ໄຟຟ້າ ນ້ຳເທີນ 2 ສືບຕໍ່ສະໜັບສະໜູນ ໂຄງການອາຫານທ່ຽງໃນໂຮງຮຽນປະຖົມຢູ່ເມືອງນາກາຍ ໄລຍະ 3 ປີ ມູນຄ່າ 3,2 ຕື້ກີບ

ພິທີເຊັນສັນຍາ ໂຄງການອາຫານທ່ຽງໃນໂຮງຮຽນປະຖົມຢູ່ເມືອງນາກາຍ ແຂວງຄຳມ່ວນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ມູນນິທິການສຶກສາເພື່ອການພັດທະນາ ຫຼື EDF ທີ່ສະໜັບສະໜູນໂດຍ ບໍລິສັດໄຟຟ້າ ນ້ຳເທີນ 2 ໄດ້ມີຂຶ້ນໃນວັນທີ 11 ເມສາ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍຕາງໜ້າລົງນາມລະຫວ່າງທ່ານ ມາກ ອອງ ຕວນ ຣຸບ ຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າ ນ້ຳເທີນ 2, ທ່ານ ວົງສອນ ພູມະນີວົງ ຮອງຜູ້ອໍານວຍການສູນສົ່ງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳຮຽນ ອິນທະຫວາ ປະທານມູນນິທິການສຶກສາເພື່ອການພັດທະນາ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ແກ້ວອຸດອນ ບຸດສັງຂອນ ຮອງເຈົ້າແຂວງຄຳມ່ວນ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມທີ່ກ່ຽວຂ້ອງ, ເຈົ້າເມືອງ, ຜູ້ຕາງໜ້າທັງ 3 ຝ່າຍ ແລະ ແຂກຖືກເຊີນຢ່າງພ້ອມພຽງ.
ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກບໍລິສັດໄຟຟ້າ ນ້ຳເທີນ 2 ມູນຄ່າ 3,2 ຕື້ກີບ ໃນໄລຍະເວລາ 3 ປີ ນັບແຕ່ມື້ລົງນາມເປັນຕົ້ນໄປ ໂດຍຜ່ານກອງທຶນພັດທະນານໍ້າເທີນ 2, ເພື່ອສະໜອງອາຫານທ່ຽງທີ່ມີໂພສະນາການໃຫ້ແກ່ເດັກນ້ອຍໃນ 16 ໂຮງຮຽນຢູ່ເມືອງນາກາຍ ແຂວງຄຳມ່ວນ ໃນນັ້ນ ລວມທັງການຈັດສັນກ່ຽວກັບນໍ້າ, ສຸຂາອະນາໄມ ແລະ ຄວາມສະອາດ, ສວນໂຮງຮຽນ, ກະສິກໍາ ແລະ ການສຶກສາໂພຊະນາການ, ສົ່ງເສີມການເຕີບໃຫຍ່ຂອງເດັກນ້ອຍຢ່າງແຂງແຮງ ແລະ ຖືກໂພຊະນາການ.
ໂອກາດນີ້, ທ່ານ ມາກ ອອງ ຕວນ ຣຸບ ກ່າວວ່າ: ບໍລິສັດໄຟຟ້າ ນໍ້າເທີນ 2 ຖືວ່າ ເປັນໂຄງການຕົວແບບ ຊຶ່ງສະແດງໃນຄວາມມຸ້ງໝັ້ນດ້ານຮັບຜິດຊອບສັງຄົມ ບໍ່ວ່າຈະເປັນດ້ານການສຶກສາ , ສາທາລະນະສຸກ, ພື້ນຖານໂຄງລ່າງເພື່ອການພັດທະນາ ແລະ ການສະໜອງນໍ້າເພື່ອການພັດທະນາ. ສຳລັບໂຄງການອາຫານທ່ຽງໃນໂຮງຮຽນນີ້, ຈະຊ່ວຍໃຫ້ນັກຮຽນຂອງເມືອງນາກາຍ ໄດ້ເຂົ້າເຖິງການປັບປຸງໂພຊະນາການຢູ່ໂຮງຮຽນ ແລະ ເພື່ອເປັນຕົວແບບໃຫ້ແກ່ໂຄງການສະໜອງອາຫານໃນໂຮງຮຽນຢູ່ ສປປ ລາວ.
ຂະນະດຽວກັນ, ທ່ານ ຮອງເຈົ້າແຂວງຄຳມ່ວນ ກ່າວໃຫ້ຮູ້ວ່າ: ໄລຍະຜ່ານມາ ໂຮງຮຽນທີ່ມີອາຫານທ່ຽງໃນໂຮງຮຽນຢູ່ແຂວງຄຳມ່ວນ ມີທັງໝົດ 208 ແຫ່ງ ໃນນັ້ນ ພາກລັດ 196 ແຫ່ງ ສະເພາະຢູ່ເມືອງນາກາຍ ແມ່ນລິເລີ່ມມາແຕ່ປີ 2018 ທີ່ສະໜັບສະໜູນໂດຍອົງການອາຫານໂລກ ຜ່ານ EDF ໂດຍມີຈຸດປະສົງຫຼັກ ເພື່ອເພີ່ມອັດຕາເຂົ້າຮຽນຊັ້ນປະຖົມ ໂດຍສະເພາະເດັກຍິງຊົນເຜົ່າ; ຫຼຸດຜ່ອນອັດຕາຄ້າງຫ້ອງ ແລະ ປະລະການຮຽນຂອງເດັກ; ປູກຈິດສຳນຶກໃຫ້ເດັກຮັບຮູ້ເຖິງວິທີການປູກ, ລ້ຽງ ແລະ ການບໍລິໂພກອາຫານທີ່ມີໂພຊະນາການ ແລະ ສ້າງໃຫ້ພໍ່ແມ່ນັກຮຽນ ແລະ ປະຊາຊົນ ເຂົ້າໃຈເຖິງຄວາມສຳຄັນຂອງໂພຊະນາການ ແລະ ມີສ່ວນຮ່ວມໃນການປະກອບສ່ວນເຂົ້າໃນວຽກງານອາຫານທ່ຽງໃນໂຮງຮຽນ.
ໂອກາດດຽວກັນນີ້, ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກຂັ້ນ ຈົ່ງໄດ້ພ້ອມກັນຈັດຕັ້ງປະຕິບັດໂຄງການຢ່າງຈິງຈັງ ແລະ ໃຫ້ປະກົດຜົນເປັນຈິງ, ພ້ອມກັບແລກປ່ຽນບົດຮຽນ, ໃຫ້ການຮ່ວມມືກັນຢ່າງໃກ້ສິດ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ບົນພື້ນຖານການນໍາໃຊ້ບົດຮຽນ, ປະສົບການທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໂຄງການຜ່ານມາ ເພື່ອຈັດຕັ້ງປະຕິບັດໂຄງການຄັ້ງນີ້ໃຫ້ມີຄວາມສອດຄ່ອງ, ໂປ່ງໃສ, ຮັບປະກັນປະສິດທິພາບ ປະສິດທິຜົນ ແລະ ໃຫ້ມີຄວາມຍືນຍົງ.
ສຳລັບໂຄງການອາຫານທ່ຽງໃນໂຮງຮຽນ ແມ່ນເລີ່ມຈັດຕັ້ງປະຕິບັດຢູ່ ສປປ ລາວ ໃນປີ 2002 ໂດຍລັດຖະບານ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນພາກສ່ວນຫຼັກໃນການຈັດຕັ້ງປະຕິບັດ ໂດຍປະສານສົມທົບກັບຄູຮ່ວມພັດທະນາ ໂດຍສະເພາະແມ່ນອົງການອາຫານໂລກ.
ໂດຍ: ຫຼ້າ ສາຍນ້ຳພຽງ
ຂ່າວທີ່ກ່ຽວຂ້ອງ