ຫ້ອງການກະຊວງ ສສກ ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງການຄົນໃໝ່ ພ້ອມຕີລາຄາວຽກງານຄະນະພັກຮາກຖານ ໄຕມາດທີ I ປີ 2024

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານລັດ ປະເພດ III ແລະ ກອງປະຊຸມຄະນະພັກຮາກຖານ ຫ້ອງການກະຊວງ ສສກ ປະຈຳໄຕມາດທີ I ປີ 2024 ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ (ຕຶກ ICT) ໂດຍພາຍໃຕ້ການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຕາງໜ້າຈາກກົມອ້ອມຂ້າງ ຕະຫຼອດຮອດພະນັງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ໂດຍອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 633/ນຍ, ລົງວັນທີ 18 ພະຈິກ 2021; ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 4883/ສສກ, ລົງວັນທີ 23 ກັນຍາ 2022, ອີງຕາມ ແຈ້ງການຂອງກະຊວງພາຍໃນ ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນຮອງຫົວໜ້າກົມ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 353/ພນ, ລົງວັນທີ 29 ທັນວາ 2023; ອີງຕາມ ການຄົ້ນຄວ້າ, ນໍາສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຕົກລົງ ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພົມມະສອນ ສີສະອາດ ຫົວໜ້າພະແນກຕິດຕາມ ແລະ ປະເມີນຜົນ ກົມກວດກາ ມາເປັນຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ.
ພ້ອມດຽວກັນນັ້ນ, ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານຂອງຫ້ອງການ ໂດຍອີງຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ໝວດທີ II ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ການສິ້ນສຸດເປັນກຳມະການຄະນະພັກ; ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີຂອງຄະນະພັກຮາກຖານ ຫ້ອງການກະຊວງ ແລະ ກົມຈັດຕັ້ງ ແລະ ພະນັກງານ; ອີງຕາມ ມະຕິກອງປະຊຸມຄະນະປະຈຳພັກ ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 2 ກຸມພາ 2024, ຄະນະປະຈຳພັກກະຊວງສຶກສາທິການ ແລະ ກິລາ ຕົກລົງ ເຫັນດີບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານຫ້ອງການກະຊວງ ຄື: ແຕ່ງຕັ້ງສະຫາຍ ສົມສີ ສຸດທິວົງ ເປັນຄະນະພັກຮາກຖານ, ປະທານກວດກາຄະນະພັກຮາກຖານ ແລະ ແຕ່ງຕັ້ງ ສະຫາຍ ສຸພາບ ຄຸນວິໄຊ ເປັນຄະນະພັກຮາກຖານ, ຮອງປະທານກວດກາຄະນະພັກຮາກຖານ. ນອກຈາກນັ້ນ, ຍັງໄດ້ມອບຂໍ້ຕົກລົງ ແລະ ມະຕິໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການ.
ຂະນະດຽວກັນນັ້ນ, ໃນພິທີຍັງໄດ້ຈັດກອງປະຊຸມ ປະຈຳໄຕມາດທີ I ປີ 2024 ຂອງຄະນະພັກຮາກຖານຫ້ອງການ ໂດຍມີການຜ່ານຮ່າງບົດສະຫຼຸບການຊີ້ນໍານໍາພາ ປະຈຳໄຕມາດທີ I ແລະ ທິດທາງແຜນການ ປະຈຳໄຕມາດທີ II ປີ 2024 ຂອງຄະນະພັກຮາກຖານຫ້ອງການ; ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະພັກຮາກຖານຫ້ອງການ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງເອກະສານດັ່ງກ່າວ ເພື່ອໃຫ້ໄດ້ເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ