Skip to main content

ສລດ ຖອດຖອນບົດຮຽນການປະຕິບັດໂຄງການສົ່ງເສີມວຽກງານການເງິນ-ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໄລຍະ II

08/04/2024

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການສົ່ງເສີມວຽກງານທາງດ້ານການເງິນ ແລະ ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໄລຍະ II ເມື່ອວັນທີ 3 ເມສາ 2024 ທີ່ສູນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອໍານວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ທ່ານ ສົມພອນ ສີແສງລັດ ຜູ້ອໍານວຍການ ສະຖາບັນການເງິນຈຸລະພາກ, ພ້ອມດ້ວຍບັນດາພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ປອ ສຸລິອຸດົງ ສູນດາລາ ໄດ້ກ່າວວ່າ: ເພື່ອເປັນການສືບຕໍ່ໂຄງການສົ່ງເສີມທາງດ້ານການເງິນ ແລະ ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໃນການສົ່ງເສີມຄວາມຮູ້ທາງດ້ານການເງິນໃຫ້ນັກຮຽນຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາ ໂດຍມີຈຸດປະສົງ ແລະ ເປົ້າໝາຍເພື່ອສົ່ງເສີມການປູກຈິດສຳນຶກໃຫ້ເດັກນ້ອຍ ອາຍຸລະຫວ່າງ 6-17 ປີ ໃຫ້ມີຄວາມເຂົ້າໃຈກ່ຽວກັບການຝາກ-ອອມເງິນ, ການບໍລິຫານເງິນຢ່າງສະຫຼາດ ເພື່ອໃຫ້ເກີດວິໄນທາງດ້ານການເງິນໃນອະນາຄົດ. ໃນໄລຍະຜ່ານມາ ນັບແຕ່ປີ 2011-2021 ໄດ້ມີໂຮງຮຽນທີ່ເຂົ້າຮ່ວມໂຄງການ ຈໍານວນ 61 ແຫ່ງ ໃນນະຄອນຫຼວງວຽງຈັນ ມີຈໍານວນຄູອາຈານ ແລະ ນັກຮຽນ ທີ່ເປັນສຳມະຊິກຫຼາຍກວ່າ 50.000 ຄົນ. ມາຮອດປີ 2022  ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (EMI) ໄດ້ສືບຕໍ່ຮັບການສະໜັບສະໜູນຈາກໂຄງການ Aflatoun ຊຶ່ງໂຄງການໄດ້ກໍານົດເປົ້າໝາຍແມ່ນກຸ່ມນັກຮຽນທີ່ມີອາຍຸລະຫວ່າງ 11-17 ປີ ໃຫ້ບັນລຸນັກຮຽນ ຈໍານວນ 25.000 ຄົນ ໃນປີ 2026 ໂດຍການຮ່ວມມື ລະຫວ່າງ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ແລະ ສະຖາບັນການເງິນ ທີ່ຮັບເງິນຝາກ ເອກພັດທະນາ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ Aflatoun International Organization ແລະ ມີກຸ່ມເປົ້າໝາຍເປັນນັກຮຽນອາຍຸ ລະຫວ່າງ 11-17 ປີ ໃນຊັ້ນມັດທະຍົມສຶກສາ (ມ.1 ຫາ ມ.6) ຂອງໂຮງຮຽນສາມັນກິນນອນຊົນເຜົ່າ 6 ແຫ່ງ ໃນ 5 ແຂວງ ໂດຍມີກຸ່ມເປົ້າໝາຍທີ່ເປັນນັກຮຽນທັງໝົດ ຈໍານວນ 3.500 ຄົນ ແລະ ຄູສອນ ຈໍານວນ 50 ຄົນ (ໄດ້ສໍາເລັດໂຄງການໃນໄລຍະທຳອິດແລ້ວ).

ທັງນີ້, ເພື່ອໃຫ້ບັນລຸຕາມຄາດໝາຍສູ້ຊົນຂອງໂຄງການທີ່ວາງໄວ້ ຄື: ນັກຮຽນຈໍານວນ 25.000 ຄົນ ໃນປີ 2026 ຈຶ່ງໄດ້ມີການສືບຕໍ່ໂຄງການສົ່ງເສີມວຽກງານທາງດ້ານການເງິນ ແລະ ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໄລຍະ II (Second Social and Financial Education (SSFE)) ໃນປີ 2023 ໂດຍມີກຸ່ມເປົ້າໝາຍເປັນນັກຮຽນຊັ້ນມັດທະຍົມສຶກສາ (ມ.1 ຫາ ມ.6) ໃນໂຮງຮຽນສາມັນກິນນອນຊົນເຜົ່າ 8 ແຫ່ງ ໃນ 7 ແຂວງ ຈໍານວນ 5.000 ຄົນ ແລະ ຄູສອນ ຈໍານວນ 50 ຄົນ ຊຶ່ງມີເປົ້າໝາຍເກົ່າ ແລະ ເປົ້າໝາຍໃໝ່ ມີ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງວຽງຈັນ, ແຂວງອຸດົມໄຊ, ໂຮງຮຽນສາມັນກິນນອນຊົນເຜົ່າ ສວນຫຼວງ ແຂວງຫຼວງພະບາງ, ໂຮງຮຽນສາມັນກິນນອນຊົນເຜົ່າ ນ້ຳບາກ ແຂວງຫຼວງພະບາງ, ຊົນເຜົ່າແຂວງໄຊຍະບູລີ, ແຂວງຈໍາປາສັກ, ແຂວງບໍລິຄໍາໄຊ (ໂຮງຮຽນໃໝ່) ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຄໍາມ່ວນ (ໂຮງຮຽນໃໝ່).

ການຈັດຕັ້ງປະຕິບັດໂຄງການ ໄລຍະ II ແມ່ນແນໃສ່ເພື່ອນໍາເອົາວຽກງານສົ່ງເສີມທາງດ້ານການເງິນ ແລະ ສັງຄົມ (ກິດຈະກໍາເກົ່າ) ແລະ ການບໍລິຫານໂຄງການ (ກິດຈະກໍາໃໝ່) ສໍາລັບຊັ້ນມັດທະຍົມສຶກສາ ສອດແຊກເຂົ້າໃນຫຼັກສູດການຮຽນການສອນຂອງໂຮງຮຽນເປົ້າໝາຍໂຄງການ, ເພື່ອເປັນການສົ່ງເສີມໃຫ້ຄູສອນມີຄວາມຮູ້ກ່ຽວກັບກ່ຽວກັບວຽກງານດັ່ງກ່າວ ໃຫ້ສາມາດຈັດຕັ້ງການຮຽນການສອນໄດ້ ແລະ ໃຫ້ນັກຮຽນໃນຊັ້ນມັດທະຍົມສຶກສາມີຄວາມຮູ້, ຄວາມເຂົ້າໃຈກ່ຽວກັບວຽກງານທາງດ້ານການເງິນ ແລະ ການບໍລິຫານໂຄງການຂັ້ນພື້ນຖານ ແລະ ສາມາດນໍາເອົາຄວາມຮູ້ທີ່ໄດ້ຈາກການຮຽນຮູ້ໄປປັບໃຊ້ເຂົ້າໃນການດຳເນີນຊີວິດສ່ວນຕົວ, ໃນຄອບຄົວ, ຊຸມຊົນ ແລະ ອະນາຄົດຂອງພວກເຂົາເຈົ້າພາຍຫຼັງທີ່ຮຽນຈົບ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ