Skip to main content

ລາຍງານຜົນການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ຜູ້ຮຽນພາສາຝຣັ່ງ ແຕ່ຊັ້ນປະຖົມຮອດການສຶກສາຂັ້ນສູງ ແລະ ສົ່ງເສີມການເຂົ້າເຖິງວຽກເຮັດງານທຳ ໃນ ສປປ ລາວ

27/03/2024

ກອງປະຊຸມປິດໂຄງການກອງທຶນເພື່ອຄວາມສາມັກຄີສຳລັບໂຄງການທີ່ເປັນນະວັດຕະກຳໃໝ່ 2022-2024 “ສ້າງຄວາມເຂັ້ມແຂງໃຫ້ຜູ້ຮູ້ພາສາຝຣັ່ງ ແຕ່ຊັ້ນປະຖົມສຶກສາ ຈົນຮອດການສຶກສາຂັ້ນສູງ ແລະ ສົ່ງເສີມໃຫ້ຜູ້ຮຽນພາສາຝຣັ່ງໃນການເຂົ້າເຖິງວຽກເຮັດງານທໍາໃນຂົງເຂດເສດຖະກິດຂອງ ສປປ ລາວ” ໄດ້ມີຂຶ້ນໃນຕອນບ່າຍວັນທີ 26 ມີນາ 2024 ທີ່ຫ້ອງປະຊຸມ ຊັ້ນ 2 ໂຮງແຮມວຽງຈັນ ພາຊາ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີສະໝຸດ ແສນບຸດຕາລາດ ຮອງຫົວໜ້າຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ນາຕາລີ ບຣາ ຜູ້ຮັບຜິດຊອບວຽກງານວັດທະນະທໍາ ສະຖານທູດຝຣັ່ງ ປະຈໍາ ສປປ ລາວ, ມີ ທ່ານ ນາງ ຄໍາປະເສີດ ກິດຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນຈາກກົມກ່ຽວຂ້ອງ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ, ຜູ້ຊ່ຽວຊານ ແລະ ໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ.


ສຳລັບໂຄງການນີ້ ເປັນໂຄງການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ສະຖານທູດຝຣັ່ງ ປະຈໍາ ສປປ ລາວ ຊຶ່ງເອີ້ນຫຍໍ້ວ່າ ໂຄງການ FSPI ມີເຂດເວລາຈັດຕັ້ງປະຕິບັດແຕ່ເດືອນມີນາ 2022 ຫາ ເດືອນມີນາ 2024 ໂດຍມີເປົ້າໝາຍເພື່ອສົ່ງເສີມການຮຽນຮູ້ພາສາຝຣັ່ງ ແຕ່ຊັ້ນປະຖົມສຶກສາ ຈົນຮອດການສຶກສາຂັ້ນສູງ ແລະ ສົ່ງເສີມໃຫ້ຜູ້ຮຽນພາສາຝຣັ່ງໃນການເຂົ້າເຖິງວຽກເຮັດງານທໍາໃນຂົງເຂດເສດຖະກິດຂອງ ສປປ ລາວ. ຊຶ່ງໂຄງການມີຂອບເຂດຈັດຕັ້ງປະຕິບັດໃນ 3 ຂົງເຂດຄື: ສາມັນສຶກສາ (ຫ້ອງສອງພາສາລາວ-ຝຣັ່ງ), ມະຫາວິທະຍາໄລ ແລະ ວິທະຍາໄລຄູ (ປາກເຊ ແລະ ຫຼວງພະບາງ).

ໃນນີ້ສຳລັບກິດຈະກຳຂອງໂຄງການ ລະດັບສາມັນສຶກສາ ເນັ້ນໃສ່ການຝຶກອົບຮົມຄູສອນຫ້ອງສອງພາສາລາວ-ຝຣັ່ງ ທັງພາຍໃນ ແລະ ຕ່າງປະເທດ ໃນນັ້ນໄດ້ມີການສົມມືກັບສະມາຄົມການສຶກສາໄຮ້ພົມແດນໃນການຝຶກອົບຮົມຄູຝຶກວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ຊີວະວິທະຍາ; ບໍາລຸງຄູສອນເພື່ອເຂົ້າຮ່ວມການສອບເສັງ ແລະ ເປັນກຳມະການສອບເສັງເອົາໃບປະກາສະນິຍະບັດພາສາຝຣັ່ງ (Diplôme d’Etudes en Langue Française); ຈັດຕັ້ງກິດຈະກຳສົ່ງເສີມການຮຽນ ການສອນ ເຊັ່ນ: ກິດຈະກຳແນະແນວວິຊາຊີບ ໂດຍຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈໍາ ສປປ ລາວ; ສືບຕໍ່ບໍາລຸງພາສາ ແລະ ວິທີສິດສອນໃຫ້ແກ່ນັກສຶກສາໃນໂຄງການ 27 ນ້ອງ ເພື່ອໃຫ້ເຂົາເຈົ້າເປັນຄູສອນໃນຫ້ອງຮຽນສອງພາສາລາວ-ຝຣັ່ງ ໃນອະນາຄົດ;ແປ ແລະ ຈັດພິມປຶ້ມແບບຮຽນຄະນິດສາດ ຊັ້ນປະຖົມປີທີ 3, 4 ແລະ 5. ສ່ວນລະດັບມະຫາວິທະຍາໄລ ແມ່ນເນັ້ນໃສ່ການຝຶກອົບຮົມຄູສອນ ທັງພາຍໃນ ແລະ ຕ່າງປະເທດ; ໃຫ້ທຶນການສຶກສາລະດັບປະລິນຍາເອກ ທີ່ປະເທດຝຣັ່ງ ຈໍານວນ 1 ທຶນ. ຂະນະທີ່ ວິທະຍາໄລຄູ (ຫຼວງພະບາງ ແລະ ປາກເຊ) ແມ່ນຝຶກອົບຮົມຄູສອນ ທັງພາຍໃນ ແລະ ຕ່າງປະເທດ; ຝຶກອົບຮົມເພື່ອເປັນກຳມະການສອບເສັງພາສາຝຣັ່ງຮ່ວມກັບຄູສອນຫ້ອງສອງພາສາລາວ-ຝຣັ່ງ.

ໂອກາດນີ້, ທ່ານ ສີສະໝຸດ ແສນບຸດຕາລາດ ກ່າວວ່າ: ໂຄງການນີ້ ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ຮູ້ພາສາຝຣັ່ງ ແຕ່ຊັ້ນປະຖົມສຶກສາ ຈົນຮອດການສຶກສາຂັ້ນສູງ ແລະ ສົ່ງເສີມໃຫ້ຜູ້ຮຽນພາສາຝຣັ່ງໃນການເຂົ້າເຖິງວຽກເຮັດງານທໍາໃນຂົງເຂດເສດຖະກິດຂອງ ສປປ ລາວ ຊຶ່ງໄດ້ຮັບການຈັດຕັ້ງປະຕິບັດມາແຕ່ເດືອນມີນາ 2022 ຫາເດືອນມີນາ 2024 ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານຝຣັ່ງ ແລະ ມາຮອດຕອນນີ້ກໍຄົບ 2 ປີພໍດີ ແລະ ເຫັນວ່າໂຄງການນີ້ໄດ້ຮັບຜົນສຳເລັດຢ່າງໜ້າເພິ່ງພໍໃຈ ຊຶ່ງໝົດສຳເລັດທັງໝົດທັງມວນນັ້ນກໍຍ້ອນຄວາມເອົາໃຈໃສ່ຂອງທີມງານໂຄງການ ແລະ ຄະນະນຳຂອງພາກສ່ວນກ່ຽວຂ້ອງຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ, ຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ປະສານງານທີ່ກົມກຽວກັນ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວມີຜົນສຳເລັດຕາມເປົ້າໝາຍ.

ຄຽງຄູ່ກັນນີ້ ຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການ ຄະນະທີມງານໂຄງການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມກັນດຳເນີນກິດຈະກຳທີ່ໄດ້ກຳນົດໄວ້ໃນແຜນປະຕິບັດງານດ້ວຍຄວາມຮັບຜິດຊອບສູງ ຈົນເຮັດໃຫ້ໄດ້ຮັບຜົນສຳເລັດ ແລະ ສາມາດຈັດກອງປະຊຸມເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນມື້ນີ້. ຊຶ່ງຜົນສຳເລັດທີ່ກ່າວມານັ້ນ ແມ່ນເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນເປັນ ການປະກອບສ່ວນເຂົ້າໃນການພັດທະນາການສຶກສາຂອງ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ. ສະນັ້ນຂ້າພະເຈົ້າຫວັງວ່າ ໃນກອງປະຊຸມຄັ້ງນີ້ ບັນດາທ່ານຈະໄດ້ຮັບຟັງການລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງໂຄງ ການ ໃນຕະຫຼອດໄລຍະ 2 ປີ ຜ່ານມາ ພ້ອມທັງຈະໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນໃສ່ການຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງໂຄງການແບບສ້າງສັນ ແລະ ກົງໄປກົງມາ ເພື່ອຊ່ວຍກັນປັບປຸງສິ່ງທີ່ຍັງຄົງຄ້າງໃຫ້ມັນດີຂຶ້ນ ເພື່ອເປັນບົດຮຽນ ແລະ ເປັນບ່ອນອີງໃຫ້ແກ່ໂຄງການອື່ນໆ ເພື່ອພັດທະນາການສຶກສາຂອງພວກເຮົາໃຫ້ດີຂຶ້ນເລື້ອຍໆ.

ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ