Skip to main content

ນັກຮຽນລາວ ສ້າງຜົນງານເດັ່ນໃນເວທີລະດັບສາກົນ ຍາດໄດ້ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດ ທີ່ອົດສະຕຣາລີ

23/04/2024

ນ້ອງນັກຮຽນ ຈຳນວນ 21 ຄົນ ຈາກໂຮງຮຽນນານາຊາດລາວ ແລະ ໂຮງຮຽນພອນສະຫວັນ ຊຶ່ງເປັນຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນໃນເວທີລະດັບສາກົນ ຫຼັງຍາດມາໄດ້ເຖິງ 2 ຫຼຽນຄຳ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ໃນການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດໂອແລມປິກ ທີ່ເມືອງຊິດນີ ປະເທດອົດສະຕຣາລີ ໃນລະຫວ່າງວັນທີ 14-21 ເມສາ 2024.


ທັງນີ້, ສໍາລັບການແຂ່ງຂັນຮອບຊີງຊະນະເລີດ ວິຊາຄະນິດສາດ ແລະ ພາສາອັງກິດໂອແລມປິກ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດຫຼາຍກວ່າ 4 ພັນຄົນ ທີ່ມາຈາກ 32 ປະເທດ ໃນນັ້ນນັກຮຽນຈາກ ສປປ ລາວ ເຂົ້າຮ່ວມທັງໝົດ 21 ຄົນ ທີ່ເປັນຕົວແທນຈາກໂຮງຮຽນນານາຊາດລາວ ແລະ ໂຮງຮຽນພອນສະຫວັນ ພ້ອມດ້ວຍຄູນຳພາ ແລະ ຜູ້ປົກຄອງ ຊຶ່ງນໍາໂດຍ ທ່ານ ນາງ ອານິດ ສີວິໄຊ ເຂົ້າຮ່ວມ.

ຜ່ານການແຂ່ງຂັນຜົນປະກົດວ່າ ນັກຮຽນຈາກໂຮງຮຽນນານາຊາດລາວ ສາມາດຍາດໄດ້ 2 ຫຼຽນຄໍາ ຄື: ທ້າວ ຊູຊິຫຼຽນ ແລະ ທ້າວ ນິຕິພູມ ຈະເລີນໄຊ ຈາກການແຂ່ງຂັນວິຊາຄະນິດສາດ. ນອກຈາກນັ້ນ, ກໍຍັງສາມາດຍາດໄດ້ 4 ຫຼຽນເງິນ ແລະ 6 ຫຼຽນທອງ ໃນການແຂ່ງຂັນວິຊາຄະນິດສາດ ແລະ ການແຂ່ງຂັນພາສາອັງກິດ. ພ້ອມນີ້, ທ້າວ ນິຕິພູມ ຈະເລີນໄຊ ນັກຮຽນຈາກໂຮງຮຽນນານາຊາດລາວ ຍັງໄດ້ຮັບລາງວັນພິເສດທີ່ມີຄະແນນສູງສຸດໃນການແຂ່ງຂັນຄະນິດສາດອີກດ້ວຍ.

ການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດໂອແລມປິກ (IMEC ແລະ JEO) ແມ່ນຈັດຂຶ້ນໂດຍ Next Ed ຊຶ່ງເປັນບໍລິສັດຍັກໃຫຍ່ແຫ່ງໜຶ່ງໃນປະເທດອົດສະຕຣາລີ ແລະ ມີການແຂ່ງຂັນເປັນ 2 ລະດັບ ຄື: ລະດັບທ້ອງຖິ່ນ ແລະ ລະດັບທົ່ວໂລກ. ຊຶ່ງລະດັບທ້ອງຖິ່ນແມ່ນຈັດແບບອອນລາຍ ແລະ ສຳເລັດພາຍໃນເດືອນກຸມພາ 2024.

ທີ່ມາ: ອານິດ ສີວິໄຊ
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ