ແຜນງານບີຄວາ ມອບກ້ອງຖ່າຍພາບນິ້ງ 1 ຊຸດ ໃຫ້ສູນໂຄສະນາຂ່າວສານ ສວສ ຮັບໃຊ້ວຽກງານສື່ມວນຊົນ

ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ມອບກ້ອງຖ່າຍພາບນິ້ງ ຈຳນວນ 1 ຊຸດ ໃຫ້ກັບຂະແໜງວາລະສານ ແລະ ໜັງສືພິມ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ເມື່ອຕອນເຊົ້າວັນທີ 10 ເມສາ 2024 ທີ່ຫ້ອງປະຊຸມ ຊັ້ນ2 ສວສ ກ່າວມອບໂດຍ ທ່ານ ນາງ ເລເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ປະຈຳ ສປປ ລາວ ແລະ ຕາງໜ້າຮັບແມ່ນ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ທ່ານ ນາງ ຄໍລີນ ຈາວາຣີ ຜູ້ຈັດການວຽກງານສື່ສານ ແລະ ຜະລິດວີດີໂອ ແຜນງານບີຄວາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະອຳນວຍການສູນ, ບັນດາຫົວໜ້າ-ຮອງຫົວໜ້າຂະແໜງວາລະສານ ແລະ ໜັງສືພິມ, ໂທລະພາບ ແລະ ຂະແໜງວິທະຍຸສຶກສາ-ກິລາ ຕະຫຼອດຮອດພະນັກງານທັງ 2 ພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ນາງ ເລເບັກກ້າ ແມັກຮິວ ໄດ້ກ່າວວ່າ: ການນຳເອົາອຸປະກອນຖ່າຍພາບນິ້ງມາມອບໃນຄັ້ງນີ້ ກໍຍ້ອນເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ເວົ້າລວມ, ເວົ້າສະເພາະແມ່ນຂະແໜງວາລະສານ ແລະ ໜັງສືພິມ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຊຶ່ງເປັນກະບອກສຽງ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ໃນການເຜີຍແຜ່ວຽກງານຂ່າວສານການສຶກສາ, ວິທະຍາສາດ ແລະ ກິລາ ແລະ ຂ່າວປິ່ນອ້ອມອື່ນໆ ອອກສູ່ສັງຄົມໃຫ້ທົ່ວເຖິງ. ຄຽງຄູ່ກັນນັ້ນກໍເພື່ອເຮັດໃຫ້ຂະແໜງດັ່ງກ່າວມີອຸປະກອນຮັບໃຊ້ເຂົ້າໃນວຽກງານທີ່ທັນສະໄໝ ໃນການລົງເຄື່ອນໄຫວຕິດຕາມຂ່າວສານຂອງແຜນງານບີຄວາໃຫ້ມີຄຸນນະພາບ ແລະ ວ່ອງໄວຂຶ້ນກວ່າເກົ່າ.
ໂອກາດດຽວກັນ, ທ່ານ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ລັດຖະບານອົດສະຕຣາລີ ກໍຄືແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ທີ່ຍາມໃດກໍເຫັນໄດ້ເຖິງຄວາມສຳຄັນຂອງວຽກງານໃນຂະແໜງການສຶກສາສຶກສາ ແລະ ກິລາ ແລະ ໃຫ້ການສະໜັບສະໜູນຕະຫຼອດມາ, ການມອບອຸປະກອນດັ່ງກ່າວນີ້ ແມ່ນມີຄວາມສຳຄັນຫຼາຍຕໍ່ກັບວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ໂດຍສະເພາະການເຄື່ອນໄຫວຕິດຕາມຂ່າວສານປິ່ນອ້ອມຕ່າງໆໃນຂະແໜງການສຶກສາ-ກິລາ ລວມທັງການຕິດຕາມຂ່າວນໍາແຜນງານບີຄວາ ໃຫ້ມີຄຸນນະພາບ ແລະ ທັນສະໄໝຂຶ້ນກວ່າເກົ່າ ພ້ອມສັນຍາວ່າຈະນຳໃຊ້ອຸປະກອນດັ່ງກ່າວໃຫ້ເກີດດອກອກຜົນ ແລະ ມີຜົນປະໂຫຍດຢ່າງສູງສຸດ.
ສຳລັບອຸປະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີ ກ້ອງຖ່າຍຮູບນິ້ງ ຍີ່ຫໍ້ Canon Camera EOS 90D body 1 ໜ່ວຍ, ເລນກ້ອງ Lens Canon EF 70-200 mm F/2.8L ISIII ຈຳນວນ 1 ອັນ, ຖົງໃສກ້ອງ Benro tourist 200 gray bag 1 ໜ່ວຍ, ແຜນບັນທຶກຂໍ້ມູນ Sandisk Ultra, UHS-I Card 32 GB 1 ອັນ ແລະ VSGO Len Cleaning Pen 1 ອັນ.
ຂ່າວໂດຍ: ບົວລະພາ ອິນສີມະນີ
ຂ່າວທີ່ກ່ຽວຂ້ອງ