Skip to main content

ຄຊປປລ ຮາກຖານ ສວສ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ພ້ອມເລືອກໄດ້ຄະນະບໍລິຫານຊຸດໃໝ່

22/04/2024

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ພ້ອມທັງໄດ້ຮັບການຍ້ອງຍໍຜົນງານການເຄື່ອນໄຫວວຽກງານຊາວໜຸ່ມ ໃນໄລຍະ 1 ສະໄໝ ຜ່ານມາ ແລະ ສາມາດເລືອກໄດ້ ຄຊປປລ ຮາກຖານ ສວສ ຊຸດໃໝ່ ໂດຍແມ່ນ ສະຫາຍ ນາງ ສົມປະໄພ ໂນນອິນຖະໜອມ ເປັນເລຂາ ຄຊປປລ ຮາກຖານ ສວສ.


ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄຊປປລ ຮາກຖານຈັດຂຶ້ນ ເມື່ອວັນທີ 10 ເມສາ 2024 ທີ່ຫ້ອງປະຊຸມ ສວສ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ, ເລຂາ ຄຊປປລ ວິທະຍາໄລອ້ອມຂ້າງ ສສກ ແລະ ສະຫາຍ ຮສ.ປອ ອານຸລົມ ວິໄລພອນ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. ນອກນັ້ນ, ກໍຍັງມີຄະນະພັກຮາກຖານ ສວສ, ຄະນະໜ່ວຍພັກ, 3 ອົງການຈັດຕັ້ງມະຫາຊົນ ສວສ ກໍຄື ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ຮາກຖານ ສວສ ຕະຫຼອດຮອດສະມາຊິກຊາວໜຸ່ມ ເຂົ້າຮ່ວມລວມທັງໝົດ 45 ສະຫາຍ, ຍິງ 20 ສະຫາຍ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນກໍເພື່ອເປັນການປະຕິບັດຕາມຂໍ້ຕົກລົງຂອງເລຂາ ຄຊປປລ ວິທະຍາໄລອ້ອມຂ້າງ ສສກ ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຮາກຖານ ສວສ ສະບັບເລກທີ 242/ຄຊປປລ.ວຂກຊ, ລົງວັນທີ 29 ກຸມພາ 2024 ແລະ ຜົນການຄົ້ນຄວ້າຂອງກອງປະຊຸມຄັ້ງປະຖົມມະລຶກໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມຮາກຖານ ສວສ ໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ, ບັນດາຜູ້ແທນຊາວໜຸ່ມທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການຜ່ານບົດລາຍງານການເມືອງ ໃນໄລຍະ 1 ສະໄໝຂອງ ຄຊປປລ ຮາກຖານ ສວສ ແລະ ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຕົກລົງເຫັນດີເປັນເອກະພາບ ຮັບຮອງເອົາບົດລາຍການເມືອງຂອງ ຄຊປປລ ຮາກຖານ ສວສ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາລວມ ພ້ອມທັງຈັດພິທີຍ້ອງຍໍຜົນງານຂອງບັນດາຄະນະບໍລິຫານງານ ແລະ ສະມາຊິກ ທີ່ພ້ອມພຽງກັນສ້າງຜົນສຳເລັດໃນໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ ໂດຍສະເພາະແມ່ນຜົນສຳເລັດການຈັດຕັ້ງປະຕິບັດວຽກງານ 4 ບຸກ ຂອງສູນກາງຊາວໜຸ່ມລາວ ໃນໄລຍະຜ່ານມາ.

ໃນພິທີຄັ້ງນີ້ ຍັງໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມຮາກຖານ ສວສ ຊຸດໃໝ່ ໂດຍມີຜູ້ລົງສະໝັກທັງໝົດ 8 ສະຫາຍ, ຍິງ 2 ສະຫາຍ ເລືອກເອົາ 5 ສະຫາຍ. ຜ່ານການປ່ອນບັດ ແລະ ນັບຄະແນນຜົນປະກົດວ່າ ເລືຶອກໄດ້ ສະຫາຍ ນາງ ສົມປະໄພ ໂນນອິນຖະໜອມ ເປັນເລຂາ ຄຊປປລ ຮາກຖານ ສວສ ຊຸດໃໝ່, ສະຫາຍ ນາງ ດາລາສະຫວັນ ຈັນທະລິເດດ ເປັນຮອງເລຂາ, ສະຫາຍ ເກີຢ່າງ ເລ່ຍມໍກາມາ ເປັນປະທານກວດກາ, ສະຫາຍ ສາຍ ສູນາເຄນ ແລະ ສະຫາຍ ແຕ໋ງມະນີ ສີສົມພອນ ເປັນຄະນະ ຄຊປປລ ຮາກຖານ ສວສ.
ຂາວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ