ສກຂ ສະຫວັນນະເຂດ ປະຕິບັດໄດ້ 7 ຄາດໝາຍ ຈາກ 15 ຄາດໝາຍທີ່ສະພາແຫ່ງຊາດ ຮັບຮອງ

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ສະຫວັນນະເຂດ ປະຕິບັດໄດ້ 7 ຄາດໝາຍ ຈາກ 15 ຄາດໝາຍທີ່ສະພາແຫ່ງຊາດຮັບຮອງ ແລະ ຍັງອີກ 8 ຄາດໝາຍທີ່ບໍ່ສາມາດບັນລຸໄດ້ ຍ້ອນມີສິ່ງທ້າທາຍ ແລະ ບັນຫາຫຼາຍຢ່າງ ເປັນຕົ້ນແມ່ນເຂດຊົນນະບົດຍັງຂາດເຂີນຄູສອນອັນເຮັດໃຫ້ມີໂຮງຮຽນຈໍານວນບໍ່ໜ້ອຍຈໍາເປັນຕ້ອງໄດ້ສະໜອງການສອນຫ້ອງຄວບ ໂດຍສະເພາະການສອນຄວບຫ້ອງ ປ.1, ນອກນີ້ ການເຂົ້າຮຽນຂອງເດັກກໍບໍ່ຖືກຕາມເກນອາຍຸ ແລະ ປະກົດການຫຍໍ້ທໍ້ໃນສັງຄົມອື່ນໆອີກ.
ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ທີມງານສື່ມວນຊົນຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ເມື່ອບໍ່ດົນມານີ້ວ່າ: ໃນປີ 2023 ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ສາມາດຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຫຼາຍດ້ານໃນຂະແໜງການສຶກສາ ແລະ ກິລາ ເປັນຕົ້ນແມ່ນສໍາເລັດການເປີດການຮຽນການສອນຊັ້ນມັດທະຍົມຕອນຕົ້ນ (ມ.1) ຢູ່ບ້ານຕະລົວະ, ເຂດຈຸດສຸມຈຽງຕູບ ມີນັກຮຽນຈຳນວນ 24 ຄົນ ແລະ ໄດ້ສະໜອງຄູ ຫຼື ຄູສັນຍາຈ້າງຈຳນວນ 4 ຄົນ ເພື່ອສິດສອນນັກຮຽນ ມ.1 (ໂດຍສິດສອນ 9 ວິຊາ) ການນຳຂອງແຂວງໄດ້ລົງສຸມໃສ່ວຽກງານການສຶກສາຢູ່ຈຸດສູມຈຽງຕູບເປັນຕົ້ນສະໜອງອຸປະກອນການຮຽນ, ເຄື່ອງນຸ່ງຮົ່ມ, ເງິນເດືອນ, ເງິນອຸດໜູນຄູສອນສິ່ງອຳນວຍຄວາມສະດວກຕ່າງໆໃຫ້ນັກຮຽນປະຖົມຈຳນວນ 334 ນ້ອງ ແລະ ຄູສອນ; ສໍາເລັດການຫັນເອົາໂຮງຮຽນ ປະຖົມສຸນັນທາ ແລະ ອະນຸບານກວາງບິ່ງ ສ້າງເປັນຕົວແບບຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງ; ຝຶກອົບຮົມໃຫ້ຜູ້ອຳນວຍການ ແລະ ຄູສອນ ປ.1 – ປ.5 ໃນການນໍາໃຊ້ປຶ້ມຫຼັກສູດໃໝ່ວິຊາຄະນິດສາດ, ພາສາລາວ, ພາສາອັງກິດ ແລະ ວິທະຍາສາດສິ່ງແວດລ້ອມ 14 ເມືອງ/1 ນະຄອນ ມີ 3.129 ຄົນ, ຍິງ 1.891 ຄົນ; ສໍຳເລັດພິທີມອບໂອນໂຄງການອາຫານທ່ຽງຂອງ 2 ເມືອງ ຄື ອາດສະພອນ ແລະ ພະລານໄຊ; ສໍາເລັດການດຸນຄູສອນ 5 ເມືອງສາມສ້າງ ແລະ ສໍາເລັດການສ້າງແຜນຂໍນະໂຍບາຍເງິນເດືອນໃຫ້ຄູອາສາທົ່ວແຂວງ 1.222 ຄົນ.
ນອກນັ້ນ, ຍັງສາມາດປະຕິບັດໄດ້ຜົນສໍາເລັດ ໃນ 7 ຄາດໝາຍ ຈາກ 15 ຄາດໝາຍ ຄື: ອັດຕາເຂົ້າຮຽນໃໝ່ ປ.1 ປະຕິບັດໄດ້ 99,5% ເທົ່າກັບ 9.717 ຄົນ ທຽບໃສ່ຄາດໝາຍຂອງສະພາແຂວງ ລື່ນ 1,5 % (ຄາດໝາຍ ແມ່ນ 98,0%); ດັດຊະນີຄວາມສະເໝີພາບ ຍິງ-ຊາຍ ອັດຕາເລື່ອນຊັ້ນ ປ.5 ຫາ ມ.1 ປະຕິບັດໄດ້ 1,0 ທຽບໃສ່ຄາດໝາຍຂອງສະພາແຂວງແມ່ນບັນລຸ (ຄາດໝາຍແມ່ນລະຫວ່າງ 0,97-1,03); ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບຳລຸງຜ່ານການສຶກສານອກໂຮງຮຽນປະຕິບັດໄດ້ 5.289 ຄົນ ແລະ ຝຶກອົບຮົມວິຊາຊີບ 209 ຄົນທຽບໃສ່ຄາດໝາຍ ລື່ນ 1.461 ຄົນ ແລະ ຝຶກອົບຮົມວິຊາຊີບ 134 ຄົນ (ຄາດໝາຍແມ່ນ 3.828 ຄົນ ແລະ 75 ຄົນ); ຄູຊັ້ນປະຖົມແລະມັດທະຍົມສຶກສາໄດ້ຮັບການຝຶກອົບຮົມປະຕິບັດໄດ້ 25,02% ເທົ່າກັບ 1.071 ຄົນ ທຽບໃສ່ຄາດໝາຍຂອງສະພາແຂວງ ລື່ນ 7,92 % (ຄາດໝາຍແມ່ນ 17,1%); ນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ສາຍອະຊີວະສຶກສາ ແລະ ອົບຮົມວິຊາຊີບ ປະຕິບັດໄດ້ 9,55 % ເທົ່າກັບ 716 ຄົນ ທຽບໃສ່ຄາດໝາຍຂອງສະພາແຂວງ ລື່ນ 0,2 % (ຄາດໝາຍແມ່ນ 9,35); ສືບຕໍ່ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວໄດ້ເຂົ້າຮ່ວມການຫັດກາຍະບໍລິຫານ, ການອອກກຳລັງກາຍແລະການຫຼິ້ນກິລາ-ກາຍະກຳ ແລະ ສ້າງຂະບວນການກິລາຕ່າງໆໃນວັນສຳຄັນຂອງຊາດ, ບຸນປະເພນີ ແລະ ກິລາບຸນສຳຄັນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 42,15 % ເທົ່າກັບ 456.001 ຄົນ ທຽບໃສ່ຄາດໝາຍຂອງສະພາແຂວງ ລື່ນ 0,97 % (ຄາດໝາຍແມ່ນ 41,18%) ແລະ ຊຸກຍູ້ ສົ່ງເສີມການຄົ້ນຄວ້າວິທະຍາສາດປະຕິບັດໄດ້ 02 ຫົວຂໍ້.
ສ່ວນຄາດໝາຍທີ່ບໍ່ສາມາດບັນລຸໄດ້ມີ 8 ຄາດໝາຍ ຄື: ອັດຕາເຂົ້າຂອງເດັກ 5 ປີ ທົ່ວແຂວງປະຕິບັດໄດ້ 77,0 % ເທົ່າກັບ 8.533 ຄົນທຽບໃສ່ຄາດໝາຍ ຫຼຸດ 0,9 % (ຄາດໝາຍແມ່ນ 77,9 %); ອັດຕາເຂົ້າຮຽນໃໝ່ລວມ ປ.5 ປະຕິບັດໄດ້ 88,6 %ເທົ່າກັບ 16.701 ຄົນທຽບໃສ່ຄາດໝາຍຫຼຸດ 5,6 % (ຄາດໝາຍແມ່ນ 94,2 %); ຫຼຸດຜ່ອນອັດຕາປະລະການຮຽນຂອງນັກຮຽນ ປ.1 ປະຕິບັດໄດ້ 8,7% ເທົ່າກັບ 1.495 ຄົນ ທຽບໃສ່ຄາດໝາຍຂອງສະພາ ເພີ່ມຂຶ້ນ 3,7 % (ຄາດໝາຍແມ່ນ 5,0%); ອັດຕາຈົບຊັ້ນປະຖົມປະຕິບັດໄດ້ 89,2% ເທົ່າກັບ 89.368 ຄົນ ທຽບໃສ່ຄາດໝາຍຂອງສະພາ ຫຼຸດລົງ 3,6% (ຄາດໝາຍແມ່ນ 92,8%); ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ປະຕິບັດໄດ້ 77,9% ເທົ່າກັບ 15.624 ຄົນທຽບໃສ່ຄາດໝາຍຂອງສະພາຫຼຸດລົງ 7,8% (ຄາດໝາຍແມ່ນ 85,7%); ຫຼຸດຜ່ອນອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມສຶກສາປະຕິບັດໄດ້ 8,6% ເທົ່າກັບ 8.571 ຄົນທຽບໃສ່ຄາດໝາຍຂອງສະພາເພີ່ມຂຶ້ນ 3,5% (ຄາດໝາຍແມ່ນ5,1%); ອັດຕາເຂົ້າຮຽນໃໝ່ລວມ ມ.4 ປະຕິບັດໄດ້ 47,2% ເທົ່າກັບ 7.124 ຄົນທຽບໃສ່ຄາດໝາຍຂອງສະພາຫຼຸດລົງ 6,1% (ຄາດໝາຍແມ່ນ 53,3%); ຫຼຸດຜ່ອນອັດຕາປະລະຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 19,0% ເທົ່າກັບ 7.642 ຄົນທຽບໃສ່ຄາດໝາຍຂອງສະພາເພີ່ມຂຶ້ນ 6,9% (ຄາດໝາຍແມ່ນ12,1%); ສົ່ງເສີມໃຫ້ນັກສຶກສາທີ່ສະໝັັກເຂົ້າຮຽນຢູ່ມະຫາວິທະຍາໄລ ໄດ້ເຂົ້າຮຽນໃນສາຍວິທະຍາສາດທຳມະຊາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ ປະຕິບັດໄດ້ 20,03% ເທົ່າກັບ 961 ຄົນ ທຽບໃສ່ຄາດໝາຍຂອງສະພາຫຼຸດລົງ 4,94% (ຄາດໝາຍແມ່ນ24,97%).
ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ ຍັງມີບັນຫາ ແລະ ສິ່ງທ້າທາຍ ມີຫຼາຍປັດໄຈ ເຊັ່ນ: ສະພາບແວດລ້ອມໃນໂຮງຮຽນບາງເຂດຍັງບໍ່ເໝາະສົມ ເນື່ອງຈາກເຂດຊົນນະບົດຍັງຂາດເຂີນຄູສອນອັນເຮັດໃຫ້ມີໂຮງຮຽນຈໍານວນບໍ່ໜ້ອຍຈໍາເປັນຕ້ອງໄດ້ສະໜອງການສອນຫ້ອງຄວບໂດຍສະເພາະການສອນຄວບຫ້ອງ ປ.1, ປະກົດການຫຍໍ້ທໍ້ໃນສັງຄົມ, ການປະລະການຮຽນຂອງນັກຮຽນແຕ່ລະຊັ້ນຮຽນ, ການຈັດແບ່ງໂຕເລກນະໂຍບາຍຂອງການຮຽນຕໍ່ ແລະການແນະແນວວິຊາຊີບຕໍ່ນັກຮຽນໃນຊັ້ນມັດທະຍົມສຶກສາເພື່ອໃຫ້ນັກຮຽນໄດ້ຮັບຂໍ້ມູນທີ່ຫຼາກຫຼາຍກ່ຽວກັບທາງເລືອກໃນການຮຽນຂອງເຂົາເຈົ້າຍັງປະຕິບັດບໍ່ທັນໄດ້ຢ່າງທົ່ວເຖິງ, ຈຳນວນຫ້ອງຮຽນຄວບຍັງກວມເປີເຊັນສູງສະເລ່ຍ 42,2 % ຂອງຈຳນວນຫ້ອງຮຽນ ທັງໝົດ 3.940 ຫ້ອງ, ຫ້ອງຄວບ 1.661 ຫ້ອງຄູສອນຂາດຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ຂອງຜູ້ອໍານວຍການໂຮງຮຽນ ແລະ ຄູສອນຈໍານວນໜຶ່ງໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ, ອັດຕາປະລະປະຖົມຍັງສູງ ປະຕິບັດໄດ້ 8,6%, ຍິງ 7,5%, ຊາຍ 9,6% (ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 1,3% ສົກຮຽນຜ່ານມາ7,3%), ອັດຕາປະລະ ມ.ຕົ້ນ ຍັງສູງ ປະຕິບັດໄດ້ 19,0%, ຍິງ 17,9%, ຊາຍ 20,1% (ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 3,4% ສົກຮຽນຜ່ານມາ 15,6%) ແລະ ອື່ນໆ.
ສຳລັບແຜນວຽກຈຸດສຸມ ປີ 2024 ແມ່ນຈະສຸມໃສ່ສ້າງໂຮງຮຽນມັດທະຍົມກິນນອນເຜົ່າຊົນຢູ່ຈຸດສຸມຈຽງຕູບ; ປັບປຸງພື້ນຖານໂຄງລ່າງທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງຄືນໃໝ່ ໃນຈຳນວນ 36 ແຫ່ງ; ປັບປຸງຫ້ອງຮຽນຕົວແບບ ມສ ສະຫວັນ ໃຫ້ເປັນຕົວແບບທາງດ້ານການຮຽນການສອນ; ມອບໃຫ້ຂະແໜງການກ່ຽວຂ້ອງປະສານສົມທົບກັບວິຊາການຂັ້ນເມືອງເພື່ອຊຸກຍູ້ການປະຕິບັດການຮຽນການສອນໃນການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຄື ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ສ້າງສະພາບແວດລ້ອມທີ່ດີໃນສະຖານການສຶກສາຢ່າງໜ້ອຍໃຫ້ໄດ້ເມືອງລະ 3 ແຫ່ງ; ສຸມໃສ່ຊັບຊ້ອນຈັດສັນ ແລະ ດຸ່ນຄູສອນຄືນໃໝ່ໃນ 14 ເມືອງ 1 ນະຄອນຕາມນິຕິກຳກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍສະເພາະແມ່ນໂຮງຮຽນອະນຸບານ, ປະຖົມ, ແລະ ມັດທະຍົມຕອນຕົ້ນທີ່ນອນໃນ 9 ເມືອງເປົ້າໝາຍ 83 ບ້ານເປົ້າໝາຍສ້າງເປັນບ້ານພົ້ນທຸກຕາມມະຕິ 348/ລບ; ຂຶ້ນແຜນງົບປະມານຈ້າງຄູສອນອາສາໃນ 4 ຈຸດສຸມຂອງແຂວງ ຄື: ຈຸດສຸມຈຽງຕູບ ເມືອງເຊໂປນ, ຈຸດສຸມຕັງອາໄລ, ຈຸດສຸມແກ້ງລີ້ນ ເມືອງນອງ ແລະ ຈຸດສຸມບ້ານຄໍາປ່າແໜ ເມືອງຊົນນະບູລີ ໃຫ້ສາມາດເປີດການຮຽນການສອນໄດ້ສົກຮຽນ2023-2024; ສຸມໃສ່ຈັດການກະກຽມຄັດເລືອກຕົວນັກກິລາ ແລະ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ ເປັນເຈົ້າພາບ.
ຢ່າງໃດກໍຕາມ, ທົ່ວແຂວງສະຫວັນນະເຂດ ມີໂຮງຝາກເດັກ ແລະ ໂຮງຮຽນອະນຸບານທັງໝົດ 485 ແຫ່ງ, ທຽບໃສ່ປີຜ່ານມາຫຼຸດລົງ 12 ແຫ່ງ ທົ່ວແຂວງມີ (ເອກະຊົນ 34 ແຫ່ງ ເພີ່ມຂຶ້ນ 01 ແຫ່ງ, ມີນັກຮຽນອະນຸບານ 20.537 ຄົນ, ຍິງ 10.500 ຄົນ, ມີ 804 ຫ້ອງ, ລ້ຽງເດັກ 1.117 ຄົນ, ຍິງ 528 ຄົນ, ມີ 74 ຫ້ອງ, ກຸ່ມຫຼິ້ນ 708 ຄົນ, ຍິງ 322 ຄົນ, ກຽມປະຖົມ 3.319 ຄົນ, ຍິງ 1.685 ຄົນ, ມີ 122 ຫ້ອງ ລວມຫ້ອງຮຽນທັງໝົດມີ 1.000 ຫ້ອງ ແລະ ລວມຈໍານວນນັກຮຽນທັງໝົດ 25.681 ຄົນ, ຍິງ 13.035 ຄົນ; ມີໂຮງຮຽນປະຖົມທັງໝົດ 1.235 ແຫ່ງ, ທຽບໃສ່ປີຜ່ານມາເທົ່າເດີມ, ໃນນັ້ນ ເອກະຊົນມີທັງໝົດ 22 ແຫ່ງ, ໂຮງຮຽນປະຖົມສົມບູນມີທັງໝົດ 1.049 ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 1 ແຫ່ງ ກວມເອົາ 84,93%, ມີຫ້ອງຮຽນທັງໝົດ 3.940 ຫ້ອງ, ໃນນັ້ນ: ຫ້ອງດ່ຽວ 2.279 ຫ້ອງ, ຫ້ອງຄວບ 1.661 ຫ້ອງ ກວມເອົາ 42,15%, ມີຈໍານວນນັກຮຽນທັງໝົດ 98.213 ຄົນ, ຍິງ 48.598 ຄົນ; ມີໂຮງຮຽນມັດທະຍົມຕອນຕົ້ນ ທັງໝົດ 127 ແຫ່ງ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 01 ແຫ່ງ, ໃນນັ້ນ ມ.ຕົ້ນ ເອກະຊົນມີ 01 ແຫ່ງ ທຽບໃສ່ປີຜ່ານມາຫຼຸດລົງ 1 ແຫ່ງ, ມີຫ້ອງຮຽນ 32 ຫ້ອງ, ມີນັກຮຽນທັງໝົດ 847 ຄົນ, ຍິງ 423 ຄົນ, ຄູສອນ 20 ຄົນ, ຍິງ 10 ຄົນ, ມ.ຕົ້ນ ສົງມີ 06 ແຫ່ງ; ມີໂຮງຮຽນມັດທະຍົມຕອນປາຍທັງໝົດ 3 ແຫ່ງ ທຽບໃສ່ປີຜ່ານມາເທົ່າເດີມ, ມັດທະຍົມສົມບູນ 102 ແຫ່ງ ທຽບໃສ່ປີຜ່ານມາຫຼຸດລົງ 1 ແຫ່ງ.
ຂ່າວໂດຍ: ບົວລະພາ ອິນສີມະນີ
ຂ່າວທີ່ກ່ຽວຂ້ອງ