Skip to main content

Author: Chanthakhard Inthadalin

ສວສ ສ້າງຂະບວນການແຂ່ງຂັນກິລາເປຕັງ ຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 114 ປີ ຢ່າງຟົດຟື້ນ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ສ້າງຂະບວນການແຂ່ງຂັນກິລາເປຕັງປະເພດທີມປະສົມຍິງ-ຊາຍ ມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ແລະ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະພັກຮາກຖານ ສວສ ແລະ ຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ທີ່ພວມດຳເນີນຢູ່ໃນປັດຈຸບັນ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບໃນຄັ້ງນີ້...

Continue reading

ຊາວໜຸ່ມ ກົມແຜນການ ສສກ ຮັບທຸງໄຊນາມມະຍົດ 4 ບຸກ 3 ປີ  

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານ ກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບທຸງໄຊນໍາໜ້ານາມມະຍົດ 4 ບຸກ 3 ປີ (2021, 2022, 2023) ຄັ້ງທີ I ພ້ອມທັງມອບໃບຍ້ອງຍໍຜົນງານດີເດັ່ນໃຫ້ບັນດາສະມາຊິກຊາວໜຸ່ມຜູ້ທີ່ສ້າງຜົນງານດີເດັ່ນໃນໄລຍະຜ່ານມາ​. ພິທີມອບ-ຮັບ ທຸງໄຊນໍາໜ້ານາມມະຍົດ 4 ບຸກ 3 ປີ (2021, 2022, 203) ຄັ້ງທີ I ຂອງ ຄຊປປລ ຮາກຖານ ກົມແຜນການ ກະຊວງ ສສກ ໄດ້ມີຂຶ້ນ ເມື່ອວັນທີ 29 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມ ກະຊວງ ສສກ (ຕຶກໄອຊີທີ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ບຸນປັນ ໄຊມຸນຕຣີ  ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຮາກຖານກົມ, ຫົວໜ້າກົມແຜນການ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ເລຂາທິການສູນກາງຊາວໜຸ່ມ...

Continue reading

ສສກ ທົບທວນຄືນການປະຕິບັດສັນຍາຮ່ວມມືກັບຕ່າງປະເທດ ອົງການຈັດຕັັ້ງສາກົນ ສະມາຄົມ ແລະ ມູນນິທິ ປີ 2023 ພ້ອມວາງແຜນຕໍ່ໜ້າ

ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມທົບທວນກ່ຽວກັບການຈັດຕັັ້ງປະຕິບັດສັນຍາຮ່ວມມືກັບຕ່າງປະເທດ ແລະ ວຽກງານຮ່ວມມືກັບອົງການຈັດຕັັ້ງສາກົນທີ່ບໍ່ສັງກັດລັດຖະບານ (ອສບລ), ສະມາຄົມ ແລະ ມູນນິທິ ທີ່ໃຫ້ການຊ່ວຍເຫຼືອຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2023 ແລະ ແຜນການໃນປີ 2024  ໃນວັນທີ 5 ມີນາ 2024 ທີ່ພັດຕະຄານ ແລະ ສວນອາຫານຊົມວິວ ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການປົກຄອງ ແຂວງວຽງຈັນ, ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ,...

Continue reading

ທ່ານ ນາງ ໄໝພອນ ສີພູທອນ ຍຶດໝັ້ນ ຮຽນຮູ້ພັດທະນາ ນຳພາທຸລະກິດເຕີບໃຫຍ່

ທ່ານ ນາງ ໄໝພອນ ສີພູທອນ ເຈົ້າຂອງແບຣນ M9 ແລະ ຮ້ານ M9 Auto ຂາຍລົດໄຟຟ້າ ເປັນບຸກຄົນໜຶ່ງທີ່ມີຄວາມສູ້ຊົນອົດທົນ ໂດຍເລີ່ມຈາກສູນໃນການຂາຍເຄຶ່ອງອອນລາຍ ທີ່ຫຼາຍຄົນອາດຮູ້ຈັກ ເພິ່ນມີວິໄສທັດ ໃນການບລິຫານທຸລະກິດຄືຄວາມຈິງໃຈຕໍ່ລູກຄ້າ ແລະ ຄູ່ຮ່ວມທຸລະກິດ ຄືສິ່ງສໍາຄັນ ທຸກຄົນໃນອົງກອນຕ້ອງໄດ້ຜົນປະໂຫຍດ ລູກຄ້າຕ້ອງໄດ້ສິ່ງທີ່ດີທີ່ສຸດ ພ້ອມການບໍລິການຫຼັງການຂາຍຄືສິ່ງສໍາຄັນ. ມາຮອດປັດຈຸບັນ ແບຣນ M9 ແລະ ຮ້ານ M9Auto ຂາຍລົດໄຟຟ້າ ກາຍເປັນທີ່ຮູ້ຈັກ ແລະ ຢູ່ໃນລະດັບແຖວໜ້າຂອງລາວ. ທ່ານ ນາງ ໄໝພອນ ສີພູທອນ ໃຫ້ສຳພາດໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024)...

Continue reading

ມອບ-ຮັບທຶນບູລະນະສ້ອມແປງໂຮງຮຽນ ມ.ປາຍ ປາກຊັນ

ພິທີມອບ-ຮັບການສ້ອມແປງໂຮງຮຽນມັດທະຍົມສຶກສາຕອນປາຍ ຫຼື ມ.ປາກຊັນ ຈາກກອງທຶນ 1 ດວງໃຈ ບໍລິຄໍາໄຊ ຊ່ວຍເຫຼື່ອສັງຄົມ ໄດ້ມີຂຶ້ນວັນທີ 4 ມີນາ 2024 ຢູ່ໂຮງຮຽນດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ແອ໋ງ ໄຊສົງຄາມ ປະທານກອງທຶນ 1 ດວງໃຈ ບໍລິຄໍາໄຊ ຊ່ວຍເຫຼື່ອສັງຄົມ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ອຳນວຍການ-ຮອງອໍານວຍການໂຮງຮຽນ, ແຂກຖືກເຊີນຈາກພະແນກການອ້ອມຂ້າງ, ສະມາຊິກກອງທຶນ 1 ດວງໃຈ ບໍລິຄໍາໄຊຊ່ວຍເຫຼື່ອສັງຄົມ ແລະ...

Continue reading

ສາລະວັນ ເລັ່ງສຸມໃສ່ການກໍ່ສ້າງ-ປັບປຸງສະໜາມກິລາ ຮອງຮັບງານກິລານັກຮຽນທົ່ວປະເທດ ຄັ້ງທີ VII

ປັດຈຸບັນ ແຂວງສາລະວັນ ກຳລັງດຳເນີນການຂຸ້ນຂ້ຽວກໍ່ສ້າງ ແລະ ປັບປຸງສະໜາມກິລາ ເພື່ອກຽມຮັບໃຊ້ໃນມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024 ນີ້. ຂະນະທີ່ການກໍ່ສ້າງໄດ້ມີຄວາມຄືບໜ້າຫຼາຍດ້ານ ໂດຍສະເພາະສະໜາມ ເປີດ-ປິດ ຢູ່ບ້ານນາໂຄກ ແມ່ນສຳເລັດຫຼາຍກວ່າ 80%, ສະໜາມແຂ່ງຂັນ, ຝຶກຊ້ອມ ທີ່ກຳລັງປັບປຸງ, ກໍ່ສ້າງໃໝ່ຈໍານວນ 12 ຈຸດ ແມ່ນພວມຈັດຕັ້ງປະຕິບັດຢ່າງຂຸ້ນຂ້ຽວ ຄາດວ່າໃຫ້ສຳເລັດ 100% ໃນລະຫວ່າງເດືອນກໍລະກົດ 2024. ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ...

Continue reading

ແຂ່ງຂັນກິລາຕີກັອບ ຊົມເຊີມວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ

ການແຂ່ງຂັນກິລາກັອບ ເພື່ອສ້າງຂະບວນການຊົມເຊີຍວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 3 ມີນາ 2024 ຢູ່ສະໜາມກິລາກັອບ (ຫຼັກ 16) ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ທັງເປັນປະທານສະຫະພັນກິລາກັອບແຂວງບໍລິຄໍາໄຊ ພ້ອມດ້ວຍແຂກຖືກເຊີນຈາກພະແນກການ, ບັນດາຜູ້ປະກອບການບໍລິສັດ-ວິສາຫະກິດ, ນັກກິລາກັອບສະໝັກຫຼິ້ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເກືອບ 100 ທ່ານ. ...

Continue reading

ສູນຝຶກຈຳປີ-ຈຳປາ ແຂວງຫຼວງນ້ຳທາ ສຳເລັດການເປັນເຈົ້າພາບ ຈັດແຂ່ງຂັນກິລາເຕະບານ 3 ແຂວງພາກເໜືອ

ການແຂ່ງຂັນກິລາເຕະບານມິດຕະພາບ 3 ແຂວງພາກເໜືອ ຄືສູນຝຶກລຳທະວີ ແຂວງອຸດົມໄຊ, ສູນຝຶກອາດີ້ແຂວງບໍ່ແກ້ວ ແລະ ສູນຝຶກຈຳປີ-ຈໍາປາ ແຂວງຫຼວງນໍ້າທາ ເປັນເຈົ້າພາບ ເພື່ອເປັນການແລກປ່ຽນບົດຮຽນລະຫວ່າງສູນຝຶກແຕ່ລະແຂວງ ພ້ອມທັງເປັນການພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ ເຮັດໃຫ້ນ້ອງໆນັກກິລາມີສຸຂະພາບແຂງແຮງ ມີການເຄື່ອນໄຫວໄປຕາມພາລະບົດບາດ ເຮັດໃຫ້ການແຂ່ງຂັນກິລາເຕະບານເປັນລະບົບຕໍ່ເນື່ອງ...

Continue reading