ທີມວັນໃໝ່ ຄອງແຊ໋ມບານສົ່ງຍິງ ລາຍການ ເຟຣນຊິບ ມໍ ສະປອດ ຊີຊັນ 2024 ພ້ອມເງິນລາງວັນ 5 ລ້ານກີບ
ສູນການຄ້າເຟຣນຊິບມໍ ຮ່ວມກັບ ຮ້ານຂາຍເຄື່ອງກິລາ ດີພີ ສະປອດ ຈັດການແຂ່ງຂັນກິລາບານສົ່ງປະເພດທີມຍິງ ລາຍການ ເຟຣນຊິບ ມໍ ສະປອດ ຊີຊັນ 2024 (Friendship Mall Sport Season 2024) ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນປີນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ...








