Continue reading

ສລດ ຖອດຖອນບົດຮຽນການປະຕິບັດໂຄງການສົ່ງເສີມວຽກງານການເງິນ-ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໄລຍະ II

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການສົ່ງເສີມວຽກງານທາງດ້ານການເງິນ ແລະ ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໄລຍະ II ເມື່ອວັນທີ 3 ເມສາ 2024 ທີ່ສູນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອໍານວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ທ່ານ ສົມພອນ ສີແສງລັດ ຜູ້ອໍານວຍການ ສະຖາບັນການເງິນຈຸລະພາກ, ພ້ອມດ້ວຍບັນດາພະນັກງານ ແລະ...

Continue reading

ຊາວໜຸ່ມ ຮາກຖານ ສວສ ສ້າງຂະບວນການແຂ່ງຂັນກິລາເປຕັງ ມິດຕະພາບ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IV ຢ່າງຟົດຟື້ນ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ສ້າງຂະບວນການແຂ່ງຂັນກິລາເປຕັງປະເພດທີມປະສົມ ມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ຕິດພັນກັບການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສໍາຄັນຍິ່ງຂຶ້ນ. ...

Continue reading