ສະຖາບັນຣັຕະນະ ບໍລິຫານທຸລະກິດ ຈັດແຂ່ງຂັນສິລະປະ ປະຈໍາປີ 2024

ສະຖາບັນຣັຕະນະ ບໍລິຫານທຸລະກິດ ຈັດແຂ່ງຂັນສິລະປະ ປະຈໍາປີ 2024 ເມື່ອວັນທີ 5 ເມສາ ຜ່ານມາ ທີ່ສະຖາດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ປອ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະ ບໍລິຫານທຸລະກິດ ແລະ ທ່ານ ປອ ບຸນເທືອງ ມູນລາສີ ຜູ້ອໍານວຍການ ສະຖາບັນຣັຕະນະ ບໍລິຫານທຸລະກິດ, ມີຄະນະອໍານວຍການ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ກໍາມະການຕັດສິນຈາກວິທະຍາໄລສິລະປະດົນຕີແຫ່ງຊາດ, ຄູອາຈານ, ນັກສຶກສາ, ນັກຮຽນມັດທະຍົມປາຍ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໂອກາດນີ້, ທ່ານ ປອ ບຸນເທືອງ ມູນລາສີ ກ່າວວ່າ: ກິດຈະກໍາດັ່ງກ່າວຈັດຂຶ້ນເພື່ອສົ່ງເສີມ ແລະ ພັດທະນາສິລະປະວັດທະນະທໍາໃຫ້ສູງຂຶ້ນໃນເວທີີພາກພື້ນ ແລະ ສາກົນ, ເພື່ອຮັກສາມູນເຊື້ອ ສິລະປະວັນນະຄະດີຂອງຊາດລາວ ທັງເປັນການສ້າງຂະບວນການກິດຈະກໍາປະຈໍາປີຂອງສະຖາບັນຣັຕະນະ ບໍລິຫານທຸລະກິດໃຫ້ນັກຮຽນ ນັກສຶກສາ, ຕ້ອນຮັບ ແລະ ຊົມເຊີຍກອງປະຊຸມອາຊຽນ ຊຶ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນທ້າຍປີນີ້, ເພື່ອສົ່ງທ້າຍປີເກົ່າຕ້ອນຮັບປິໃໝ່ລາວ. ນອກຈາກນີ້, ຍັງເປັນການເປີດໂອກາດໃຫ້ນັກສຶກສາ ໄດ້ສະແດງອອກທາງດ້ານທັກສະ ແລະ ຄວາມສາມາດທາງດ້ານສິລະປະ ຫຼື ພອນສະຫວັນຂອງຕົນນອກຈາກການຮຽນວິຊາສະເພາະຢູ່ໃນຫ້ອງຮຽນແລ້ວ. ສໍາລັບນັກສະແດງທີ່ຊະນະການແຂ່ງຂັນຄັ້ງນີ້, ຈະໄດ້ເປັນຕົວແທນໃຫ້ສະຖາບັນຣັຕະນະ ບໍລິຫານທຸລະກິດ ໃນການແລກປ່ຽນສິລະປະກັບສະຖາບັນອື່ນໆ ທັງພາຍໃນ ແລະ ຕ່າງປະເທດ ຫຼື ໄປຮັບໃຊ້ກອງປະຊຸມຕ່າງໆຂອງພັກ ຂອງລັດ ແລະ ຍັງເປັນການສ້າງຄວາມສາມັກຄີລະຫວ່າງຄູອາຈານ ແລະ ນັກສຶກສາໃຫ້ມີຄວາມແໜ້ນແຟ້ນຕື່ມອີກ.
ການແຂ່ງຂັນສິລະປະ ປະຈໍາປີນີ້, ມີທັງໝົດ 3 ລາຍການ ຄື: ການແຂ່ງຂັນຮ້ອງເພງສະຕິງ ມີຜູ້ເຂົ້າແຂ່ງຂັນ ຈໍານວນ 4 ຄົນ; ການແຂ່ງຂັນຮ້ອງເພງລູກທົ່ງ ມີຜູ້ເຂົ້າແຂ່ງຂັນ ຈໍານວນ 4 ຄົນ ແລະ ການແຂ່ງຂັນບົດຟ້ອນປະກອບເພງ ມີທີມເຂົ້າແຂ່ງຂັນຈໍານວນ 3 ທີມ.
ຜ່ານການແຂ່ງຂັນຜົນປາກົດວ່າ: ຮ້ອງເພງສະຕິງ ອັນດັບທີ 1 ແມ່ນບົດເພງ “Season Wave to the Earth + ພຽງພໍ ໂດຍທ້າວ ຢຸ້ຍຫົງ ວໍລະວົງ ນັກສຶກສາ ປີ2 ຫ້ອງ C22 ສາຍບໍລິຫານຈັດການ ພາກເຊົ້າ; ຮ້ອງເພງລູກທົ່ງ ອັນດັບທີ 1 ແມ່ນບົດເພງ ຢືນຢາມແຄມຂອງ ໂດຍທ້າວ ຈື້ເນັງຄາ ຊົວເລັງ ນັກສຶກສາ ປິ 2 ຫ້ອງ C32 ສາຍພາສາອັງກິດທຸລະກິດ ພາກຄໍ່າ ແລະ ບົດຟ້ອນ ອັນດັບທີ 1 ແມ່ນບົດຟ້ອນ ສືບສານມູນເຊື້ອມໍລະດົກແຄນລາວ ໂດຍທີມລວມຕົວຂອງນັກສຶກສາ ປີ 1, 2, 3 ແລະ ປິ 4.
ສໍາລັບເງິນຮາງວັນໃນການແຂ່ງຂັນ ປະເພດຮ້ອງເພງ ໃນນັ້ນ ລວມທັງເພງສະຕິງ ແລະ ລູກທົ່ງ ອັນດັບທີ 1 ໄດ້ຮັບເງິນສົດ ຈໍານວນ 4 ແສນກີບ, ອັນດັນທີ 2 ຈໍານວນ 3 ແສນກີບ ແລະ ຮາງວັນຊົມເຊີຍ ຈໍານວນ 2 ແສນກີບ. ສ່ວນບົດຟ້ອນ ອັນດັບທີ 1 ໄດ້ຮັບເງິນຮາງວັນ ຈໍານວນ 6 ລ້ານກີບ, ອັນດັບທີ 2 ຈໍານວນ 4 ລ້ານກີບ ແລະ ອັນດັບທີ 3 ຈໍານວນ 3 ລ້ານກີບ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ