ຄະນະນໍາ ສສກ-ອົດສະຕຣາລີ ຮ່ວມສັງເກດການຮຽນການສອນໃນຫ້ອງຮຽນ ການນໍາໃຊ້ຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ນໍາໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ນຳໂດຍທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມແຫ່ງໜຶ່ງຢູ່ເມືອງຄຳ ແຂວງຊຽງຂວາງ ເພື່ອສັງເກດການສອນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ເມື່ອວັນທີ 22 ມີນາ 2024 ໂດຍໃຫ້ກຽດຮັບຕ້ອນຂອງທ່ານ ບຸນທ່ຽງ ທໍາມະວົງແສງ ຜູ້ອໍານວຍການໂຮງຮຽນ ພ້ອມດ້ວຍຄູອາຈານ ແລະ ນັກຮຽນ, ມີຄະນະນໍາຈາກແຂວງຊຽງຂວາງ, ກະຊວງສຶກສາທິການ ແລະ ກິລາ, ກະຊວງອ້ອມຂ້າງ, ສູນ, ສະຖາບັນ, ພະແນກ, ຕາງໜ້າໂຄງການ, ອົງການຈັດຕັ້ງສາກົນ, ພະນັກງານ, ຄູອາຈານ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ຄະນະນໍາດັ່ງກ່າວໄດ້ຮ່ວມກັນສັງເກດການຮຽນການສອນວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ ໂດຍໄດ້ນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ພ້ອມດ້ວຍສື່ການຮຽນການສອນ ທີ່ພັດທະນາໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ນັກຮຽນຮ່ວມມືຊ່ວຍເຫຼືອກັນໃນການຮຽນ, ມີສ່ວນຮ່ວມກັບສື່ການຮຽນການສອນ, ຮຽນຮູ້ໂດຍຜ່ານການທົດລອງ ແລະ ການທົບທວນຄືນໃນສິ່ງທີ່ກໍາລັງເຮັດ, ພ້ອມທັງເລາະຊົມສວນຄົວ ແລະ ມີສ່ວນຮ່ວມໃນການອ່ານປຶ້ມຂອງນັກຮຽນຢູ່ນອກຫ້ອງຮຽນ. ນອກຈາກນິ້, ຍັງໄດ້ມີການມອບອຸປະກອນການຮຽນ, ປື້ມອ່ານ ແລະ ອຸປະກອນການກິລາ ພ້ອມທັງຮ່ວມບາສີສູ່ຂວັນຮ່ວມກັນຢ່າງອົບອຸ່ນ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຍ້ອງຍໍຊົມເຊີຍທ່ານຜູ້ອໍານວຍການໂຮງຮຽນ ແລະ ຄູທຸກທ່ານ ທີ່ເປັນແບບຢ່າງໃນການຄຸ້ມຄອງບໍລິຫານໂຮງຮຽນໄດ້ເປັນຢ່າງດີ, ພ້ອມທັງເນັ້ນໜັກເຖິງບົດບາດສໍາຄັນຂອງຄູທີ່ຈະນໍາເອົາຫຼັກສູດສະບັບປັບປຸງໃໝ່ໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.
ຂະນະດຽວກັນ, ທ່ານ ນາງ ເມແກນ ຈອນ ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ໄດ້ປະຕິຮູບການສຶກສາຊັ້ນປະຖົມຜ່ານການປັບປຸງຫຼັກສູດຊັ້ນປະຖົມສຶກສາ. ການປ່ຽນແປງອັນສຳຄັນ ແມ່ນການເລີ່ມນຳໃຊ້ວິທີການຮຽນທີ່ເນັ້ນໃສ່ນັກຮຽນເປັນໃຈກາງ ແລະ ເນັ້ນການປະຕິບັດຕົວຈິງ, ໄດ້ຫັນຈາກການຮຽນຮູ້ແບບເກົ່າ ໄປສູ່ການຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ທັກສະທີ່ຈຳເປັນສຳລັບສັດຕະວັດທີ 21.
ສໍາລັບແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານແຫ່ງ ສປປ ລາວ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID. ແຜນງານບີຄວາເນັ້ນໃສ່ການປັບປຸງຜົນການຮຽນສຳລັບໄວໜຸ່ມ ແລະ ຜູ້ທີ່ດ້ອຍໂອກາດ ໃນ ສປປ ລາວ.
ນອກຈາກນັ້ນ, ແຜນງານບີຄວາ ຍັງຈະສືບຕໍ່ເອົາໃຈໃສ່ການຮັບປະກັນດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມສຳລັບທຸກຄົນໃນທຸກກິດຈະກໍາຂອງແຜນງານ.
ໂດຍ ມິດລັນດອນ
ຂ່າວທີ່ກ່ຽວຂ້ອງ