Skip to main content

ສື່ມວນຊົນ ສສກ ເຄື່ອນໄຫວເກັບກຳຂໍ້ມູນ-ເຜີຍແຜ່ຜົນງານພົ້ນເດັ່ນຂະແໜງການສຶກສາ-ກິລາ 3 ແຂວງພາກໃຕ້

25/03/2024

ທີມງານສື່ມວນຊົນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ປະກອບມີ ວາລະສານ ແລະ ໜັງສືພິມ, ວິທະຍຸ ແລະ ໂທລະພາບສຶກສາ-ກິລາ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ສຳເລັດການລົງເຄື່ອນໄຫວເກັບກໍາຂໍ້ມູນ (ສຳພາດ) ຜົນງານອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທ້າຍ ແລະ ແຜນວຽກຈຸດສຸມຕໍ່ໜ້າ ໃນຂະແໜງການສຶກສາ ແລະ ກິລາ ຢູ່ 3 ແຂວງພາກໃຕ້ ຄື: ແຂວງຈໍາປາສັກ, ແຂວງສາລະວັນ ແລະ ແຂວງອັດຕະປື ເພື່ອນຳມາໂຄສະນາເຜີຍແຜ່ຜ່ານທາງສື່ມວນຊົນຂອງກະຊວງ ສສກ ແນໃສ່ເຮັດໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານການສຶກສາ-ກິລາຂັ້ນທ້ອງຖິ່ນຫຼາຍຂຶ້ນ.

ການລົງເຄື່ອນໄຫວສຳພາດຜົນງານພົ້ນເດັ່ນ 3 ແຂວງພາກໃຕ້ໃນຄັ້ງນີ້, ໄດ້ມີຂຶ້ນໃນລະຫວ່າງວັນທີ 11-20 ມີນາ 2024 ນຳພາທີມງານໂດຍ ທ່ານ ດາວຫວຽດ ສີສົມໄຊ ຮັກສາການຫົວໜ້າຂະແໜງວາລະສານ ແລະ ໜັງສືພິມ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ແລະ ໃຫ້ກຽດຕ້ອນຮັບຂອງທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈໍາປາສັກ, ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ແລະ ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ

ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ອຳນວຍການ-ຮອງອຳນວຍການວິທະຍາໄລເຕັກນິກວິຊາຊີບແບບປະສົມແຂວງ, ໂຮງຮຽນ ມສ ຊົນເຜົ່າ, ໂຮງຮຽນ ມສ ແລະ ໂຮງຮຽນ ປະຖົມສົມບູນ ຕະຫຼອດຮອດພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນຢ່າງພ້ອມພຽງ.

ການລົງເຄື່ອນໄຫວໃນຄັ້ງນີ້, ແມ່ນໄດ້ຮັບການຕ້ອນຮັບ, ຮ່ວມມື ແລະ ອໍານວຍຄວາມສະດວກຈາກຄະນະນຳພະແນກພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ/ນະຄອນ ແລະ ວິທະຍາໄລ-ໂຮງຮຽນທີ່ກ່ຽວຂ້ອງເປັນຢ່າງດີ ໂດຍໄດ້ມີການສໍາພາດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ/ນະຄອນ, ວິທະຍາໄລ-ໂຮງຮຽນເຕັກນິກວິຊາຊີບແຂວງ, ໂຮງຮຽນມັດທະຍົມສຶກສາສົມບູນ, ໂຮງຮຽນສາມັນກິນນອນຊົນເຜົ່າ ແລະ ໂຮງຮຽນປະຖົມສົມບູນ ທີ່ມີຜົນງານຜົນເດັ່ນທາງດ້ານການຮຽນການສອນ, ວຽກງານກິລາ-ສິລະປະ ລວມທັງໝົດ 18 ພາກສ່ວນ ແບ່ງເປັນແຂວງລະ 6 ພາກສ່ວນ ເພື່ອເຜີຍແຜ່ໂຄສະນາວຽກງານການສຶກສາ ແລະ ກິລາ ທີ່ພົ້ນເດັ່ນຢູ່ທ້ອງຖິ່ນໃຫ້ສັງຄົມຮັບຊາບ.

ສໍາລັບການເຄື່ອນໄຫວສໍາພາດຜົນງານພົ້ນເດັ່ນ 3 ແຂວງດັ່ງກ່າວນີ້, ແມ່ນນອນໃນ 9 ແຂວງເປົ້າໝາຍທີ່ທາງສື່ມວນຊົນ ກະຊວງ ສສກ ໄດ້ກໍານົດໄວ້ ປະກອບມີ ແຂວງບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ ແລະ ອັດຕະປື.

ໂດຍ: ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ